ເກົາຫຼີເໜືອ ປະກາດຄວາມສຳເລັດໃນການທົດລອງຂີປະນາວຸດ ປຸກກຸກຊອງ-2 - ອິດສະຫຼະ

ເກົາຫຼີເໜືອ ປະກາດຄວາມສຳເລັດໃນການທົດລອງຂີປະນາວຸດ ປຸກກຸກຊອງ-2



ສຳນັກຂ່າວຕ່າງປະເທດລາຍງານ 13 ກຸມພາ 2017: ໂດຍອ້າງຈາກການລາຍງານຂອງສຳນັກຂ່າວກາງເກົາຫຼີເໜືອ ກະບອກສຽງຂອງລັດຖະບານເກົາຫຼີເໜືອວ່າ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອເປັນຜູ້ບັນຊາການໃຫ້ມີການທົດສອບປະສິດທິພາບຂອງຂີປະນາວຸດລຸ້ນຫຼ້າສຸດໃນຊື່ "ປຸກກຸກຊອງ-2" ເຊິ່ງເປັນຂີປະນາວຸດຈາກພື້ນສູ່ພື້ນ ທີ່ມີພິໄສໃນການຍິງຈາກໄລຍະກາງເຖິງໄລຍະຍາວ ແລະ ສາມາດຍົກລະດັບເປັນຂີປະນາວຸດຕິດຫົວຮົບນິວເຄຼຍໄດ້ໃນອະນາຄົດ ໂດຍການທົດສອບທີ່ມີຂຶ້ນເມື່ອວັນອາທິດທີ່ຜ່ານມາ "ປະສົບຄວາມສຳເລັດເປັນຢ່າງດີ" ແລະ ສ້າງຄວາມເພິ່ງພໍໃຈເປັນຢ່າງຍິ່ງໃຫ້ແກ່ຜູ້ນຳສູງສຸດຂອງລັດຖະບານເກົາຫຼີເໜືອ


No comments

Powered by Blogger.