ຊ່ວຍກັນແຈ້ງຂໍ້ມູນ ກ່ຽວກັບທຸລະກິດທີ່ບໍ່ເຄື່ອນໄຫວ ຫຼື ເຄື່ອນໄຫວບໍ່ຖືກຕ້ອງ ໂທ 1510 - ອິດສະຫຼະ

ຊ່ວຍກັນແຈ້ງຂໍ້ມູນ ກ່ຽວກັບທຸລະກິດທີ່ບໍ່ເຄື່ອນໄຫວ ຫຼື ເຄື່ອນໄຫວບໍ່ຖືກຕ້ອງ ໂທ 1510



ກະຊວງອຸດສາຫະກຳ ແລະ ການຄ້າ, ອອກແຈ້ງການກ່ຽວກັບຂໍ້ມູນວິສາຫະກິດ ທີ່ບໍ່ເຄື່ອນໄຫວ ຫຼື ເຄື່ອນໄຫວທຸລະກິດບໍ່ຖືກຕ້ອງ ຕາມກິດຈະການທີ່ໄດ້ຮັບອະນຸຍາດໃນໃບທະບຽນວິສາຫະກິດ, ສະບັບເລກທີ 2398/ຫອຄ.ກທຄວ, ລົງວັນທີ 09 ຕຸລາ 2017. ເພື່ອໃຫ້ທຸກພາກສ່ວນໃນສັງຄົມຊ່ວຍກັນເປັນຫູເປັນຕາ ໃນການແຈ້ງຂໍ້ມູນ ຖ້າຫາກພົບເຫັນ ຫຼື ມີຂໍ້ມູນກ່ຽວກັບວິສາຫະກິດທີ່ມີເຫດການໜ້າສົງໄສ ຫຼື ພຶດຕິກຳ ເຊິ່ງເຊື່ອວ່າບໍ່ໄດ້ເຄື່ອນໄຫວ ຫຼື ເຄື່ອນໄຫວທຸລະກິດ ແຕ່ບໍ່ສອດຄ່ອງກັບກິດຈະການ ຕາມທີ່ພາກລັດອະນຸຍາດໃຫ້ໃນທະບຽນວິສາຫະກິດ. ໂດຍການຕິດຕໍ່ປະສານໂດຍກົງຫາເຈົ້າໜ້າທີ່ພາກລັດ ຜ່ານສາຍດ່ວນ ແລະ ເບີໂທລະສັບຕ່າງໆດັ່ງນີ້:

- ເບີໂທລະສັບສາຍດ່ວນ: 1510 ຂອງກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ;
- ເບີໂທລະສັບ: 030 440-2827 ຫຼື Whatsapp 020-9663-8135 ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ, ກະຊວງອຸດສາຫະກຳ ແລະ ການຄ້າ.

ທຸກໆການແຈ້ງຂໍ້ມູນຂອງທ່ານ ຈະເປັນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ ແລະ ຊ່ວຍພໍ່ຄ້າຊາວຂາຍທີ່ດຳເນີນທຸະກິດຖືກຕ້ອງຕາມລະບຽບກົດໝາຍໃນທົ່ວປະເທດ. ທ່ານສາມາດໂທໄດ້ທຸກວັນ, ໃນໂມງລັດຖະການ, ທຸກໆຂໍ້ມູນ ແລະ ແຫຼ່ງຂ່າວ ຈະຖືກຮັກສາເປັນຄວາມລັບ ເພື່ອຮັກສາຄວາມປອດໄພແກ່ທ່ານຜູ້ປະສົງດີຕໍ່ປະເທດຊາດ.

No comments

Powered by Blogger.