ແບບໃດຈຶ່ງເອີ້ນວ່າ ທຸລະກິດຂະໜາດນ້ອຍ ຫຼື ທຸລະກິດຂະໜາດກາງ - ອິດສະຫຼະ

ແບບໃດຈຶ່ງເອີ້ນວ່າ ທຸລະກິດຂະໜາດນ້ອຍ ຫຼື ທຸລະກິດຂະໜາດກາງ



ໂດຍອີງຕາມດຳລັດວ່າດ້ວຍການຈັດແບ່ງຂະໜາດວິສາຫະກິດຂະໜາດ ແລະ ກາງ ເລກທີ 25/ລບ ລົງວັນທີ 16 ມັງກອນ 2017 ການຈັດແບ່ງຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງແມ່ນອີງໃສ່ຈຳນວນແຮງງານສະເລ່ຍໃນປີ ຫຼື ມູນຄ່າຊັບສິນທັງໝົດ ຫຼື ລວມຍອດລາຍຮັບທຸລະກິດປະຈຳປີຂອງວິສາຫະກິດທີ່ໄດ້ຂຶ້ນທະບຽນ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍ ໂດຍອີງຕາມຂະແໜງວິສາຫະກິດທີ່ດຳເນີນການຜະລິດສິນຄ້າ, ການຄ້າ ແລະ ການບໍລິການ.

• ຂະໜາດວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມີການຈັດແບ່ງເປັນ 3 ຂະໜາດັ່ງນີ້:
- ຈຸນລະວິສາຫະກິດ
- ວິສາຫະກິດຂະໜາດນ້ອຍ
- ວິສາຫະກິດຂະໜາດກາງ

1. ຈຸນລະວິສາຫະກິດ ແມ່ນວິສາຫະກິດຂະໜາດນ້ອຍສຸດ ທີ່ມີເງື່ອນໄຂໃດໜຶ່ງດັ່ງນີ້:

- ຂະແໜງການຜະລິດສິນຄ້າ: ແຮງງານສະເລ່ຍໃນປີ : 1-5 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 100,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 400,000,000 ກີບ

- ຂະແໜງການຄ້າ: ແຮງງານສະເລ່ຍໃນປີ : 1-5 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 150,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 400,000,000 ກີບ

- ຂະແໜງການບໍລິການ: ແຮງງານສະເລ່ຍໃນປີ : 1-5 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 200,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 400,000,000 ກີບ

2. ວິສາຫະກິດຂະໜາດນ້ອຍ ແມ່ນວິສາຫະກິດທີ່ມີເງື່ອນໄຂໃດໜຶ່ງດັ່ງນີ້:

- ຂະແໜງການຜະລິດສິນຄ້າ: ແຮງງານສະເລ່ຍໃນປີ : 6-50 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 1,000,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 2,000,000,000 ກີບ

- ຂະແໜງການຄ້າ: ແຮງງານສະເລ່ຍໃນປີ : 6-50 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 1,000,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 3,000,000,000 ກີບ

- ຂະແໜງການບໍລິການ: ແຮງງານສະເລ່ຍໃນປີ : 6-50 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 1,500,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 1,500,000,000 ກີບ

3. ວິສາຫະກິດຂະໜາດກາງ ແມ່ນວິສາຫະກິດທີ່ມີເງື່ອນໄຂດັ່ງນີ້:

- ຂະແໜງການຜະລິດສິນຄ້າ: ແຮງງານສະເລ່ຍໃນປີ : 51-99 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 4,000,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 4,000,000,000 ກີບ

- ຂະແໜງການຄ້າ: ແຮງງານສະເລ່ຍໃນປີ : 51-99 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 4,000,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 6,000,000,000 ກີບ

- ຂະແໜງການບໍລິການ: ແຮງງານສະເລ່ຍໃນປີ : 51-99 ຄົນ, ມູນຄ່າຊັບສິນທັງໝົດ: ບໍ່ເກີນ 6,000,000,000 ກີບ, ຍອດລາຍຮັບທຸລະກິດປະຈຳປີ: ບໍ່ເກີນ 4,000,000,000 ກີບ

No comments

Powered by Blogger.