ດ່ວນ...! ສ.ອາເມຣິກາ ຂຶ້ນບັນຊີດຳຄິງ ໂຣມັນ ກາສິໂນ ແຂວງບໍ່ແກ້ວ ສປປ.ລາວ ເປັນອາຊະຍາກຳຂ້າມຊາດ - ອິດສະຫຼະ

ດ່ວນ...! ສ.ອາເມຣິກາ ຂຶ້ນບັນຊີດຳຄິງ ໂຣມັນ ກາສິໂນ ແຂວງບໍ່ແກ້ວ ສປປ.ລາວ ເປັນອາຊະຍາກຳຂ້າມຊາດ



ສຳນັກຂ່າວຕ່າງປະເທດລາຍງານ 31 ມັງກອນ 2018 ວ່າ: ກະຊວງການເງິນຂອງສະຫະລັດ ອາເມຣິກາ ອອກຖະແຫຼງການເມື່ອວັນອັງຄານທີ່ຜ່ານມາ ເລື່ອງການຂຶ້ນບັນຊີດຳ "ຄິງ ໂຣມັນ ກາສິໂນ" (Kings Romans Casino) ໃນຖານະອົງການອາຊະຍາກຳຂ້າມຊາດ ໂດຍມີສະຖານທີ່ຕັ້ງຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ.ລາວ ທີ່ມີຊາຍແດນຕິດກັບໄທ ແລະ ມຽນມາ.

ເຊິ່ງລັດຖະບານສະຫະລັດ ອາເມຣິກາມີຫຼັກຖານທີ່ເຊື່ອຖືໄດ້ວ່າ ຄິງ ໂຣມັນ ກາສິໂນ ເປັນຊ່ອງທາງຂອງກິດຈະກຳຜິດກົດໝາຍຫຼາຍຢ່າງໃນເຂດສາມຫຼ່ຽມຄຳ ບໍ່ວ່າຈະເປັນການຄ້າຢາເສບຕິດ ທີ່ລວມເຖິງການເປັນຜູ້ຈັດຈຳໜ່າຍເຮໂລອິນ ແລະ ຢາບ້າໃຫ້ກັບກອງທັບວ້າແດງ ໃນລັດສານຂອງມຽນມາ, ການຄ້າມະນຸດ ແລະ ການຄ້າສັດປ່າ ແລະ ອະໄວຍະວະສັດປ່າຄຸ້ມຄອງ ບໍ່ວ່າຈະເປັນໝີດຳ, ລິ່ນ, ເສືອ ແລະ ຊ້າງ ໂດຍເຈົ້າໜ້າທີ່ສາມາດສືບເສັ້ນທາງກິດຈະກຳຜິດກົດໝາຍດັ່ງກ່າວມາແຕ່ປີ 2014 ໃນຂະນະທີ່ຄິງ ໂຣມັນ ກາສິໂນ ໄດ້ຮັບການສຳປະທານໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມື່ອປີ 2009.
ນອກເໜືອຈາກການລະບຸໃຫ້ຄິງ ໂຣມັນ ກາສິໂນ ມີສະຖານະເປັນອົງການອາຊະຍາກຳຂ້າມຊາດແລ້ວ ກະຊວງການເງິນສະຫະລັດ ອາເມຣິກາ ຍັງໄດ້ຂຶ້ນບັນຊີບຸກຄົນ 4 ຄົນ ທີ່ມີສ່ວນກ່ຽວຂ້ອງໂດຍກົງກັບການບໍລິຫານອົງກອນແຫ່ງນີ້ໄດ້ແກ່: ທ່ານ ຈ້າວ ເຫວີຍ ມະຫາເສດຖີຄົນຈີນ ຜູ້ບໍລິຫານສູງສຸດຂອງບໍລິສັດລົງທຶນລະຫວ່າງປະເທດຄິງ ໂຣມັນ ເຊິ່ງຈົດທະບຽນທີ່ຮົງກອງ, ທ່ານ ນາງ ຊູ ກູ່ສິນ ສັນຊາດຈີນ ແລະ ເປັນພັນລະຍາຂອງທ່ານ ຈ້າວ ເຫວີຍ, ທ່ານ ອັບບາສ ອີບາຣາຮິມ ສັນຊາດອົດສະຕາລີ ຮັບຜິດຊອບລະບົບຮັກສາຄວາມປອດໄພພາຍໃນຄິງ ໂຣມັນ ກາສິໂນ ແລະ ມີໜ້າທີ່ໃຫ້ສິນບົນໃນນາມອົງກອນ ສ່ວນຄົນສຸດທ້າຍເປັນພົນລະເມືອງສັນຊາດໄທຄື ທ່ານ ນັດ ຣຸ່ງຕາວັນຂີຣີ ຜູ້ອຳນວຍການບໍລິສັດຄິງ ໂຣມັນ ແລະ ມີໜ້າທີ່ເຄື່ອນຍ້າຍຊັບສິນໃນນາມອົງກອນ.



No comments

Powered by Blogger.