ສື່ເກົາຫຼີໃຕ້ກ່າວ ສະຫະລັດ ພ້ອມລະດົມກຳລັງໃນພາລະກິດຊ້ອມຮົບຮ່ວມ - ອິດສະຫຼະ

ສື່ເກົາຫຼີໃຕ້ກ່າວ ສະຫະລັດ ພ້ອມລະດົມກຳລັງໃນພາລະກິດຊ້ອມຮົບຮ່ວມ



ສື່ໃນປະເທດເກົາຫຼີໃຕ້ອ້າງລາຍງານຂອງກະຊວງປ້ອງກັນປະເທດທີ່ສະເໜີຕໍ່ຄະນະກຳມະທິການລັດຖະສະພາ ແຕ່ບໍ່ໄດ້ເປີດເຜີຍລາຍລະອຽດວ່າ ແຜນການລະດົມກຳລັງສຳລັບການຊ້ອມຮົບຮ່ວມທີ່ຈະມີຂຶ້ນນີ້ ແມ່ນເພື່ອຕອບໂຕ້ການທົດສອບຍິງຂີປະນາວຸດຂອງເກົາຫຼີເໜືອເມື່ອວັນອາທິດທີ່ຜ່ານມາຫຼືບໍ່ ເຊິ່ງຖືເປັນການຂັດຕໍ່ມະຕິສະຫະປະຊາຊາດ. ທີ່ຜ່ານມາສະຫະລັດ ແລະ ເກົາຫຼີໃຕ້ໄດ້ເຄີຍມີການຊ້ອມຮົບທາງການທະຫານແບບເຕັມຮູບແບບປະຈຳປີທີ່ເກົາຫຼີໃຕ້ມາແລ້ວ ເຊິ່ງໂດຍທົ່ວໄປຈະມີຂຶ້ນໃນເດືອນມີນາ ແຕ່ເຖິງຢ່າງໃດກໍ່ຕາມເກົາຫຼີເໜືອຕີລາຄາເຫດການດັ່ງກ່າວວ່າ "ພາລະກິດຮ່ວມຂອງສອງປະເທດຖືເປັນການກຽມພ້ອມເຮັດສົງຄາມກັບເກົາຫຼີເໜືອ"

No comments

Powered by Blogger.