ຈຸດສຸມ ແລະ ຄາດໝາຍສູ້ຊົນ ທີ່ລັດຖະບານ ຈະປະຕິບັດໃຫ້ບັນລຸຕາມເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມ 2017 - ອິດສະຫຼະ

ຈຸດສຸມ ແລະ ຄາດໝາຍສູ້ຊົນ ທີ່ລັດຖະບານ ຈະປະຕິບັດໃຫ້ບັນລຸຕາມເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມ 2017



ໂດຍອີງຕາມດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2017 ເລກທີ 445/ນຍ ຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ວາງຈຸດສຸມ ແລະ ຄາດໝາຍສູ້ຊົນ ທີ່ລັດຖະບານຕ້ອງເຮັດໃຫ້ບັນລຸເປົ້າໝາຍຕາມແຜນດັ່ງນີ້:

• ບັນດາວຽກງານຈຸດສຸມເພື່ອບັນລຸເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມ 2017

1. ຄຸ້ມຄອງເສດຖະກິດມະພາກ ໃຫ້ມີສະຖຽນລະພາບ ແລະ ໝັ້ນທ່ຽງ: ເພື່ອຮັບປະກັນໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບບໍ່ຫຼຸດ 7% ຕ້ອງຍູ້ແຮງການຜະລິດສິນຄ້າ ແລະ ການບໍລິການ; ສົ່ງເສີມການລົງທຶນ, ການຍົກສະມັດຕະພາບຂອງງານ ແລະ ການຄຸ້ມຄອງລັດໃຫ້ມີປະສິດທິພາບ;

2. ສືບຕໍ່ປັບປຸງການຄຸ້ມຄອງລະບົບການເງິນ-ງົບປະມານຢ່າງແຂງແຮງ: ປະຕິຮູບກົນໄກເກັບລາຍຮັບ ໃຫ້ເຂົ້າສູ່ລະບົບທັນສະໄໝ, ໂປ່ງໃສ, ເສີມສ້າງຖານລາຍຮັບ ໃຫ້ໝັ້ນຄົງກວ້າງຂວາງ ພ້ອມທັງຕິດຕາມ-ກວດກາ ແລະ ປັບປຸງກົນໄກ ປະຕິບັດແຜນງົບປະມານ ແລະ ແຜນລາຍຈ່າຍໃຫ້ມີປະສິດທິຜົນ, ສີງໃສ່ຜົນການກວດສອບ ໃຫ້ມີມາດຕະການເກັບກູ້ຄືນ ໃຫ້ເຂົ້າສູ່ງົບປະມານຢ່າງເຂັ້ມງວດ, ປະຕິບັດນະໂຍບາຍປະຢັດແຫ່ງຊາດໃຫ້ເຂັ້ມງວດ.

3. ຄຸ້ມຄອງເງິນຕາໃຫ້ມີສະຖຽນລະພາບ: ປະຕິບັດນະໂຍບາຍດອກເບ້ຍທີ່ສົມເຫດສົມຜົນ ຕາມກົນໄກຕະຫຼາດ, ກຳນົດອັດຕາດອກເບ້ຍເງິນຝາກ ແລະ ເງິນກູ້ຂອງທະນາຄານທຸລະກິດໃຫ້ເໝາະສົມ. ຊຸກຍູ້ໃຫ້ຕະຫຼາດລະຫວ່າງທະນາຄານ ແລະ ຕະຫຼາດເປີດ ແລະ ຕະຫຼາດພັນທະບັດເຄື່ອນໄຫວຢ່າງແຂງແຮງ ແລະ ມີປະສິດທິພາບສູງ ພ້ອມທັງປະຕິບັດບັນດາມາດຕະການຜູ້ໃຫ້ກູ້ຢືມແຫຼ່ງສຸດທ້າຍ.

