"ນະຄອນ" ແມ່ນຫຍັງ? ເປັນຫຍັງເມືອງຫຼວງພະບາງ ຈຶ່ງສະເໜີສ້າງຕັ້ງເປັນນະຄອນ - ອິດສະຫຼະ

"ນະຄອນ" ແມ່ນຫຍັງ? ເປັນຫຍັງເມືອງຫຼວງພະບາງ ຈຶ່ງສະເໜີສ້າງຕັ້ງເປັນນະຄອນ



ໂດຍອີງຕາມກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບເລກທີ 68/ສພຊ ລົງວັນທີ 14 ທັນວາ 2015 ໃຫ້ຮູ້ວ່າ: ການປົກຄອງທ້ອງຖິ່ນແມ່ນ ການຄຸ້ມຄອງບໍລິຫານລັດຂັ້ນທ້ອງຖິ່ນ ໂດຍການປົກຄອງທ້ອງຖິ່ນແຫ່ງ ສປປ.ລາວ ໄດ້ແບ່ງອອກເປັນ 3 ຂັ້ນຄື:
1. ຂັ້ນແຂວງ,
2. ຂັ້ນເມືອງ
3. ຂັ້ນບ້ານ

-ຂັ້ນແຂວງ ປະກອບມີ: ແຂວງ, ນະຄອນຫຼວງ;
-ຂັ້ນເມືອງ ປະກອບມີ: ເມືອງ, ເທດສະບານ, ນະຄອນ
- ຂັ້ນບ້ານ ປະກອບມີ: ບ້ານ

ການຈັດຕັ້ງ ແລະ ເຄື່ອນໄຫວຂອງອົງການປົກຄອງທ້ອງຖິ່ນ ແມ່ນລວມສູນເປັນເອກະພາບໃນການຄຸ້ມຄອງລັດ ທີ່ມີການແບ່ງຂັ້ນຄຸ້ມຄອງ, ຂັ້ນບ້ານຂຶ້ນກັບຂັ້ນເມືອງ, ຂັ້ນເມືອງຂຶ້ນກັບຂັ້ນແຂວງ, ຂັ້ນແຂວງຂຶ້ນກັບລັດຖະບານ.

ດັ່ງນັ້ນ, "ນະຄອນ" ທີ່ເມືອງຫຼວງພະບາງ ຂໍສ້າງຕັ້ງ (ບໍ່ແມ່ນໝົດແຂວງຫຼວງພະບາງ)  ແມ່ນ "ເມືອງ" ຫຼື ເທດສະບານທີ່ມີລະດັບການພັດທະນາສູງ, ຄົບຕາມເງື່ອນໄຂດັ່ງນີ້:

1. ເປັນເມືອງ ຫຼື ເທດສະບານ ທີ່ມີພົນລະເມືອງແຕ່ 60,000 ຄົນຂຶ້ນໄປ ແລະ ຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານຕ້ອງມີ 25,000 ຄົນ ຂຶ້ນໄປ;

2. ມີຄວາມໜາແໜ້ນຂອງພົນລະເມືອງພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານ ເຊິ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ ຫຼື ເທດສະບານແຕ່ 900 ຄົນຂຶ້ນໄປຕໍ່ກິໂລຕາແມັດ;

3. ມີຈຳນວນຜູ້ປະກອບອາຊີບເປັນກະສິກອນຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເຫດສະບານເຊິ່ງເປັນທີ່ຕັ້ງຂອງອົງການປົກຄອງເມືອງ, ເທດສະບານບໍ່ເກີນ 25% ຂອງຈຳນວນພົນລະເມືອງທັງໝົດທີ່ຢູ່ພາຍໃນພື້ນທີ່ຕົວເມືອງ ຫຼື ຕົວເທດສະບານດັ່ງກ່າວ;

4. ມີພື້ນຖານໂຄງລ່າງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ໄດ້ຮັບການພັດທະນາໃນລະດັບສູງ ແລະ ເປັນລະບົບຄົບຊຸດ;

5. ເປັນບ້ານພັດທະນາທັງໝົດ;

6. ກຸ້ມຕົນເອງດ້ານລາຍຈ່າຍບໍລິຫານປົກກະຕິ ແລະ ມີສ່ວນແຮໄວ້ເພື່ອການລົງທຶນ.

ໂດຍອົງການປົກຄອງນະຄອນແມ່ນ ອົງການບໍລິຫານລັດຂັ້ນເມືອງ ເຊິ່ງມີໂຄງປະກອບກົງຈັກການປົກຄອງເປັນ "ຫ້ອງວ່າການນະຄອນ" ທີ່ປະກອບດ້ວຍບຸກຄະລາກອນຄື: "ເຈົ້ານະຄອນ", ຮອງເຈົ້ານະຄອນ ແລະ ຫົວໜ້າຫ້ອງວ່າການ, ຫົວໜ້າຫ້ອງການ ແລະ ຫົວໜ້າອົງການລັດທຽບເທົ່າຫ້ອງການຂອງນະຄອນ.

ຍົກຕົວຢ່າງ ຖ້າຫາກສ້າງຕັ້ງເມືອງອື່ນໆເປັນນະຄອນເຊັ່ນ:
- ເມືອງຫຼວງພະບາງ = ນະຄອນຫຼວງພະບາງ (ມີຫຼວງ ແຕ່ບໍ່ໄດ້ໝາຍຄວາມວ່າເປັນ "ນະຄອນຫຼວງ")
- ເມືອງໄກສອນພົມວິຫານ = ນະຄອນໄກສອນພົມວິຫານ (ບໍ່ມີຫຼວງ)
- ເມືອງປາກເຊ = ນະຄອນປາກເຊ (ບໍ່ມີຫຼວງ)

ດັ່ງນັ້ນ, "ນະຄອນ" ທີ່ "ເມືອງຫຼວງພະບາງ" ຂໍສ້າງຕັ້ງນັ້ນ ຈຶ່ງມີຖານະທຽບເທົ່າກັບ "ເມືອງ" ແລະ ເນື່ອງດ້ວຍຊື່ຂອງ ເມືອງຫຼວງພະບາງ ມີຄຳວ່າ "ຫຼວງ" ຂຶ້ນໜ້າ ເມື່ອເອົາຄຳວ່າ "ນະຄອນ" ມາແທນຄຳວ່າ "ເມືອງ" ຈຶ່ງເປັນ "ນະຄອນຫຼວງພະບາງ" ອັນເປັນເຫດເຮັດໃຫ້ຫຼາຍທ່ານສັບສົນ ເພາະມີລັກສະນະຄ້າຍຄື ຫຼື ຄື ກັບ "ນະຄອນຫຼວງວຽງຈັນ" ເຊິ່ງກໍ່ໄດ້ເຮັດໃຫ້ຫຼາຍທ່ານຄາໃຈວ່າ ເປັນຫຍັງ? ຈຶ່ງຕ້ອງມີເຖິງ 2 ນະຄອນຫຼວງ, ແຕ່ຈາກຂໍ້ມູນຂ້າງເທິງທີ່ກ່າວຜ່ານມາແລ້ວນັ້ນ ຫວັງຢ່າງຍິ່ງວ່າຈະແກ້ໄຂຂໍ້ຂ້ອງໃຈໃຫ້ກັບບັນດາທ່ານໄດ້ບໍ່ຫຼາຍກໍ່ໜ້ອຍ.


No comments

Powered by Blogger.