ມຽນມາ ປະຕິເສດຂໍ້ກ່າວຫາຂອງ UN ວ່າ ຂ້າລ້າງເຜົ່າພັນຊາວໂຣຮິງຢາ - ອິດສະຫຼະ

ມຽນມາ ປະຕິເສດຂໍ້ກ່າວຫາຂອງ UN ວ່າ ຂ້າລ້າງເຜົ່າພັນຊາວໂຣຮິງຢາ



ສຳນັກຂ່າວຕ່າງປະເທດລາຍງານ 29 ສິງຫາ 2018 ວ່າ: ສື່ທ້ອງຖິ່ນຫຼາຍແຫ່ງຂອງມຽນມາທີ່ນຳໂດຍໜັງສືພິມ The Global New Light of Myanmar ສະບັບປະຈຳວັນພຸດນີ້ ຕີພິມບົດສຳພາດຂອງທ່ານ ຊໍ ເຕ ໂຄສົກຄະນະລັດຖະມົນຕີວ່າ: ທາງການມຽນມາບໍ່ໄດ້ອະນຸຍາດໃຫ້ຄະນະປະຕິບັດງານສືບສວນສອບສວນເພື່ອຫາຄວາມຈິງ ຂອງຄະນະມົນຕີສິດທິມະນຸດແຫ່ງສະຫະປະຊາຊາດ (UNHRC) ເຂົ້າພື້ນທີ່ໃນລັດຍະໄຂ່ຕັ້ງແຕ່ຕົ້ນຢູ່ແລ້ວ ດ້ວຍເຫດນີ້ລັດຖະບານມຽນມາ ຈຶ່ງບໍ່ເຫັນດີນຳ ແລະ ບໍ່ຂໍຍອມຮັບເນື້ອໃນທັງໝົດໃນລາຍງານດັ່ງກ່າວ ເຊິ່ງມີການກ່າວຫາວ່າເຈົ້າໜ້າທີ່ລະດັບສູງຂອງກອງທັບມຽນມາພົວພັນກັບການຂ້າລ້າງເຜົ່າພັນຊາວໂຣຮິງຢາ ແລະ ທ່ານ ນາງ ອອງ ຊານ ຊູຈີ ຜູ້ນຳສູງສຸດຂອງມຽນມາດ້ານພຶດຕິໄນ ກໍ່ບໍ່ໄດ້ໃຫ້ຄວາມສຳຄັນກັບເລື່ອງນີ້.

ຂະນະດຽວກັນ, ທ່ານ ຊໍ ເຕ ກ່າວເຖິງການທີ່ລັດຖະບານມຽນມາຈັດຕັ້ງຄະນະກຳມາທິການອິດສະຫຼະດ້ານການສືບສວນສອບສວນຫາຄວາມຈິງ ວ່າມີຈຸດປະສົງເພື່ອຕອບສະໜອງຕໍ່ຂໍ້ກ່າວຫາທີ່ບໍ່ມີມູນຄວາມຈິງ ຂອງສະຫະປະຊາຊາດ ແລະ ລັດຖະບານຕ່າງປະເທດ ລວມໄປເຖິງອົງກອນລະຫວ່າງປະເທດທຸກແຫ່ງ ພ້ອມທັງຢືນຢັນວ່າ ລັດຖະບານມຽນມາມີມາດຕະການແກ້ໄຂທີ່ເດັດຂາດຕໍ່ບຸກຄົນ ຫຼື ໜ່ວຍງານໃດກໍ່ຕາມທີ່ມີພຶດຕິກຳ ແລະ ລະເມີດສິດທິມະນຸດແຕ່ຕ້ອງມີຫຼັກຖານຊັດເຈນ.

ນອກຈາກນີ້, ໂຄສົກລັດຖະບານມຽນມາຍັງວິຈານ ການທີ່ Facebook ປິດບັນຊີຜູ້ໃຊ້ງານ ແລະ Page ຂອງເຈົ້າໜ້າທີ່ລະດັບສູງ ແລະ ໜ່ວຍງານຫຼາຍແຫ່ງໃນສັງກັດຂອງກອງທັບມຽນມາ ລວມເຖິງ Page ຢ່າງເປັນທາງການທັງໃນພາສາມຽນມາ ແລະ ພາສາອັງກິດຂອງທ່ານ ພົນເອກ ມິນ ອ່ອງ ຫຼ່າຍ ຜູ້ບັນຊາການທະຫານສູງສຸດຂອງມຽນມາ ວ່າການກະທຳດັ່ງກ່າວຂອງບໍລິສັດເຕັກໂນໂລຊີຍັກໃຫຍ່ຂອງສະຫະລັດ ອາເມຣິກາ ຈະຍິງກະຕຸ້ນບັນຍາກາດຕົກຕ່ຳລົງ ເຊິ່ງຈະສົ່ງກະທົບຕໍ່ຄວາມພະຍາຍາມສ້າງຄວາມສາມັກຄີພາຍໃນຊາດຂອງມຽນມາ, ເຊິ່ງ Facebook ໃຫ້ເຫດຜົນຂອງການຕັດສິນໃຈໃນຄັ້ງນີ້ ເຊິ່ງເປັນຄັ້ງທຳອິດທີ່ມີການປິດການເຂົ້າເຖິງບັນຊີ ແລະ Page ຂອງເຈົ້າໜ້າທີ່ລະດັບສູງທາງການເມືອງ ຫຼື ການທະຫານຂອງປະເທດໃດປະເທດໜຶ່ງ ວ່າເປັນເພາະເຈົ້າຂອງບັນຊີ ແລະ Page ເຫຼົ່ານັ້ນອາໄສ Facebook ເປັນເຄື່ອງມືໃນການປຸກລະດົມໃຫ້ເກີດຄວາມແຕກແຍກທາງເຊື້ອຊາດ.





No comments

Powered by Blogger.