ທະນາຄານແຫ່ງ ສປປ.ລາວ ແຈ້ງເຕືອນປະຊາຊົນໃຫ້ລະວັງຕົວ ເລື່ອງການຝາກເງິນ ແລະ ປ່ອຍສິນເຊື່ອ ທີ່ໄດ້ຜົນຕອບແທນສູງ ແລະ ແຈ້ງລາຍຊື່ສະຖາບັນການເງິນທີ່ໄດ້ຮັບອະນຸຍາດ - ອິດສະຫຼະ

ທະນາຄານແຫ່ງ ສປປ.ລາວ ແຈ້ງເຕືອນປະຊາຊົນໃຫ້ລະວັງຕົວ ເລື່ອງການຝາກເງິນ ແລະ ປ່ອຍສິນເຊື່ອ ທີ່ໄດ້ຜົນຕອບແທນສູງ ແລະ ແຈ້ງລາຍຊື່ສະຖາບັນການເງິນທີ່ໄດ້ຮັບອະນຸຍາດ



ທະນາຄານແຫ່ງ ສປປ.ລາວ ໄດ້ອອກແຈ້ງເຕືອນ ເລກທີ 252/ຫກ ລົງວັນທີ 27ເມສາ 2017 ຂໍແຈ້ງມາຍັງທ່ານ ພໍ່ແມ່ປະຊາຊົນລາວ, ຊາວຄ້າຂາຍ, ທະຫານ-ຕຳຫຼວດ ຮັບຊາບທົ່ວເຖິງ ເພື່ອໃຫ້ມີສະຕິລະວັງຕົວຂຶ້ນ, ກ່ຽວກັບສະພາບປະກົດການຫຍໍ້ທໍ້ໃນສັງຄົມໃນປັດຈຸບັນທີ່ມີກຸ່ມຄົນທີ່ບໍ່ດີຄື: ບັນດາບໍລິສັດທີ່ບໍ່ແມ່ນສະຖາບັນການເງິນ ທີ່ບໍ່ໄດ້ຮັບການອະນຸຍາດຈາກ ທະນາຄານແຫ່ງ ສປປ.ລາວ ໄດ້ເຄື່ອນໄຫວໃຊ້ກົນອຸບາຍໂຄສະນາຊວນເຊື່ອ ປຸກລະດົມໃຫ້ປະຊາຊົນຮ່ວມລົງທຶນ ຫຼື ໃນຮູບແບບລະດົມເງິນຝາກ ແລະ ປ່ອຍເງິນກູ້ ທີ່ມີການເຄື່ອນໄຫວ ໂຄສະນາແຜ່ຫຼາຍຜ່ານສື່ສິ່ງພິມ ແລະ ສັງຄົມອອນລາຍຕ່າງໆໃນປັດຈຸບັນ ໂດຍການອ້າງວ່າຈະໄດ້ຮັບຜົນຕອບແທນສູງ ຫຼື ຈາກອັດຕາດອກເບ້ຍຕ່າງໆ. ເຊິ່ງຜ່ານມາເຮັດໃຫ້ພໍ່ແມ່ປະຊາຊົນຈຳນວນຫຼວງຫຼ!ຍ ໂດຍສະເພາະແມ່ນຢູ່ເຂດທ້ອງຖິ່ນ ໄດ້ຫຼົງເຊື່ອຕໍ່ກົນອຸບາຍໂຄສະນາດັ່ງກ່າວ ເຊິ່ງສ້າງຄວາມບໍ່ສະຫງົບໃຫ້ແກ່ສັງຄົມ ແລະ ລະບົບເສດຖະກິດຂອງປະເທດ.

ດັ່ງນັ້ນ, ໃນຕໍ່ໜ້າເພື່ອເປັນການຕ້ານ ແລະ ສະກັດກັ້ນບໍ່ໃຫ້ມີບັນຫາແບບນີ້ເກີດຂຶ້ນ ທະນາຄານແຫ່ງ ສປປ.ລາວ ຈຶ່ງຂໍແຈ້ງມາຍັງທ່ານຮັບຊາບວ່າ ປັດຈຸບັນສະຖາບັນການເງິນ (ທີ່ບໍ່ແມ່ນທະນາຄານທຸລະກິດ) ທີ່ໄດ້ຮັບການອະນຸຍາດດຳເນີນທຸລະກິດໃນຮູບແບບດັ່ງກ່າວຢ່າງຖືກຕ້ອງຕາມລະບຽບກົດໝາຍຈາກ ທະນາຄານແຫ່ງ ສປປ.ລາວ ມີທັງໝົດ 175 ແຫ່ງ ດັ່ງມີລາຍຊື່ລຸ່ມນີ້:



No comments

Powered by Blogger.