10 ເຫດຜົນທີ່ເຮັດໃຫ້ເຮົາ (ຍັງ) ບໍ່ຮັ່ງບໍ່ມີຈັກເທື່ອ - ອິດສະຫຼະ

10 ເຫດຜົນທີ່ເຮັດໃຫ້ເຮົາ (ຍັງ) ບໍ່ຮັ່ງບໍ່ມີຈັກເທື່ອ



ແນ່ນອນວ່າແມ່ນໃຜກໍ່ຢາກເປັນເສດຖີກັນທັງນັ້ນ ເຖິງແມ່ນວ່າຈະມີຫຼາຍໆຄົນທີ່ຄົດວ່າເງິນຊື້ຄວາມສຸກບໍ່ໄດ້ ແຕ່ລືມໄປວ່າເງິນກໍ່ຊ່ວຍເຕີມເຕັມຊີວິດເຮົາໄດ້ ເຮັດໃຫ້ພົບກັບບັນຫາໜ້ອຍລົງ ແລະ ມີຄຸນນະພາບຊີວິດທີ່ດີຂຶ້ນໄດ້ ແຕ່ກ່ອນທີ່ເຮົາຈະເປັນເສດຖີໄດ້ນັ້ນ ເຮົາຈະຕ້ອງມີຍຸດທະສາດທີ່ຖືກຕ້ອງ ແລະ ຕ້ອງຮູ້ວ່າເປັນຫຍັງຈຶ່ງບໍ່ເຖິງຈຸດທີ່ຝັນໄວ້ຈັກເທື່ອ.

ເປັນຫຍັງຄົນຈຳນວນຫຼາຍທີ່ຢາກເປັນເສດຖີແຕ່ຍັງໄປບໍ່ເຖິງຝັ່ງຝັນຈັກເທື່ອ? ເພາະເຂົາເຈົ້າມັກຈະມີຂໍ້ອ້າງເຊັ່ນ: "ເລືອກອາຊີບຜິດ", "ບໍ່ມີເງິນຈ່າຍຄ່າຮຽນ" ແລະ "ບໍ່ມີເວລາ" ເຊິ່ງນີ້ບໍ່ແມ່ນເຫດຜົນເລີຍ ແຕ່ເປັນພຽງຂໍ້ອ້າງທີ່ຖ່ວງດຶງຈາກຄວາມສຳເລັດເທົ່ານັ້ນ ແລະ ຕໍ່ໄປນີ້ຄື 10 ເຫດຜົນທີ່ວ່າເຮັດຫຍັງເຮົາຈຶ່ງບໍ່ຮັ່ງບໍ່ມີຄືເພິ່ນ:

1. ບໍ່ມີຄົນຊ່ວຍຊີ້ນຳແນວທາງທີ່ຖືກຕ້ອງ: ເຮົາຄວນຈະຢູ່ທ່າມກາງຜູ້ທີ່ມີພະລັງດ້ານບວກ ແລະ ທີ່ສຳຄັນທີ່ສຸດຄື ຕ້ອງມີຄົນທີ່ເຮົາໄວ້ເນື້ອເຊື່ອໃຈທີ່ຄ່ອຍຊ່ວຍເຫຼືອແນະນຳເຮົາໄປໃນແນວທາງທີ່ຖືກຕ້ອງ ລວມທັງຊ່ວຍຊຸກດັນໃຫ້ເຮົາໄປສູ່ຄວາມສຳເລັດໄດ້ໄວຂຶ້ນອີກດ້ວຍ.

