ແມ່ນ້ຳສາຍສຳຄັນໃນ ສປປ.ລາວ - ອິດສະຫຼະ

ແມ່ນ້ຳສາຍສຳຄັນໃນ ສປປ.ລາວ



ແມ່ນ້ຳໃນປະເທດລາວມີຢູ່ຢ່າງຫຼວງຫຼາຍເຊິ່ງສາຍນ້ຳຕົ້ນຕໍ່ແມ່ນແມ່ນ້ຳຂອງ ໂດຍມີຄວາມຍາວທັງໝົດປະມານ 4200 ກມ ໃນນີ້ສ່ວນທີ່ຢູ່ໃນເຂດປະເທດລາວແມ່ນມີຄວາມຍາວເຖິງ 1865 ກມ ແມ່ນ້ຳຂອງເປັນແມ່ນ້ຳໃຫຍ່ ບ່ອນທີ່ແມ່ນ້ຳຂອງແຄບກວ່າໝູ່ແມ່ນນັບແຕ່ເມືອງສິງຫາເມືອງຊະນະຄາມ ເຊິ່ງກວ່າງປະມານ 100-300 ແມັດ ແລະ ບ່ອນທີ່ກວ້າງກວ່າໝູ່ແມ່ນ 800-3000 ແມັດ ຢູ່ພາກໃຕ້ (ແຂວງຈຳປາສັກ) ກ່ອນຈະໄຫຼລົງສູ່ປະເທດກຳປູເຈຍ ແມ່ນ້ຳຂອງໄດ້ໄຫຼຜ່ານຄອນພະເພັງເຊິ່ງເປັນຕາດທີ່ໃຫຍ່ທີ່ສຸດໃນທະວິບອາຊີມີຄວາມສູງປະມານ 15 ແມັດ ເຊິ່ງເປັນແຫຼ່ງເຕົ້າໂຮມນ້ຳຈາກສາຂາຕ່າງໆຂອງມັນທີ່ແຈກຢາຍຢູ່ແຕ່ເໜືອຮອດໃຕ້

ສາຍນ້ຳຕ່າງໆຢູ່ໃນ ສປປ.ລາວ ທີ່ມີລວງຍາວແຕ່ 100 ກມ ຂຶ້ນໄປ
1. ແມ່ນ້ຳຂອງ ສ່ວນທີ່ໄຫຼຜ່ານແດນລາວ ລວງຍາວ 1865 ກມ
2. ແມ່ນ້ຳອູ ລວງຍາວ 390 ກມ
3. ນ້ຳງື່ມ 350 ກມ
4. ເຊບັ້ງຫຽງ 300 ກມ
5. ນ້ຳກະດິງ 265 ກມ
6. ນ້ຳທາ 290 ກມ
7. ເຊກອງ ສ່ວນທີ່ໄຫຼຜ່ານແດນລາວ 236 ກມ
8. ເຊໂດນ 195 ກມ
9. ເຊບັ້ງໄຟ 190 ກມ
10. ນ້ຳຄານ 175 ກມ
11. ນ້ຳຫຼີກ 155 ກມ
12. ນ້ຳເຊືອງ 150 ກມ
13. ນ້ຳງຽບ 140 ກມ
14. ເຊຈຳພອນ 140 ກມ
15. ນ້ຳຫິນບູນ 130 ກມ
16. ນ້ຳແບງ 125 ກມ
17. ນ້ຳຊັນ 115 ກມ
18. ເຊກະໝານ 110 ກມ
19. ເຊນ້ອຍ 110 ກມ
20. ນ້ຳແອດ 110 ກມ
21. ນ້ຳເນີນ 110 ກມ
22. ນ້ຳຊຳ 100  ກມ

ສາຂາທີ່ສຳຄັນຂອງແມ່ນ້ຳຂອງມີ: ນ້ຳທາ, ນ້ຳແບງ, ນ້ຳອູ, ນ້ຳເຊືອງ, ນ້ຳຄານ, ນ້ຳງື່ມ, ນ້ຳງຽບ, ນ້ຳຊັນ, ນ້ຳກະດິງ, ນ້ຳຫິນບູນ, ເຊບັ້ງໄຊ, ເຊບັ້ງຫຽງ, ເຊໂດນ ແລະ ເຊກອງ. ນອກຈາກແມ່ນ້ຳຂອງ ແລະ ສາຂາຂອງມັນແລ້ວ ຢູ່ໃນລາຍັງມີແມ່ນ້ຳຈຳນວນໜຶ່ງທີ່ໄຫຼປ່ອງໃສ່ທະເລຫວຽດນາມຄື: ນ້ຳມ້າ, ນ້ຳຊຳ ແລະ ນ້ຳເນີນ.

No comments

Powered by Blogger.