ການເຈລະຈາສັນຕິພາບຊີຣີ ທີ່ປະເທດລັດເຊຍ ຍັງບໍ່ມີຄວາມແນ່ນອນ ແລະ ຊັດເຈນ - ອິດສະຫຼະ

ການເຈລະຈາສັນຕິພາບຊີຣີ ທີ່ປະເທດລັດເຊຍ ຍັງບໍ່ມີຄວາມແນ່ນອນ ແລະ ຊັດເຈນ



ສຳນັກຂ່າວຕ່າງປະເທດລາຍງານ 31 ມັງກອນ 2018 ວ່າ: ທ່ານ ສະຕາບຟານ ເດີ ມີສຕູຣາ ທູດພິເສດດ້ານກິດຈະການຊີຣີຂອງສະຫະປະຊາຊາດ ກ່າວພາຍຫຼັງສຳເລັດການເຂົ້າຮ່ວມການປະຊຸມສັນຕິພາບຊີຣີ ທີ່ລັດເຊຍເປັນເຈົ້າພາບຈັດຂຶ້ນ ທີ່ເມືອງໂຊຊີ ເມື່ອວັນອັງຄານທີ່ຜ່ານມາວ່າ ຜູ້ເຂົ້າຮ່ວມກອງປະຊຸມທຸກຝ່າຍ ມີມະຕິເຫັນດີໃຫ້ມີການຈັດຕັ້ງຄະນະກຳມາທິການສະເພາະກິດ ເພື່ອຮ່າງລັດຖະບານມະນູນສະບັບໃໝ່ ສຳລັບການບໍລິຫານປະເທດໃນໄລຍະພາຍຫຼັງສົງຄາມ ໂດຍສະມາຊິກຂອງຄະນະດັ່ງກ່າວຕ້ອງມີທັງຕົວແທນຝ່າຍລັດຖະບານ ແລະ ຝ່າຍຕໍ່ຕ້ານ.

ເຖິງແມ່ນວ່າທ່ານ ສະຕາບຟານ ເດີ ມີສຕູຣາ ຢືນຢັນວ່າສະຫະປະຊາຊາດ ຈະຮັບໜ້າທີ່ເປັນຜູ້ນຳໃນການຈັດຕັ້ງຄະນະກຳມາທິການຮ່າງລັດຖະທຳມູນູນຊຸດນີ້ ແຕ່ກໍ່ຍັງບໍ່ໄດ້ກຳນົດກອບໄລຍະເວລາຢ່າງຊັດເຈນວ່າຈະເກີດຂຶ້ນເມື່ອໃດ ແລະ ບໍ່ມີເນື້ອໃນຕອນໃດຂອງຖະແຫຼງການທີ່ລະບຸເຖິງ "ອະນາຄົດ" ຂອງທ່ານ ບາຊາ ແອວ-ອັສຊາດ ຜູ້ນຳຊີຣີຄົນປັດຈຸບັນ, ແຕ່ແນວໃດກໍ່ຕາມທູດພິເສດຂອງສະຫະປະຊາຊາດຢືນຢັນວ່າ ຊີຣີເທົ່ານັ້ນຈະເປັນຜູ້ຕັດສິນໃຈທິດທາງຂອງປະເທດໃນໄລຍະພາຍຫຼັງສົງຄາມ ຜ່ານການເລືອກຕັ້ງທີ່ໂປ່ງໃສຕາມແນວທາງປະຊາທິປະໄຕ.


ເຊິ່ງກອງປະຊຸມໃນຄັ້ງນີ້ ເປັນຜົນມາຈາກການປຶກສາຫາລືສາມຝ່າຍລະຫວ່າງລັດເຊຍ-ຕວັກກີ ແລະ ອີຣານ ເມື່ອເດືອນພະຈິກ 2017 ທີ່ຜ່ານມາ ແລະ ລັດຖະບານລັດເຊຍຕ້ອງການໃຫ້ເປັນການເຈລະຈານອກຮອບ ຈາກການເຈລະຈາສັນຕິພາບຊີຣີຮອບທີ 9 ເຊິ່ງສະຫະປະຊາຊາດເປັນເຈົ້າພາບຈັດຂຶ້ນທີ່ນະຄອນຫຼວງວຽນນາ ເມືອງຫຼວງຂອງໂອຕຣິດ ເມື່ອອາທິດທີ່ຜ່ານມານັ້ນ ເປັນໄປດ້ວຍບັນຍາກາດທີ່ບໍ່ເຕັມເມັດເຕັມໜ່ວຍ ເມື່ອກຸ່ມການເມືອງຂະໜາດໃຫຍ່ຫຼາຍກຸ່ມປະຕິເສດເຂົ້າຮ່ວມ ໂດຍສະເພາະຄະນະກຳມາທິການເຈລະຈາຊີຣີ (SNC) ອົງກອນກາງຝ່າຍຕໍ່ຕ້ານລັດຖະບານຊີຣີ ທີ່ອາຣັບບີ ຊາອູດິດໃຫ້ການສະໜັບສະໜູນຢ່າງເປີດເຜີຍ ໝາຍຄວາມວ່າຍັງບໍ່ແນ່ນອນວ່າ SNC ຈະເຂົ້າຮ່ວມກັບຂະບວນການຮ່າງລັດຖະທຳມະນູນນີ້ຫຼືບໍ່, ຂະນະທີ່ທ່ານ ເຊີເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ທີ່ເຮັດໜ້າທີ່ອ່ານຖະແຫຼງການຂອງທ່ານ ປູຕິນ ທ່າມກາງສຽງຮ້ອງຄັດຄ້ານຂອງຜູ້ເຂົ້າຮ່ວມປະຊຸມບາງສ່ວນ.




No comments

Powered by Blogger.