ມີລາຍງານ...! "ແຜ່ນດິນໄຫວ" ອີກແລ້ວ 3.2 ຣິກເຕີ ຈຸດເກົ່າມື້ວານນີ້ ທີ່ແຂວງໄຊຍະບູລີ - ອິດສະຫຼະ

ມີລາຍງານ...! "ແຜ່ນດິນໄຫວ" ອີກແລ້ວ 3.2 ຣິກເຕີ ຈຸດເກົ່າມື້ວານນີ້ ທີ່ແຂວງໄຊຍະບູລີ



ມີລາຍງານວ່າ ເມື່ອເວລາ 10:13 ນາທີ ຂອງມື້ນີ້ (7 ພຶດສະພາ 2017) ເກີດແຜ່ນດິນໄຫວອີກຄັ້ງທີ່ ເມືອງຫົງສາ ແຂວງໄຊຍະບູລີ ດ້ວຍແຮງສັ່ນສະເທື່ອ 3.2 ຣິກເຕີ, ຄວາມເລິກ 3 ກິໂລແມັດ ຈຸດເກີດແຜ່ນດິນໄຫວ 19°49'12.0"N 101°23'24.0"E ເຊິ່ງບ້ານທີ່ໃກ້ກັບຈຸດສູນກາງທີ່ສຸດແມ່ນບ້ານແກ້ງແອນ ເມືອງຫົງສາ ແຂວງໄຊຍະບູລີ.

ເຊິ່ງໃນມື້ວານນີ້ (6 ພຶດສະພາ 2017) ກໍ່ໄດ້ເກີດແຜ່ນດິນໄຫວໃນບໍລິເວນດັ່ງກ່າວ ໂດຍມີຈຸດສູນກາງໃກ້ຄຽງກັນ 19°48'36.0"N 101°25'12.0"E ດ້ວຍຄວາມແຮງ 4.9 ຣິກເຕີ, ຄວາມເລິກ 10 ກິໂລແມັດ ແລະ ແຮງສັ່ນສະເທື່ອນສາມາດຮັບຮູ້ໄດ້ທົ່ວເທດສະບານເມືອງຫົງສາ ແຕ່ບໍ່ມີລາຍງານຄວາມເສຍຫາຍ.

No comments

Powered by Blogger.