6 ວິທີທີ່ຈະເຮັດໃຫ້ຮູ້ວ່າຜູ້ໃດເປັນໝູ່ຮັກໝູ່ແພງທີ່ແທ້ຈິງ - ອິດສະຫຼະ

6 ວິທີທີ່ຈະເຮັດໃຫ້ຮູ້ວ່າຜູ້ໃດເປັນໝູ່ຮັກໝູ່ແພງທີ່ແທ້ຈິງ



6 ວິທີທີ່ຈະຕັດສິນໃຈວ່າຄົນໃນຊີວິດຂອງທ່ານທີ່ເອີ້ນຕົວເອງວ່າເປັນ "ໝູ່" ເຂົາເຈົ້າຈະເປັນໝູ່ຮັກໝູ່ແພງທີ່ແທ້ຈິງຫຼືບໍ່ ລອງອ່ານ 6 ວິທີຕໍ່ໄປນີ້:

1. ໝູ່ທີ່ແທ້ຈິງຈະໃຫ້ກຽດຄຳເວົ້າຂອງຕົວເອງດ້ວຍການກະທຳ: ຄຳວ່າ "ຮັກ ເປັນຄຳກິລິຍາ ແລະ ຫາກໃຜບາງຄົນຕ້ອງການໃຫ້ທ່ານຮູ້ວ່າທ່ານມີຄວາມໝາຍຕໍ່ເຂົາເຈົ້າແທ້ໆ ແລະ ສຳຄັນຫຼາຍພຽງໃດ ເຂົາເຈົ້າຈະບໍ່ພຽງແຕ່ໃຊ້ຄຳເວົ້າທີ່ມີຄວາມໝາຍຕໍ່ທ່ານ ແຕ່ເຂົາເຈົ້າຈະເຮັດ ແລະ ປະຕິບັດຕາມຄຳເວົ້ານັ້ນ, ໝູ່ຮັກໝູ່ແພງທີ່ຮັກທ່ານແທ້ໆ ເຂົາເຈົ້າຈະເຄົາລົບຄຳເວົ້າຂອງຕົວເອງດ້ວຍການກະທຳສະເໝີ.

2. ໝູ່ຮັກໝູ່ແພງຈະຫາເວລາໃຫ້ທ່ານໄດ້ສະເໝີເຖິງຈະຫຍຸ້ງຍາກປານໃດກໍ່ຕາມ: ຄົນທີ່ບອກວ່າເຂົາເຈົ້າຮັກແພງທ່ານ ແຕ່ບໍ່ເຄີຍມີເວລາທີ່ຈະເຮັດໃຫ້ທ່ານຮູ້ຈັກກັບຄຳວ່າຮັກແພງນັ້ນໄດ້ເລີຍ ນັ້ນອາດເປັນເພາະເຂົາເຈົ້າບໍ່ໄດ້ຮັກແພງຢ່າງແທ້ຈິງ ລອງປິ້ນກັບກັນຖ້າຫາກທ່ານຮັກໃຜຜູ້ໃດຜູ້ໜຶ່ງດ້ວຍຄວາມຈິງໃຈ ແລະ ຄວາມສຳພັນທີ່ມີນັ້ນສຳຄົນຫຼາຍສຳລັບທ່ານ ທ່ານຈະສາມາດຫາເວລາເພື່ອໃຊ້ເວລາທີ່ມີຄ່ານັ້ນຢູ່ກັບຄົນທີ່ມັກໄດ້ຢ່າງແນ່ນອນ ຄືກັນກັບໝູ່ຮັກໝູ່ແພງທີ່ແທ້ຈິງກໍ່ຈະສາມາດຫາເວລາໃຫ້ກັບທ່ານໄດ້ສະເໝີເຖິງຕາຕະລາງຊີວິດຈະຫຍຸ້ງຍາກປານດໃດກໍ່ຕາມ.

3. ໝູ່ຮັກໝູ່ແພງນອກຈາກຈະມ່ວນຊື່ນໄປກັບທ່ານແລ້ວຍັງສາມາດເສຍນໍ້າຕາໄປກັບທ່ານໄດ້ອີກດ້ວຍ: ເນື່ອງຈະເຂົາເຈົ້າຈະບໍ່ປ່ອຍໃຫ້ທ່ານໂດດດຽວຕາມລຳພັງ ໂລກທັງໂລກຄືເພື່ອກັນແລະກັນ ເມື່ອສຸກກໍ່ສຸກດ້ວຍກັນ ເມື່ອທຸກກໍ່ທຸກດ້ວຍກັນ

