Stephen Hawking ແນະນຳມະນຸດໃຫ້ໄປຢູ່ດາວດວງອື່ນ - ອິດສະຫຼະ

Stephen Hawking ແນະນຳມະນຸດໃຫ້ໄປຢູ່ດາວດວງອື່ນ



Stephen Hawking ນັກຟີຊິກຊື່ດັງ ກ່າວໃນສາລະຄະດີ Stephen Hawking: Expedition New Earth ທີ່ຈະອອກອາກາດທາງໂທລະພາບຊ່ອງ BBC ໃນປີນີ້ເຕືອນວ່າ ມະນຸດເວລາເຫຼືອຢູ່ໃນໂລກນີ້ພຽງ 100 ເທົ່ານັ້ນ ຈາກນັ້ນຕ້ອງໄປຢູ່ດາວດວງອື່ນ ຖ້າບໍ່ດັ່ງນັ້ນແລ້ວອາດຈະຕ້ອງສູນພັນ ເພາະໂລກບໍ່ປອດໄພຫຼາຍຂຶ້ນທຸກມື້ ທັງໂລກລະບາດ ແລະ ດາວເຄາະນ້ອຍ.

ກ່ອນໜ້າທີ່ Stephen Hawking ເຄີຍສ້າງທິດສະດີວ່າ ມະນຸດມີເວລາເຫຼືອໃນໂລກປະມານ 1,000 ປີກ່ອນຈະສູນພັນ ແຕ່ຮອບໄລຍະເວລາຫົດສັ້ນລົງ ເຊິ່ງໄລຍະຫຼັງນີ້ນັກຟີຊິກຄົນດັ່ງກ່າວໄດ້ອອກມາເຕືອນຫຼາຍຄັ້ງເຊັ່ນ ເມື່ອປີ 2016 ເຄີຍເຕືອນເຖິງອັນຕະລາຍຈາກສົງຄາມນິວເຄຼຍ, ພາວະໂລກຮ້ອຍ, ໄວຣັສວິສະວະພັນທຸສາດ ແລະ ປັນຍາປະດິດ (AI).

Stephen Hawking ບໍ່ແມ່ນຄົນດັງໃນແວດວົງວິທະຍາສາດ ແລະ ເຕັກໂນໂລຊີພຽງຄົນດຽວທີ່ເຕືອນແບບນີ້ ມະຫາເສດຖີເຊັ່ນ: Elon Musk ຜູ້ກໍ່ຕັ້ງບໍລິສັດ Tesla Motors ແລະ SpaceX ກໍ່ເຄີຍບອກວ່າ ມະນຸດຕ້ອງປະສານເຂົ້າກັບເຄື່ອງກົນ ຖ້າບໍ່ດັ່ງນັ້ນກໍ່ສຽງຢູ່ບໍ່ໄດ້ໃນຍຸກຂອງ AI, ສ່ວນ Jack Ma ຜູ້ກໍ່ຕັ້ງ Alibaba ເຕືອນເມື່ອບໍ່ດົນມານີ້ວ່າ ສັງຄົມອາດພົບກັບຄວາມເຈັບປວດຫຼາຍທົດສະວັດ ເນື່ອງຈາກຄວາມແຕກແຍກອັນເປັນຜົນມາຈາກເຕັກໂນໂລຊີໃໝ່ ແລະ ອິນເຕີເນັດ.

No comments

Powered by Blogger.