4. ປັບປຸງສະພາບແວດລ້ອມ ໃນການດຳເນີນທຸລະກິດ: ແກ້ໄຂຂັ້ນຕອນ ແລະ ຂອດຕ່າງໆທີ່ບໍ່ສະດວກ ກົດໜ່ວງສ້າງຄວາມຫຍຸ້ງຍາກ ທັງເປັນການເພີ່ມຕົ້ນທຶນໃຫ້ແກ່ການດຳເນີນທຸລະກິດ ດ້ວຍການປະຕິບັດກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ (ສະບັບປັບປຸງປີ 2016) ແລະ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍເຂດເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ ເລກທີ 443/ນຍ, ລົງວັນທີ 26 ຕຸລາ 2010.

5. ຊຸກຍູ້ສົ່ງເສີມການຜະລິດ ແລະ ບໍລິການ ສົ່ງເສີມການລົງທຶນໃສ່ການຜະລິດ ແລະ ການບໍລິການ ໂດຍສຸມໃສ່ອັນທີ່ພວກເຮົາມີທ່າແຮງ ເປັນຕົ້ນແມ່ນການຜະລິດສິນຄ້າກະສິກຳ, ຍູ້ແຮງເສດຖະກິດຂະໜາດນ້ອຍ, ຂະໜາດກາງ, ການພັດທະນາແຫຼ່ງທ່ອງທ່ຽວ, ການບໍລິການການຄ້າ,​ ການບໍລິການຂົນສົ່ງ ແລະ ໂລຈິດຕິກ ແລະ ອື່ນໆ. ຊຸກຍູ້ສົ່ງເສີມການຮຽນຮູ້ ແລະ ນຳໃຊ້ຄວາມຮູ້ເຕັກນິກ ແລະ ເຕັກໂນໂລຊີທີ່ທັນສະໄໝ;​ ຍົກລະດັບຄວາມອາດສາມາດຂອງທຸລະກິດພາຍໃນ ໃນການຄຸ້ມຄອງ ແລະ ບໍລິການທຸລະກິດໃຫ້ສາມາດແຂ່ງຂັນໃນເງື່ອນໄຂແຫ່ງການເປັນປະຊາຄົມ.

6. ສືບຕໍ່ສຸມໃສ່ການພັດທະນາທາງດ້ານວັດທະນະທຳ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ: ຍົກຄຸນນະພາບການສຶກສາ ແລະ ສາທາລະນະສຸກໃຫ້ທົ່ວເຖິງ ໂດຍສະເພາະເຂດຊົນນະບົດຫ່າງໄກສອກຫຼີກ. ສຸມທຶນຮອນເຂົ້າໃສ່ການກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ຍົກລະດັບຄຸນນະພາບ ແລະ ຫຼັກສູດການຮຽນ-ການສອນຂອງສະຖານການສຶກສາເລີ່ມແຕ່ອະນຸບານເຖິງມະຫາວິທະຍາໄລ ໃຫ້ຂຶ້ນສູ່ລະດັບໃໝ່; ແກ້ໄຂບັນດາສິ່ງຫຍໍ້າທໍ້ຕ່າງໆໃຫ້ເປັນຮູບປະທຳ; ແກ້ໄຂບັນຫາການຂາດແຄນແຮງງານ, ຄຸນນະພາບຂອງແຮງງານ ແລະ ສືບຕໍ່ປະຕິບັດນະໂຍບາຍສະຫວັດດີການສັງຄົມໃຫ້ດີຂຶ້ນ. ຊຸກຍູ້ໃຫ້ບັນດາຂະແໜງການເປັນເຈົ້າການຄົ້ນຄວ້າ, ປະສານສົມທົບ ແລະ ນຳໃຊ້ທ່າແຮງຂອງຂະແໜງການ ແລະ ທ້ອງຖິ່ນ ໂດຍສ້າງເປັນໂຄງການລະອຽດບັນຈຸເຂົ້າໃນແຜນຈັດຕັ້ງປະຕິບັດຢູ່ເຂດຊົນນະບົດ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ.

7. ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນຍົງ (SDGs) ໃຫ້ເປັນຄາດໝາຍ, ເປັນແຜນງານ ແລະ ເປັນໂຄງການລະອຽດຂອງແຕ່ລະຂະແໜງການ ເພື່່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

8. ການບໍລິຫານລັດ ການເຄື່ອນໄຫວຂອງຜູ້ປະກອບການ: ຕ້ອງເອົາເຂົ້າລະບຽບກົດໝາຍຢ່າງເຄັ່ງຄັດ, ຕ້ານປະກົດການຫຍໍ້ທໍ້, ພະຍາດອາດຍາສິດ, ຕ້ານການສໍ້ລາດບັງຫຼວງໃຫ້ເປັນຮູບປະທຳ.

9. ການປັບປຸງບັນດານິຕິກຳ: ໃຫ້ບັນດາຂະແໜງການ, ອົງການທີ່ຕ້ອງການຈະປັບປຸງບັນດານິຕິກຳຕ່າງໆທີ່ບໍ່ສອດຄ່ອງ ໃນການຈັດຕັ້ງປະຕິບັດກັບສະພາບປັດຈຸບັນ ຕາມການຄຸ້ມຄອງຂອງຂະແໜງການຕົນ, ຕ້ອງເປັນເຈົ້າການຄົ້ນຄວ້າ ແລະ ນຳສະເໜີລັດຖະບານເພື່ອສະເໜີຕໍ່ສະພາແຫ່ງຊາດ ຮັບຮອງໃຫ້ທັນການ;

10. ສ້າງສະພາບແວດລ້ອມ ໃຫ້ແກ່ການພັດທະນາ: ແກ້ໄຂບັນຫາຫຍຸ່ງຍາກ ທາງດ້ານເສດຖະກິດ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ໄປພ້ອມກບັການສ້າງສະພາບແວດລ້ອມທີ່ດີ ແລະ ສະເໝີຕົ້ນສະເໝີປາຍ ກັບເພື່ອນມິດສາກົນ, ປະຕິບັດນະໂຍບາຍເພີ່ມມິດຫຼຸດຜ່ອນສັດຕູ, ປະຕິບັດນະໂຍບາຍການທູດປ້ອງກັນເຫດ, ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຂອງເຮົາ. ຊຸກຍູ້ການຈັດຕັ້ງປະຕິບັດໂຄງການໃຫຍ່ລະດັບຊາດ ທີ່ລັດຖະບານໄດ້ຕົກລົງ ແລະ ບັນຈຸໃນແຜນແລ້ວໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ເພື່ອເປັນກຳລັງແຮງໃນການກະຕຸ້ນເສດຖະກິດໃຫ້ມີການເຕີບໃຫຍ່ຢ່າງຕໍ່ເນື່ອງເປັນຕົ້ນແມ່ນ: ທາງລົດໄຟລາວ-ຈີນ, ທາງລົດໄຟລາວ-ໄທ, ໂຄງການທາງດ່ວນວຽງຈັນ-ຮ່າໂນ່ຍ, ໂຄງການກໍ່ສ້າງສະໜາມບິນ ແລະ ກໍ່ສ້າງທາງດ່ວນອື່ນໆ.

• ຄາດໝາຍສູ້ຊົນຕົ້ນຕໍ:

1. ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນຢ່າງໜ້ອຍ 7%, ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ໄດ້ບໍ່ຕ່ຳກວ່າ 2,341 ໂດລາສະຫະລັດ. ໃນນີ້ໂຄງປະກອບ GDP: ຂະແໜງກະສິກຳ ເພີ່ມຂຶ້ນ 3.1% ກວມເອົາປະມານ 18.8%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 8.9% ກວມເອົາປະມານ 37.2%, ຂະແໜງບໍລິການ ເພີ່ມຂຶ້ນ 7.8% ກວມເອົາປະມານ 34.7%, ພາສີ-ອາກອນຜະລິດຕະພັນ ແລະ ການນຳເຂົ້າເພີ່ມຂຶ້ນ 5.0% ກວມເອົາປະມານ 9.3% ຂອງ GDP.