4. ໝູ່ຮັກໝູ່ແພງຈະເຕືອນ ແລະ ຢູ່ຄຽງຂ້າງທ່ານສະເໝີ: ບໍ່ວ່າຈະເທົ່າໃດຄັ້ງທີ່ທ່ານ "ລົ້ມເຫຼວ" ຫຼື ຫຼາຍຄັ້ງທີ່ທ່ານເລືອກເດີນທາງທີ່ຜິດ ໝູ່ທີ່ແທ້ຈິງເຂົາເຈົ້າຈະເຕືອນ ແລະ ຈະບໍ່ຕັດສິນ ຫຼື ວິຈານຕໍ່ວ່າດ່າຮ້າຍ ເຂົາເຈົ້າຈະຢູ່ຄຽງຂ້າງ, ເຂົ້າໃຈ ແລະ ໃຫ້ການຊ່ວຍເຫຼືອໃຫ້ຜ່ານຊ່ວງເວລາທີ່ບໍ່ດີໄປໃຫ້ໄດ້ ເພາະເຂົາເຈົ້າຮັກທ່ານຢ່າງແທ້ຈິງ

5. ໝູ່ຮັກໝູ່ແພງທີ່ແທ້ຈິງຈະໃຫ້ສິດທ່ານເປັນຕົວຂອງຕົວເອງ: ໝູ່ຄົນໃດທີ່ຮັກທ່ານຢ່າງແທ້ຈິງ ຈະບໍ່ພະຍາຍາມຄວບຄຸມ, ປ່ຽນແປງທ່ານ ຫຼື ຊັກຈູກໃຫ້ທ່ານມີສິ່ງນັ້ນສິ່ງນີ້ ຫຼື ເຮັດໃນສິ່ງທີ່ບໍ່ເປັນຕົວຂອງຕົວເອງ ເຂົາເຈົ້າຮັກໃນແບບທີ່ທ່ານເປັນ ແລະ ບໍ່ມີຄວາມຄິດທີ່ຈະປ່ຽນໃຫ້ທ່ານເປັນໃນສິ່ງທີ່ເຂົາເຈົ້າຄິດວ່າຄວນຈະເປັນ ເພາະໝູ່ແທ້ຈະໃຫ້ສິດທ່ານເປັນຕົວຂອງຕົວເອງສະເໝີ.

6. ໝູ່ຮັກໝູ່ແພງຈະເຮັດໃຫ້ທ່ານດີຂຶ້ນບໍ່ແມ່ນຕົກຕໍ່າລົງ: ໝູ່ທີ່ແທ້ຈິງຈະນຳແຕ່ສິ່ງດີໆມາໃຫ້ທ່ານ ເຂົາເຈົ້າເຮັດໃຫ້ຊີວິດຂອງທ່ານຫອມຫວານດ້ວຍຄຳເວົ້າ,​ການປາກົດຕົວ ແລະ ການກະທຳຂອງເຂົາເຈົ້າທີ່ມີຕໍ່ທ່ານ ແລະ ເຂົາເຈົ້າເຮັດໃຫ້ທ່ານເປັນຄົນທີ່ດີກວ່າ ໝູ່ຮັກທີ່ແທ້ຈິງຈະສ້າງແຮງບັນດານໃຈໃຫ້ຊີວິດທ່ານ ມອບສິ່ງດີໆໃຫ້ກັບທ່ານ ແລະ ຈົ່ງຈື່ຈຳໄວ້ສະເໝີວ່າໝູ່ຮັກໝູ່ແພງທີ່ແທ້ມີແຕ່ຈະເຮັດໃຫ້ທ່ານດີຂຶ້ນບໍ່ແມ່ນເຮັດໃຫ້ຕ່ຳລົງ

ເປັນຈັ່ງໃດແດ່ ບົດຄວາມນີ້ສາມາດນຳໄປໃຊ້ໄດ້ກັບຄວາມສຳພັນຮອບຕົວໄດ້ບໍ່ ແຕ່ຢ່າລືມວ່າຖ້າເຮົາຕ້ອງການໝູ່ແທ້ໃນຊີວິດ ເຮົາເອງກໍ່ບໍ່ຄວນລືມທີ່ຈະປະຕິບັດຕົວໃຫ້ເປັນໝູ່ຮັກໝູ່ແພງທີ່ແທ້ຈິງກັບຄົນທີ່ທ່ານເອີ້ນວ່າ "ໝູ່" ເຊັ່ນກັນ.

"ບໍ່ມີສິ່ງໃດໃນໂລກທີ່ຈະໃຫ້ຜົນຕອບແທນຫຼາຍໄດ້ກວ່າມິດຕະພາບທີ່ແທ້ຈິງ"

No comments

Powered by Blogger.