ລັດຖະບານອອກດຳລັດວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ - ອິດສະຫຼະ

ລັດຖະບານອອກດຳລັດວ່າດ້ວຍ ມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ



ລັດຖະບານແຫ່ງ ສປປ.ລາວ ໄດ້ອອກດຳລັດ ເລກທີ 348/ລບ ລົງວັນທີ 16 ພະຈິກ 2017 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ເພື່ອເປັນພື້ນຖານໃຫ້ແກ່ການກຳນົດເປົ້າມາຍແກ້ໄຂຄວາມທຸກຍາກ, ແນໃສ່ສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານ ຕາມມະຕິກອງປະຊຸມໃຫຍ່ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນແຕ່ລະໄລຍະໃຫ້ປາກົດຜົນເປັນຈິງ.

ມາດຕະຖານພົ້ນທຸກ ແມ່ນການກຳນົດເງື່ອນໄຂພື້ນຖານທາງດ້ານເສດຖະກິດ-ສັງຄົມ ເພື່ອວັດແທກຄອບຄົວ, ບ້ານ, ເມືອງພົ້ນທຸກ ໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດ ໃນແຕ່ລະໄລຍະ.

ມາດຕະຖານພັດທະນາ ແມ່ນການກຳນົດບັນດາເງື່ອນໄຂທີ່ມີລັກສະນະຮອບດ້ານ ເພື່ອວັດແທກຜົນສຳເລັດຂອງການສ້າງຄອບຄົວ, ບ້ານພັດທະນາ, ບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແລະ ເມືອງເຂັ້ມແຂງຮອບດ້ານໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດໃນແຕ່ລະໄລຍະ.

ພົ້ນທຸກໝາຍເຖິງການບັນລຸປັດໄຈພື້ນຖານ ໃນການດຳລົງຊີວິດປະຈຳວັນຄື: ມີອາຫານການກິນ ທີ່ສາມາດຕອບສະໜອງພະລັງງານ 2,100 ກິໂລກາລໍລີ ຕໍ່ຄົນ ຕໍ່ມື້ ຂຶ້ນໄປ, ມີເຄື່ອງນຸ່ງຫົ່ມ, ມີທີ່ຢູ່ອາໄສຖາວອນ, ສາມາດໃຊ້ຈ່າຍປິ່ນປົວເວລາເຈັບເປັນ ແລະ ໃນການສຶກສາຂັ້ນພື້ນຖານ, ສາມາດເຂົ້າເຖິງຕາໜ່າງການບໍລິການສາທາລະນະສຸກ ຂັ້ນພື້ນຖານ.

ພັດທະນາ ໝາຍເຖິງໝາກຜົນຂອງຂະບວນວິວັດແຫ່ງການສ້າງສາ ທີ່ບັນລຸເງື່ອນໄຂ, ມາດຕະຖານໃນການພັດທະນາຄື: ລະບົບການເມືອງມີຄວາມໜັກແໜ້ນເຂັ້ມແຂງ; ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບຢ່າງໜັກແໜ້ນ; ປະຊາຊົນມີຄວາມສາມັກຄີປອງດອງ, ມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິເຄົາລົບ ແລະ ປະຕິບັດລະບຽບກົດໝາຍ; ປະຊາຊົນໄດ້ເຂົ້າເຖິງການບໍລິການສາທາລະນະຂັ້ນພື້ນຖານ ແລະ ພົ້ນທຸກ; ພື້ນຖານດ້ານເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຍືນຍົງ; ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຕາມທິດສີຂຽນ ແລະ ຍືນຍົງ.

