ຜົນກະທົບຂອງການນອນເດິກ ທີ່ຄວນຮູ້ - ອິດສະຫຼະ

ຜົນກະທົບຂອງການນອນເດິກ ທີ່ຄວນຮູ້



ການນອນເດິກ ແລະ ນອນບໍ່ເປັນເວລາ ອາດມີຫຼາຍຄົນບໍ່ໃສ່ໃຈ ແລະ ໃຫ້ຄວາມສຳຄັນ ແຕ່ໃນທາງວິທະຍາສາດແລ້ວ ພຶດຕິກຳດັ່ງກ່າວ ສົ່ງຜົນເສຍຕໍ່ຮ່າງກາຍຫຼາຍຢ່າງ ລອງມາອ່ານເບິ່ງນຳກັນ:

1. ໜ້າຕາໂຊມລົງ, ຂອບຕາດຳ, ເຖົ້າກ່ອນໄວ, ໜ້າມັນ ສົ່ງຜົນໃຫ້ຜິວພັນບໍ່ສົດໃສນອກຈາກນັ້ນຍັງເຮັດໃຫ້ເປັນສິວຫຼາຍຂຶ້ນ

2. ເມື່ອນອນເດິກຈະເຮັດໃຫ້ຕຸ້ຍງ່າຍ ເພາະທ້ອງວ່າງ ມີການຫຼັ່ງຂອງສານ Ghrelin ເຊິ່ງກະຕຸ້ນຄວາມຫິວ ແລະ ສານ Leptin ທີ່ລະບຸຄວາມອິ່ມຈະຫຼຸດລົງ

3. ເຮັດໃຫ້ລະບົບຮໍໂມນ ແລະ ເຄມີໃນຮ່າງກາຍຜິດປົກກະຕິ ມີການຫຼັງສານຄວາມຄຽດ Cortisol ອອກມາຫຼາຍຂຶ້ນ, ການປົວແປງຮ່າງກາຍຂອງ Growth hormone ຈະມີໜ້ອຍລົງ (ເຊິ່ງບາງຄົນເຊື່ອວ່າອາດມີຜົນເຮັດໃຫ້ເດັກນ້ອຍໂຕເຕ້ຍກວ່າທີ່ຄວນຈະເປັນໄດ້)

4. ເຮັດໃຫ້ລະບົບຂັບຖ່າຍມີຜົນກະທົບ, ທ້ອງອືດງ່າຍກວ່າປົກກະຕິ ຮ່າງກາຍຈະມີຂະບວນການຍ່ອຍໄຂມັນຫຼາຍໃນຕອນທ່ຽງຄືນກໍ່ຈະເກີດຜົນກະທົບ

5. ພູມຄຸ້ມກັນຮ່າງກາຍຫຼຸດລົງ ຫຼາຍຄົນອົດນອນ ຫຼື ນອນຜິດເວລາ ມັກຈະມີອາການເຈັບຄໍຕອນເຊົ້າບາງຄົນກໍ່ເກີດອາກາດຮ້ອຍໃນມີບາດໃນປາກ (Aphthous ulcer)

6. ຜົນກະທົບໃນໄລຍະຍາວນັກວິໄຈບາງທ່ານເຊື່ອວ່າການນອນເດິກ ແລະ ນອນບໍ່ເປັນເວລາສົ່ງຜົນຕໍ່ການເປັນໂລກຊຳເຮື້ອຫຼາຍໂລກຕອນສູງອາຍຸເຊັ່ນ: ໂລກຄວາມດັນເລືອດ (ຕັງຊົງ), ໂລກເບົາຫວານ ແລະ ມະເຮັງ ນອກຈາກນີ້ຍັງສົ່ງຜົນເຮັດໃຫ້ອາຍຸສັ້ນລົງອີກ

7. ຜົນກະທົບຕໍ່ໜ້າທີ່ວຽກງານ ແລະ ຊີວິດປະຈຳວັນ ຄືເຮັດໃຫ້ເປັນຄົນຫງຸດຫງິດງ່າຍ ເຮັດວຽກໄດ້ຊ້າໃນຕອນບ່າຍ, ກະທົບຕໍ່ຜົນການຮຽນ ແລະ ມະນຸດສຳພັນກັບຜູ້ອື່ນ

ບາງຄົນອາດໂຕ້ແຍ້ງວ່າ ຕອນເດິກໆອາກາດເຢັນສະບາຍ, ງຽບສະຫງົນ, ບໍ່ຄອຍມີສຽງ ແລະ ຄົນຮອບຕົວມາລົບກວນ ເຮັດໃຫ້ມີສະມາທິເຮັດວຽກໄດ້ດີຂຶ້ນ ໃນທາງວິທະຍາສາດເຮົາພົບວ່າປະສິດທິພາບ (Efficiency) ແລະ ຜົນຜະລິດ (Productivity) ຂອງຮ່າງກາຍມີທິດທາງຈະຫຼຸດົລງເມື່ອເດິກຫຼາຍຂຶ້ນ

ຄຳແນະນຳທີ່ສັ້ນໆ ແລະ ກະທັດຮັດຄື ຄວນນອນກ່ອນເວລາ 21-23 ໂມງ ຖ້າເດິກສຸດບໍ່ຄວນເກີນທ່ຽງຄືນ ບໍ່ຫຼິ້ນໂທລະສັບ, ອຸປະກອນຄອມພິວເຕີໃດໆ ຫຼື ເບິ່ງໂທລະພາບປະມານ 30-60 ນາທີກ່ອນນອນ, ບໍ່ດື່ມນໍ້າຊາ ແລະ ກາເຟ, ຫ້ອງນອນຄວນມືດ, ມິດງຽບ ແລະ ອຸນຫະພູມພໍດີ

No comments

Powered by Blogger.