2. ບໍ່ພ້ອມທີ່ຈະເສຍບາງສິ່ງເພື່ອສິ່ງທີ່ດີກວ່າ: ເຮົາບໍ່ສາມາດໄດ້ທຸກຢ່າງທີ່ເຮົາຕ້ອງການ ຖ້າເຮົາບໍ່ຍອມທີ່ຈະຖິ້ມບາງສິ່ງບາງຢ່າງເຊັ່ນ: ການຕິດໝູ່,​ ການອອກໄປທ່ຽວ ຫຼື ໄປງານສະຫຼອງເປັນປະຈຳ ແທນທີ່ຈະມາທຸ້ມເທໃຫ້ກັບສິ່ງທີ່ເຮົາຝັນໄວ້ ເຮົາກໍ່ຈະບໍ່ມີມື້ປະສົບຄວາມສຳເລັດໄດ້ໃນແບບທີ່ເຮົາຝັນຫາແນ່ນອນ

3. ຢ້ານຄວາມລົ້ມເຫຼວ: ເຮົາຈະພົບກັບຄວາມລົ້ມເຫຼວ ແລະ ເຮັດຜິດພາດນັບຄັ້ງບໍ່ຖ້ວນ ເຊິ່ງເຮົາກໍ່ຕ້ອງຮຽນຮູ້ທີ່ຈະຜ່ານພົ້ນມັນໄປໃຫ້ໄດ້ ຖ້າເຮົາມີແຕ່ຢ້ານທີ່ຈະລົ້ມເຫຼວ ເຮົາຈະບໍ່ມີທາງເອົາຊະນະມັນໄດ້ຈັກເທື່ອ.

4. ວາງເປົ້າໝາຍບໍ່ຊັດເຈນ: ຖ້າຫາກວ່າເຮົາບໍ່ມີເປົ້າໝາຍ ແລະ ວິທີບັນລຸເປົ້າໝາຍຢ່າງເປັນຂັ້ນເປັນຕອນທີ່ຊັດເຈນ ເຮົາກໍ່ບໍ່ມີທາງກະກາຍເປັນຄົນຮັ່ງຄົນມີຄືເພິ່ນໄດ້ ດັ່ງນັ້ນ, ຈົ່ງໃຊ້ເວລາໃນການວາງແຜນໃຫ້ດີໆ ແລະ ເຈາະຈົງລົງໄປເຖິງເປົ້າໝາຍໃຫ້ຫຼາຍຍິ່ງຂຶ້ນ

5. ມີຄວາມຄິດວ່າຄົນອື່ນໆປະສົບຄວາມສຳເລັດໄດ້ຍົກເວັ້ນຕົວເຮົາເອງ: ໃຫ້ເຊື່ອໝັ້ນວ່າຕົວເຮົາເອງກໍ່ສາມາດປະສົບຄວາມສຳເລັດ ຈົ່ງຄິດພາບຕົວເອງເປັນນັກທຸລະກິດທີ່ປະສົບຄວາມສຳເລັດທີ່ເຮົາເຄີຍອິດສາ ຖ້າເຮົາຄິດພາບຕົວເອງໃນຖານະເສດຖີຜູ້ປະສົບຄວາມສຳເລັດອອກ ແລະ ເຊື່ອໝັ້ນຢ່າງແຮງກ້າວ່າມັນເກີດຂຶ້ນກັບເຮົາໄດ້ກໍ່ຖືວ່າເຮົາໄດ້ເຂົ້າໃກ້ເປົ້າໝາຍໄປອີກກ້າວໜຶ່ງແລ້ວ

6. ຄິດວ່າພື້ນເພ ຫຼື ບ່ອນທີ່ເຮົາອາໄສຢູ່ເຮັດໃຫ້ເຮົາປະສົບຄວາມສຳເລັດບໍ່ໄດ້: ໃຫ້ຈື່ໄວ້ເລີຍວ່າ ບໍ່ມີຫຍັງມາຂວາງກັ້ນເຮົາຈາກຄວາມສຳເລັດໄດ້ ຂຢໍ້າວ່າອີກຄັ້ງວ່າ ບໍ່ມີຫຍັງທີ່ຈະຂວາງກັ້ນເຮົາຈາກຄວາມສຳເລັດໄດ້

7. ບໍ່ໃຊ້ອິນເຕີເນັດ: ອິນເຕີເນັດໄດ້ປ່ຽນແປງໂລກມາຫຼາຍແລ້ວ ແລະ ກໍ່ຍັງຄົງສ້າງຄວາມປ່ຽນແປງຢູ່ເລື້ອຍໆ ຖ້າຫາກເຮົາຍັງບໍ່ໄດ້ໃຊ້ອິນເຕີເນັດເລີຍ ກໍ່ແປວ່າເຮົາຍັງບໍ່ໄດ້ໃຊ້ປະໂຫຍດຈາກໜຶ່ງໃນເຄື່ອງມືທີ່ສາມາດສ້າງລາຍຮັບທີ່ຊົງພະລັງທີ່ສຸດໃນຕອນນີ້.