ບໍລິການສາທາລະນະຂັ້ນພື້ນຖານ ໝາຍເຖິງການບໍລິການດ້ານສາທາລະນະປະໂຫຍດ ທີ່ອົງການລັດ, ພາກສ່ວນທຸລະກິດ ແລະ ອົງການຈັດຕັ້ງສັງຄົມສະໜອງໃຫ້ແກ່ປະຊາຊົນ ເປັນຕົ້ນ ດ້ານສາທາລະນະສຸກ, ການສຶກສາ, ການຄົມມະນາຄົມ, ການຂົນສົ່ງ, ຂໍ້ມູນຂ່າວສານ, ພະລັງງານ ແລະ ນ້ຳສະອາດ, ພື້ນຖານວັດຖຸເຕັກນິກ, ການເງິນ ແລະ ການຊື້ຂາຍ, ຄວາມສະຫງົບປອດໄພ ແລະ ດ້ານອື່ນ ທີ່ເປັນຂໍ້ສະດວກພື້ນຖານ ເອື້ອອຳນວຍໃຫ້ແກ່ການດຳລົງຊີວິດ ແລະ ທຳມາຫາກິນ.

ມາດຕະຖານຄອບຄົວພົ້ນທຸກ ແມ່ນຄອບຄົວທີ່ມີເງື່ອນໄຂດັ່ງນີ້:
1. ມີທີ່ອາໄສແໜ້ນໜາ ປອດໄພ
2. ມີຊັບສິນ ແລະ ເຄື່ອງໃຊ້ຕ່າງໆ ທີ່ຈຳເປັນສຳລັບການດຳລົງຊີວິດ ແລະ ທຳມາຫາກິນ
3. ມີແຮງງານ ແລະ ມີອາຊີບ ຫຼື ແຫຼງລາຍຮັບໝັ້ນຄົງ
4. ສະມາຊິກໃນຄອບຄົວ ໃນເກນອາຍຸໄດ້ຮັບການສຶກສາ ໃນລະດັບມັດຕະຍົມຕົ້ນ
5. ຊົມໃຊ້ນ້ຳສະອາດ ແລະ ພະລັງງານໝັ້ນຄົງ
6. ເຂົ້າເຖິງການບໍລິການສາທາລະນະ ຂັ້ນພື້ນຖານ

ມາດຕະຖານບ້ານພົ້ນທຸກ ແມ່ນບ້ານທີ່ມີເງື່ອນໄຂຄົບຖ້ວນດັ່ງນີ້:
1. ມີ ຫຼື ເຂົ້າເຖິງ ໂຮງຮຽນປະຖົມ ຫຼື ໂຮງຮຽນມັດທະຍົມຕອນຕົ້ນ
2. ມີ ຫຼື ເຂົ້າເຖິງ ສຸກສາລາ ຫຼື ການບໍລິການສຸຂະພາບ ຂັ້ນພື້ນຖານ
3. ມີແຫຼ່ງນ້ຳສະອາດ
4. ມີເສັ້ນທາງຄົມມະນາຄົມ ທີ່ສາມາດທຽມໄດ້ຕະຫຼອດປີ
5. ເຂົ້າເຖິງການບໍລິການດ້ານໂທລະຄົມມະນາຄົມ ແລະ ການຂົນສົ່ງ
6. ມີ ຫຼື ເຂົ້າເຖິງ ການຊື້-ຂາຍ ແລະ ແລກປ່ຽນສິນຄ້າ ຫຼື ຕະຫຼາດ
7. ມີຕາຂ່າຍໄຟຟ້າໃນລະບົບ
8. ມີຄອບຄົວພົ້ນທຸກກວມ 70% ຂຶ້ນໄປ ຂອງຈຳນວນຄອບຄົວທັງໝົດ ພາຍໃນບ້ານ.
ບ້ານທີ່ບໍ່ບັນລຸ 8 ເງື່ອນໄຂເທິງນີ້ ຖືວ່າເປັນບ້ານທຸກ.

