UN ລົງມະຕິບໍ່ຍອມຮັບເຢຣູຊາເລມ ຕາມຈຸດຢືນຂອງ ສ.ອາເມຣິກາ ໂດຍບໍ່ສົນຄຳຂູ່ໃດໆ - ອິດສະຫຼະ

UN ລົງມະຕິບໍ່ຍອມຮັບເຢຣູຊາເລມ ຕາມຈຸດຢືນຂອງ ສ.ອາເມຣິກາ ໂດຍບໍ່ສົນຄຳຂູ່ໃດໆ



ສຳນັກຂ່າວຕ່າງປະເທດລາຍງານ 22 ທັນວາ 2017 ວ່າ: ໃນວັນພະຫັດທີ່ຜ່ານມາ (21 ທັນວາ) ກອງປະຊຸມສະມັດຊາໃຫຍ່ຫະປະຊາຊາດ ໃນວາລະສຸກເສີນ ມີມະຕິສຽງສ່ວນໃຫຍ່ໃນກອງປະຊຸມ 128 ສຽງ ຮັບຮອງຮ່າງມະຕິທີ່ສະເໜີຮ່ວມກັນໂດຍຕວັກກີ ແລະ ເຢເມນ ໃນນາມປະຊາຄົມອາຣັບ ແລະ ອົງກອນການຮ່ວມມືອິດສະລາມ (IOC) ວ່າ: ສະຖານະຂອງນະຄອນເຢຣູຊາເລມ ຕ້ອງເປັນໄປຕາມຄວາມເຫັນດີຢ່າງເປັນເອກະພາບຈາກມະຕິການເຈລະຈາຕາມວິທີການທູດລະຫວ່າງອິດສະຣາແອນ ກັບ ປາເລສໄຕເທົ່ານັ້ນ, ໝາຍຄວາມວ່າ ຄວາມພະຍາຍາມ ແລະ ການຕັດສິນໃຈໃດໆກໍ່ຕາມທີ່ຕ້ອງການປ່ຽນແປງສະຖານະດັ່ງກ່າວ ບໍ່ຖືວ່າມີຜົນຜູກພັນທາງກົດໝາຍໃນທຸກກໍລະນີ ແລະ ຕ້ອງມີການຖອດຖອນສິດນັ້ນທັນທີ.

ເຖິງຢ່າງໃດກໍ່ຕາມ ສະມາຊິກສະມັດຊາໃຫຍ່ສະຫະປະຊາຊາດ 35 ປະເທດງົດອອກສຽງ ແລະ 21 ປະເທດບໍ່ເຂົ້າຮ່ວມການປະຊຸມ, ຂະນະທີ່ມີ 9 ປະເທດອອກສຽງຄັດຄ້ານໄດ້ແກ່: ສະຫະລັດ ອາເມຣິກາ, ອິດສະຣາແອນ, ກົວເຕມາລາ, ຮົງດູຣັດ, ມາດໂຊນ ອິດສະແລນ, ໄມໂຄຼນີເຊຍ, ນາອູຣູ, ປາລາອູ ແລະ ໂຕໂກ ໂດຍສະມາຊິກທີ່ອອກສຽງຄັດຄ້ານນອກຈາກສະຫະລັດ, ກົວເຕມາລາ, ຮົງດູຣັສ ແລະ ອິດສະຣາແອນແລ້ວສ່ວນທີ່ເຫຼືອ ແມ່ນຢູ່ພາຍໃຕ້ຂໍ້ຕົກລົງຄວາມສຳພັນເສລີກັບລັດຖະບານສະຫະລັດ ອາເມຣິກາ ໃນການຮັບເງິນຊ່ວຍເຫຼືອທາງເສດຖະກິດ ແລະ ການໃຫ້ສະຫະລັດ ອາເມຣິກາ ເຂົ້າໄປປະຕິບັດກິດຈະກຳທາງການທະຫານໃນປະເທດ.

