ຫຼັກການ 9 ຂໍ້ ຂອງການເຮັດວຽກຂອງລັດຖະບານ ຊຸດທີ VIII
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
![](https://blogger.googleusercontent.com/img/b/R29vZ2xl/AVvXsEiIGbcdsnKJfPYgvXRN6ZMckougJkbMNCtsH7L2JF5EhRmkcYEQSXt80EV4eXfA1TXJ4kROKaDgpYpjx-6CPogC-JFgV-z84gFwEa1U3Y7EEzMDuXjjrJS95rvg8Sqh9CKy1xZ4be5exbU/s1600/705.jpg)
ໂດຍອີງຕາມຂໍ້ຕົກລົງຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ວ່າດ້ວຍ ແບບແຜນ ແລະ ວິທີເຮັດວຽກຂອງລັດຖະບານ ຊຸດທີ VIII ເລກທີ 39/ນຍ ໄດ້ກຳນົດຫຼັກການການເຄື່ອນໄຫວວຽກງານຂອງລັດຖະບານໄວ້ດັ່ງນີ້:
1. ລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ຫຼຸດຜ່ອນຂອດຫວ່າງກາງ ແນ່ໃສ່ຍົກສູງຄວາມຮັບຜິດຊອບຂອງໝູ່ຄະນະຕໍ່ໜ້າທີ່ລວມຂອງລັດຖະບານ ສົມທົບກັບການຍົກສູງຄວາມຮັບຜິດຊອບຂອງບຸກຄົນ ຕໍ່ໜ້າທີ່ສະເພາະຂອງສະມາຊິກລັດຖະບານແຕ່ລະຄົນພາຍໃຕ້ການນຳພາຂອງພັກປະຊາຊົນປະຕິບັດລາວ;
2. ເຮັດວຽກຢ່າງມີແຜນການ, ມີຈຸດສຸມ, ແທດເໝາະກັບຕົວຈິງ, ຕິດພັນກັບປະຊາຊົນ ແລະ ຖືເອົາຜົນປະໂຫຍດຂອງປະຊາຊົນເປັນກົກ;
3. ເຄົາລົບ ແລະ ປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ;
4. ຖືເອົາແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ ເປັນກຳລັງແຮງ ແລະ ເອົາການບໍລິການ "ຮັບໃຊ້ປະຊາຊົນ" ເປັນຈຸດໝາຍທີ່ສຳຄັນ;
5. ນຳໃຊ້ວິທີການການເມືອງ-ແນວຄິດ, ເສດຖະກິດ ແລະ ບໍລິຫານເພື່ອຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມຈຸດໝາຍສັງຄົມນິຍົມ;
6. ກະທັດຮັດ, ທັນສະໄໝ, ເປີດເຜີຍ, ໂປ່ງໃສ, ຍຸດຕິທຳ ແລະ ສາມາດກວດກາໄດ້;
7. ເປັນແບບຢ່າງໃນການປະຢັດ, ຕ້ານການຟຸມເຟືອຍ, ການສໍ້ລາດບັງຫຼວງ ແລະ ປາກົດການຫຍໍ້ທໍ້ອື່ນໆພາຍໃນອົງການບໍລິຫານລັດ;
8. ຮັບປະກັນການພັດທະນາເສດຖະກິດແຫ່ງຊາດໃຫ້ມີການເຕີບໃຫຍ່ຕາມທິດສີຂຽວ ແລະ ຍືນຍົງ ໂດຍຕິດພັນກັບການພັດທະນາທາງດ້ານວັດທະນະທຳ-ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການປົກປັກຮັກສາສິ່ງແວດລ້ອມ;
9. ຖືເອົາກອງປະຊຸມເປັນວິທີການຕົ້ນຕໍ ໃນການເຄື່ອນໄຫວວຽກງານ ແລະ ຕົກລົງບັນຫາສຳຄັນຕ່າງໆຂອງລັດຖະບານ.
![](https://4.bp.blogspot.com/-i8KBoa6MatI/WsjQWHW0GQI/AAAAAAAALE0/gDM2muF3_jwwjNcCYyCNRtuDlzfFMQvcACLcBGAs/s1600/ads-728.png)
ສະແດງຄວາມຄິດເຫັນ