2. ຄຸ້ມຄອງອັດຕາເງິນເຟີ້ໃຫ້ຢູ່ໃນລະດັບສະເລ່ຍບໍ່ເກີນ 5%

3. ຄວບຄຸມປະລິມານເງິນ (M2) ເພີ່ມຂຶ້ນສອດຄ່ອງກັບການສະຫຍາຍຕົວຂອງເສດຖະກິດແຫ່ງຊາດ.

4. ຮັບປະກັນຄັງສຳຮອງເປັນເງິນຕາຕ່າງປະເທດ ໃຫ້ກຸ້ມການນຳເຂົ້າ 5 ເດືອນຂຶ້ນໄປ.

5. ເກັບລາຍຮັບງົບປະມານລວມ ໃຫ້ໄດ້ 23,941 ຕື້ກີບ, ລາຍຈ່າຍບໍ່ໃຫ້ເກີນ 32,402 ຕື້ກີບ ແລະ ຂາດດຸນລວມບໍ່ໃຫ້ເກີນ 8,461 ຕື້ກີບ ເທົ່າກັບ 6.52% ຂອງ GDPD

6. ຜະລິດເຂົ້າໃຫ້ໄດ້ 4.35 ລ້ານໂຕນ

7. ຜະລິດໄຟຟ້າໃຫ້ໄດ້ 30,000 ລ້ານກິໂລວັດໂມງ

8. ຍູ້ແຮງມູນຄ່າການສົ່ງອອກ ໃຫ້ໄດ້ປະມານ 4,459 ລ້ານໂດລາສະຫະລັດ, ມູນຄ່າການນຳເຂົ້າປະມານ 4,482 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າບໍ່ເກີນ 23 ລ້ານໂດລາສະຫະລັດ.

9. ເພີ່ມມູນຄ່າຈໍລະຈອນສິນຄ້າ (ພາຍໃນ) ໃຫ້ບັນລຸໄດ້ 49,420.75 ຕື້ກີບ

10. ດຶງດູດນັກທ່ອງທ່ຽວເຂົ້າມາປະເທດໃຫ້ໄດ້ 5.4 ລ້ານເທື່ອຄົນ, ສ້າງລາຍຮັບປະມານ 875 ລ້ານໂດລາສະຫະລັດ.

11. ອັດຕາການລອດເຫຼືອຂອງນັກຮຽນ ປ1 - ປ5 ໃຫ້ເພີ່ມຂຶ້ນຈາກ 79.6% ເປັນ 82%, ເຮັດໃຫ້ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນຕົ້ນຈາກ 82.2% ເປັນ 85% ແລະ ອັດຕາເຂົ້າຮຽນລວມຊັ້ນມັດທະຍົມຕອນປາຍຈາກ 47.8% ເປັນ 51%.

12. ອັດຕາສ່ວນການຕາຍຂອງເດັກລຸ່ມ 1 ປີ ໃຫ້ຍັງເຫຼືອ 43 ຄົນ ຕໍ່ເດັກເກີດມີຊີວິດ 1,000 ຄົນ, ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕ່ຳກວ່າມາດຕະຖານໃຫ້ຫຼຸດລົງຍັງເຫຼືອ 22%, ອັດຕາເດັກລຸ່ມ 5 ປີທີ່ເຕ້ຍໃຫ້ຍັງເຫຼືອ 35%.

13. ສົ່ງເສີມສູນພັດທະນາສີມືແຮງງານ ເພື່ອສ້າງໂອກາດໃຫ້ມີການພັດທະນາດ້ານສີມືແຮງງານໃຫ້ໄດ້ 131,600 ຄົນ.

14. ເຮັດໃຫ້ອັດຕາສ່ວນຄອບຄົວທຸກຍາກຫຼຸດລົງ 5,580 ຄອບຄົວ, ບ້ານທຸກຍາກໃຫ້ຫຼຸດລົງ 178 ບ້ານ.


No comments

Powered by Blogger.