ໃນສ່ວນຂອງ 10 ປະເທດສະມາຊິກອາຊຽນ 8 ປະເທດອອກສຽງສະໜັບສະໜູນຮ່າງມມະຕິດັ່ງກ່າວ ຍົກເວັ້ນຟິລິບປິນງົດອອກສຽງ ແລະ ມຽນມາບໍ່ເຂົ້າຮ່ວມການປະຊຸມ ໂດຍການລົງມະຕິຂອງກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນຄັ້ງນີ້ ເກີດຂຶ້ນທ່າມກາງຄຳຂົ່ມຂູ່ຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ວ່າ: ສະຫະລັດ ອາເມຣິກາ ຈະຢຸດຕິການຊ່ວຍເຫຼືອທາງດ້ານການເງິນແກ່ທຸກປະເທດທີ່ລົງມະຕິສວນທາງກັບຈຸດຢືນຂອງລັດຖະບານ ສະຫະລັດ ອາເມຣິກາ ຕໍ່ກັບບັນຫານະຄອນເຢຣູຊາເລມ ທີ່ສະະຫະລັດ ອາເມຣິກາ ໄດ້ປະກາດຮັບຮອງໄປເມື່ອວັນທີ 6 ທັນວາ 2017 ທີ່ຜ່ານມາ ໂດຍການຍົກນະຄອນເຢຣູຊາເລມໃຫ້ເປັນນະຄອນຫຼວງຂອງອິດສະຣາແອນ.

ໃນດ້ານຂອງທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດກ່າວຕໍ່ກອງປະຊຸມວ່າ: ຈະຈົດຈຳ ການລົງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດໃນຄັ້ງນີ້ວ່າ ເປັນການໂຈມຕີການໃຊ້ສິດຕາມອະທິປະໄຕຂອງສະຫະລັດ ອາເມຣິກາ ແຕ່ການລົງມະຕິທີ່ເກີດຂຶ້ນບໍ່ອາດປ່ຽນແປງຈຸດຢືນອັນໜັກແໜ້ນຂອງລັດຖະບານສະຫະລັດ ອາເມຣິກາໄດ້ ໃນການຍ້າຍສະຖານທູດອອກຈາກນະຄອນເທວອາວິບໄປຕັ້ງຢູ່ນະຄອນເຢຣູຊາເລມ, ຂະນະດຽວກັນມີລາຍງານຕື່ມອີກວ່າ ທ່ານ ນາງ ເຮລີ ສົ່ງໜັງສືເຊີນປະເທດທີ່ອອກສຽງຄັດຄ້ານ, ງົດອອກສຽງ ແລະ ບໍ່ເຂົ້າຮ່ວມການປະຊຸມ 64 ປະເທດເຂົ້າຮ່ວມງານສຽງຂອບໃຈ ທີ່ສຳນັກງານຜູ້ແທນຖາວອນຂອງສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດໃນວັນທີ 3 ມັງກອນ 2018 ທີ່ຈະມາເຖິງນີ້.

ຂະນະທີ່ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ ໄດ້ກ່າວປະນາມສະຫະປະຊາຊາດຢ່າງຮຸນແຮງ ເຊິ່ງຖືໄດ້ວ່າເປັນການສະທ້ອນເຖິງນ້ຳໜັກຂອງຮ່າງມະຕິໃນທາງການເມືອງລະຫວ່າງປະເທດ, ສ່ວນທ່ານ ຣິຢາດ ອັນ-ມາລິກີ ລັດຖະມົນຕີກະຊວງການຕ່າງປະເທດປາເລສໄຕກ່າວວ່າ ການລົງມະຕິຄັ້ງນີ້ຄືບົດທົດສອບຄັ້ງສຳຄັນຂອງສະຫະປະຊາຊາດ ແລະ ປະຫວັດສາດຈະເຮັດໜ້າທີ່ຈົດຈຳລາຍຊື່ຂອງປະເທດທີ່ສະໜັບສະໜູນ ແລະ ຄັດຄ້ານຈຸດຢືນຂອງປະຊາຄົມໂລກ.


No comments

Powered by Blogger.