ມາດຕະຖານເມືອງພົ້ນທຸກ ແມ່ນເມືອງທີ່ມີເງື່ອນໄຂຄົບຖ້ວນ ດັ່ງນີ້:
1. ມີໂຮງຮຽນມັດທະຍົມສົມບູນ
2. ມີໂຮງໝໍເມືອງ ຫຼື ເຂົ້າເຖິງການບໍລິການຂອງໂຮງໝໍແຂວງ ຫຼື ສູນກາງ
3. ເທດສະບານເມືອງ ໄດ້ຊົມໃຊ້ນຳປະປາຊຸມຊົນ ຫຼື ລະບົບນ້ຳປະປາ
4. ເທດສະບານເມືອງ ໄດ້ຈັດຕັ້ງປະຕິບັດຕາມແຜນຜັງ
5. ມີເສັ້ນທາງເຂົ້າເຖິງທຽວໄດ້ຕະຫຼອດປີ ແລະ ເຊື່ອມຈອດກັບທຸກໆບ້ານພາຍໃນເມືອງ
6. ມີລະບົບໂທລະຄົມມະນາຄົມ, ການຂົນສົ່ງ ແລະ ຂໍ້ມູນຂ່າວສານ
7. ມີຕະຫຼາດຊື້-ຂາຍສິນຄ້າ ເປັນປົກກະຕິ
8. ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຮັບການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຢ່າງມີປະສິດທິຜົນ
9. ມີບ້ານພົ້ນທຸກຫຼາຍກວ່າ 70% ຂອງຈຳນວນບ້ານທັງໝົດ ພາຍໃນເມືອງ.
ເມືອງທີ່ບໍ່ບັນລຸ 9 ເງື່ອນໄຂ ເທິງນີ້ ຖືວ່າເປັນເມືອງທຸກ.

ມາດຕະຖານຄອບຄົວພັດທະນາ ແມ່ນຄອບຄົວທີ່ມີເງື່ອນໄຂຄົບຖ້ວນດັ່ງນີ້:
1. ມີຄວາມສາມັກຄີ ແລະ ມີຄວາມຕື່ນຕົວ ເປັນເຈົ້າໃນການສ້າງສາພັດທະນາ
2. ຕື່ນຕົວເປັນເຈົ້າການ ເຂົ້າຮ່ວມ ແລະ ປະກອບສ່ວນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ
3. ບັນລຸເງື່ອນໄຂດ້ານການສຶກສາວັດທະນະທຳ-ສັງຄົມ
4. ເປັນເຈົ້າການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຍືນຍົງ
5. ພົ້ນທຸກ ແລະ ມີແຫຼ່ງລາຍຮັບໝັ້ນຄົງ


ມາດຕະຖານບ້ານພັດທະນາ ແມ່ນບ້ານທີ່ມີເງື່ອນໄຂຄົບຖ້ວນດັ່ງນີ້:
1. ປະຊາຊົນພາຍໃນບ້ານ ມີຄວາມສາມັກຄີປອງດອງ, ມີສະຕິເຄົາລົບປະຕິບັດກົດໝາຍ ແລະ ຕື່ນຕົວ ເປັນເຈົ້າການໃນການສ້າງສາພັດທະນາ
2. ລະບົບການເມືອງຂອງບ້ານ ມີຄວາມໜັກແໜ້ນ ເຂັ້ມແຂງ
3. ບັນລຸເງື່ອນໄຂດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ
4. ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ
5. ມີແຜນຜັງບ້ານທີ່ດີ ແລະ ມີການຈັດຕັ້ງປະຕິບັດແຕມແຜນຜັງ
6. ມີແຜນຜັງການນຳໃຊ້ທີ່ດິນ 3 ປະເພດ (ດິນປຸກສ້າງ, ດິນທຳການຜະສິດ ແລະ ດິນສາທາລະນະ ເພື່ອຮັບໃຊ້ແກ່ການພັດທະນາ ແລະ ການບໍລິການ)
7. ມີເສັ້ນທາງຄົມມະນາຄົມເຂົ້າເຖິງ ທຽວໄດ້ຕະຫຼອດປີຢ່າງສະດວກ
8. ປະຊາຊົນພາຍໃນບ້ານ ໄດ້ເຂົ້າເຖິງການບໍລິການສາທາລະນະ ຢ່າງສະດວກ
9. ບັນລຸເງື່ອນໄຂດ້ານການສຶກສາວັດທະນະທຳ-ສັງຄົມ
10. ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຍືນຍົງ
11. ເປັນບ້ານພົ້ນທຸກ ແລະ ມີຄອບຄົວພັດທະນາ 85% ຂຶ້ນໄປ