8. ຄິດວ່າເງິນຊື້ຄວາມສຸກບໍ່ໄດ້ ແລະ ລືມໄປວ່າເງິນສາມາດຊື້ອິດສະຫຼະພາບໄດ້: ເງິນເປັນເຈ້ຍ, ເປັນຕົວເລກທີ່ຈະພາທ່ານໄປສູ່ອິດສະຫຼະພາບໄດ້ ເຊິ່ງເປັນບ່ອນທີ່ຜູ້ຄົນຫຼາກຫຼາຍໃນໂລກນີ້ຝັນຢາກໄປໃຫ້ເຖິງ ເພາະອິດສະຫຼະພາບຈະນຳເຮົາໄປສູ່ຄວາມສຸກ ຈົ່ງສ້າງແຮງກະຕຸ້ນໃຫ້ຕົວເອງດ້ວຍການຄຳນຶງເຖິງອິດສະຫຼະພາບທາງການເງິນທີ່ເຮົາໄຝ່ຝັນໄວ້ ແລ້ວລົງມືເຮັດມັ້ນໃຫ້ເປັນຈິງດີກວ່າ

9. ເລືອກຄົບໝູ່ທີ່ຜິດ: ຄົນຮອບຕົວເຮົາຄວນຈະເປັນຝ່າຍທີ່ສາມາດໃຫ້ການຊ່ວຍເຫຼືອສະໜັບສະໜູນເຮົາຢ່າງຂ້າງໆ, ຊຸກດັນໃຫ້ເຮົາຄິດບວກ ແລະ ໝັ້ນທ່ຽງໄປກັບວຽກງານ ໝູ່ເພື່ອນບໍ່ຄວນກາຍເປັນສິ່ງທີ່ເຮັດໃຫ້ເຮົາວຸ້ນວາຍ ຫຼື ກ້າວເດີນໄປໃນທາງລົບ ເພາະມັນຈະມີຜົນເສຍຕໍ່ເຮົາແນ່ນອນ ບໍ່ວ່າທາງໃດກໍ່ທາງໜຶ່ງ ຖ້າເປັນເຊັ່ນນັ້ນກໍ່ອາດເຖິງເວລາແລ້ວທີ່ເຮົາຈະຕ້ອງຫາໝູ່ກຸ່ມໃໝ່ທີ່ດີກວ່າ

10. ເລືອກບ່ອນທີ່ສ່ຽງ ເພື່ອຜົນຕອບແທນທີ່ສູງເຊັ່ນຫຼິ້ນການພະນັກ ແທນທີ່ຈະພັດທະນາທັກສະຂອງຕົວເອງໃຫ້ເກັ່ງຂຶ້ນ: ການພັດທະນາສຶກສະ ແລະ ພື້ນຖານຄວາມຮູ້ຂອງຕົວເອງນັ້ນມີຜົນດີໃນໄລຍະຍາວ ແນ່ນອນວ່າມັນຕ້ອງອາໄສເວລາຍາວນານ ແລະ ເປັນວຽກທີ່ໜັກ ແຕ່ມັນຈະນຳພາເຮົາໄປສູ່ຄວາມສຳເລັດໃນໄລຍະຍາວຄືກັບທີ່ຫວັງໄວ້.

"ຖ້າທ່ານເກີດມາທຸກ ມັນບໍ່ແມ່ນຄວາມຜິດພາດຂອງຕົວທ່ານ ແຕ່ຖ້າທ່ານຕາຍໄປທັງໆທີ່ຍັງທຸກຍາກຢູ່ ນັ້ນລະຄືຄວາມຜິດພາດຂອງທ່ານ" (Bill Gates)

No comments

Powered by Blogger.