ຫວຽດນາມ ຕັດສິນຄຸກ 15 ປີ ນັກເຄື່ອນໄຫວ ເພື່ອຮຽກຮ້ອງປະຊາທິປະໄຕ ຕາມລະບອບຫຼາຍພັກ - ອິດສະຫຼະ

ຫວຽດນາມ ຕັດສິນຄຸກ 15 ປີ ນັກເຄື່ອນໄຫວ ເພື່ອຮຽກຮ້ອງປະຊາທິປະໄຕ ຕາມລະບອບຫຼາຍພັກ



ສຳນັກຂ່າວຕ່າງປະເທດລາຍງານ 6 ເມສາ 2018 ວ່າ: ສານນະຄອນຫຼວງຮາໂນຍ ມີຄຳຕັດສິນໃຫ້ທ້າວ ຫງວຽນ ວັນ ສາຍ ທະນາຍຄວາມດ້ານສິດທິມະນຸດ ແລະ ນັກເຄື່ອນໄຫວກິດຈະກຳທາງການເມືອງຊື່ດັ່ງ ອາຍຸ 48 ປີ ຮັບໂທດຕິດຄຸກ 15 ປີ ຈາກຄວາມຜິດໃນການເປັນແກນນຳຈັດຕັ້ງກິດຈະກຳ ທີ່ມີຈຸດປະສົງເພື່ອລົ້ມອຳນາດລັດຂອງປະຊາຊົນ ຂະນະທີ່ຈຳເລີຍຮ່ວມອີກ 5 ຄົນ ຮັບໂທດຕິດຄຸກໄລ່ເລ່ຍກັນໄປໃນລະຫວ່າງ 7 ເຖິງ 12 ປີ. ເຖິງຢ່າງໃດກໍ່ຕາມ ຄຳຕັດສິນຂອງສາຍຍັງບໍ່ຖືເປັນທີ່ສິ້ນສຸດ ໝາຍຄວາມວ່າທັງຝ່າຍໂຈດ ແລະ ຈຳເລີຍຍັງມີສິດຍື່ນອຸທອນໄດ້.


ຈາກລາຍງານຂອງສຳນັກຂ່າວແຫ່ງຊາດຫວຽດນາມລະບຸວ່າ ຈຳເລີຍທັງ 6 ຄົນ ທີ່ຖືກຈັບໃນ 2015 ຈົນເຖິງກາງປີ 2017 ເປັນສ່ວນໜຶ່ງຂອງກຸ່ມຮຽກຮ້ອງປະຊາທິປະໄຕ ເຄືອຂ່າຍເຄື່ອນໄຫວທາງການເມືອງ ເຊິ່ງປັດຈຸບັນມີສະມາຊິກເຕັມຮູບແບບປະມານ 80 ຄົນ ໂດຍສຳນວນຟ້ອງລະບຸວ່າ ທ້າວ ຫງວຽນ ວັນ ສາຍ ແລະ ພັກພວກມີສ່ວນສຳຄັນໃນການເຝິກອົບຮົມກິດຈະກຳດ້ານສິດທິມະນຸດ, ການຮຽກຮ້ອງປະຊາທິປະໄຕແບບຫຼາຍພັກການເມືອງ ແລະ ການໄດ້ຮັບເງິນທຶນສະໜັບສະໜູນຈາກຕ່າງປະເທດ ຖືເປັນຄວາມຜິດມາດຕາ 79 ຂອງກົດໝາຍອາຍາ ທີ່ລະບຸໂທດສູງສຸດຄືການປະຫານຊີວິດ.
ຂະນະທີ່ທ່ານ ນາງ ຮີດເທີ ເນົາເອິດ ໂຄສົກກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ກ່າວວ່າລັດຖະບານສະຫະລັດ ອາເມຣິກາ ມີຄວາມເປັນຫ່ວງຢ່າງຍິ່ງຕໍ່ບົດລົງໂທດທີ່ທ້າວ ຫງວຽນ ວັນ ສາຍ ແລະ ສະມາຊິກອີກ 5 ຄົນ ໄດ້ຮັບ ເນື່ອງຈາກເປັນການສະທ້ອນໃຫ້ເຫັນເຖິງຄວາມເສື່ອມຖອຍຂອງລັດຖະບານຫວຽດນາມ ທີ່ຮິບຮອນສິດທິ ແລະ ເສລີພາບຂອງປະຊາຊົນໃນການສະແດງຄວາມຄິດຄວາມເຫັນທາງການເມືອງ ແລະ ການໂຮມຊຸມນຸມຢ່າງສະຫງົບ, ກ່ອນທີ່ກະຊວງການຕ່າງປະເທດຫວຽດນາມຈະມີຖະແຫຼງການຕອບໂຕ້ ວ່າຄວາມພະຍາຍາມຂອງລັດຖະບານຫວຽດນາມໃນການຍົກລະດັບສິດທິມະນຸດໃນປະເທດ ເປັນສິ່ງທີ່ປະຊາຄົມໂລກຮັບຮູ້ດີ ແລະ ທາງການຫວຽດນາມບໍ່ເຄີຍດຳເນີນຄະດີກັບປະຊາຊົນທີ່ສະແດງຄວາມຄິດເຫັນຢ່າງເສລີ.



No comments

Powered by Blogger.