ມາດຕະຖານເມືອງເຂັ້ມແຂງຮອບດ້ານ ແມ່ນເມືອງທີ່ມີເງື່ອນໄຂຄົບຖ້ວນດັ່ງນີ້:
1. ລະລົບການເມືອງໜັກແໜ້ນ ເຂັ້ມແຂງ
2. ມີຄວາມເຂັ້ມແຂງທາງດ້ານການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ
3. ມີພື້ນຖານໂຄງລ່າງດ້ານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ
4. ແຜນຜັງເມືອງດີ, ປະຕິບັດຖືກຕ້ອງຕາມແຜນຜັງ ແລະ ມີຄວາມສະອາດງາມຕາ
5. ເສດຖະກິດມີການຂະຫຍາຍຕົວ ໜັກແໜ້ນ ຕໍ່ເນື່ອງ ມີຄວາມເຂັ້ມແຂວງດ້ານງົບປະມານການເງິນ
6. ພາຍໃນເຂດສະບານເມືອງ ມີລະບົບເສັ້ນທາງສະດວກດີ, ເຊື່ອມຈອດກັບເທດສະບານແຂວງ ແລະ ທຸກໆບ້ານພາຍໃນເມືອງ
7. ບັນລຸເງື່ອນໄຂດ້ານການສຶກສາ, ວັດທະນະທຳ-ສັງຄົມ
8. ການບໍລິການສາທາລະນະທົ່ວເຖິງ ແລະ ສະດວກ
9. ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ແລະ ຍືນຍົງ
10. ບ້ານພັດທະນາກວມ 85% ຂຶ້ນໄປ.

ມາດຕະຖານບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ ແມ່ນບ້ານທີ່ມີເງື່ອນໄຂຄົບຖ້ວນດັ່ງນີ້:
1. ເປັນບ້ານພັດທະນາ ຢູ່ຊົນນະບົດ ທີ່ຕັ້ງຢູ່ຫ່າງຈາກໃຈກາງເມືອງ ຫຼື ເທດສະບານ ໃນລະດັບທີ່ແນ່ນອນ
2. ເປັນໃຈກາງທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ບັນດາບ້ານອ້ອມຂ້າງ
3. ມີເສັ້ນທາງຄົມມະນາຄົມເຊື່ອມຈອດ ບັນດາບ້ານອ້ອມຂ້າງ ແລະ ເມືອງ ຫຼື ເທດສະບານຢ່າງສະດວກ
4. ມີພື້ນຖານການຜະລິດ ແລະ ປຸງແຕ່ງເປັນສິນຄ້າ ທີ່ໝັ້ນຄົງ
5. ມີຕະຫຼາດຖາວອນ ທີ່ມີການຊື້-ຂາຍ ເປັນປະຈຳ
6. ມີສູນບໍລິການໄປສະນີ ຫຼື ໂທລະຄົມມະນາຄົມ
7. ມີໜ່ວຍ ຫຼື ສູນບໍລິການເຕັກນິກກະສິກຳ ແລະ ປ່າໄມ້
8. ມີໜ່ວຍບໍລິການຂອງທະນາຄານ ຫຼື ໜ່ວຍບໍລິການການເງິນຈຸລະພາກ ໃດໜຶ່ງ
9. ມີສຸກສາລາ ຫຼື ໂຮງໝໍນ້ອຍ
10. ມີລະບົບນ້ຳປະຊາຊຸມຊົນ
11. ມີຕາຂ່າຍໄຟຟ້າໃນລະບົບ
12. ມີໂຮງຮຽນປະຖົມສົມບູນ ແລະ ມັດທະຍົມຕົ້ນ ຫຼື ມັດທະຍົມປາຍ
13. ມີການຄຸ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢ່າງມີປະສິດທິຜົນ ແລະ ຍືນຍົງ
14. ມີພົນລະເມືອງ 1000 ຄົນ ຂຶ້ນໄປ ສຳລັບບ້ານຢູ່ເຂດຊົນນະບົດພູດອຍ, ມີພົນລະເມືອງ 3000 ຄົນ ຂຶ້ນໄປ ສຳລັບບ້ານຢູ່ເຂດຊົນນະບົດທົ່ງພຽງ.











No comments

Powered by Blogger.