ໂສກອະນາດຕະກຳ ຖ້ຳປິວ 374 ຊີວິດພຽງສ້ຽວວິນາທີ - ອິດສະຫຼະ

ໂສກອະນາດຕະກຳ ຖ້ຳປິວ 374 ຊີວິດພຽງສ້ຽວວິນາທີ



ເລີ່ມແຕ່ປີ 1964 (ສົງຄາມເພີມທະວີຢູ່ລາວ) ຂອງອາເມລິກາ ແລະ ລູກມືຫວັງດັບມອດຂະບວນ ການຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດແຫ່ງຊາດ ຂອງປະຊາຊົນເຮົາ ໄດ້ເພີ່ມທະວີຄວາມດຸເດືອດ ແລະ ຮຸນແຮງເລື້ອຍໆ, ພວກເຂົາໄດ້ເປີດສາກບຸກໂຈມຕີເຂົ້າເຂດປົດປ່ອຍຂອງກຳລັງຮັກຊາດດ້ວຍຫຼາຍບັ້ນຮົບ ໃນຂອບເຂດທົ່ວປະເທດ.

ຢູ່ຊຽງຂວາງ ພວກ​ເຂົາໄດ້ເປີດຫຼາຍບັ້ນຮົບ ດ້ວຍຍຸດໂທບາຍ 3ກ້ຽງ-ຂ້າກ້ຽງ, ທຳລາຍກ້ຽງ, ດັບສູນກ້ຽງ.ແຕ່ຍຸດທະສາດບຽດຍຶດ ຂອງພວກເຮົາເຂດປົດປ່ອຍຂອງພວກເຂົາ ໄດ້ຖືກກຳລັງຮັກ ຊາດ ແລະ ປະຊາຊົນເຮົາ ຕໍ່ຕ້ານຢັນຄືນ ຢ່າງດຸເດືອດ ພິລະອາດຫານ, ສາມາດຕີຖອຍ ແລະ ເປີດກ້ວາງເຂດປົດປ່ອຍຂຶ້ນເລື້ອຍໆ; ພາຍໃຕ້ການນຳພາຂອງສູນກາງ ພັກ ໂດຍສະເພາະຂອງຄະນະພັກການທະຫານ ແຂວງຊຽງຂວາງ ອັນມີ ທ່ານ ສະໝານ ວິຍະເກດ ເປັນຜູ້ບັນ ຊາການສູງສຸດ, ສາມາດທັບມ້າງກົນອຸບາຍບຽດຢຶດເຂດປົດປ່ອຍຂອງພວກເຂົາ ໃຫ້ປະລາໄຊລົງ.

ຍ້ອນການປະລາໄຊ ອັນເຈັບແສບຢູ່ບັ້ນຮົບຕ່າງໆດັງກ່າວ ພວກເຂົາຈຶ່ງເພີ່ມທະວີຝຸງຍົນສູ້ຮົບຍິງທຳລາຍ, ເຜົາຜ່ານເຂດປົດປ່ອຍຢ່າງປ່ວງບ້າ, ໃຊ້ຍົນຖິ້ມລະເບີດຢ່າງບໍ່ເລືອກເປົ້າໝາຍ ຕະຫຼອດຮອດເຮືອນຊານບ້ານຊ່ອງຂອງປະຊາຊົນເຊັ່ນ: ໂຮງຮຽນ, ໂຮງໝໍ, ວັດວາອາຣາມ ນັບທັງຊີວິດ ແລະ ຊັບສິນຂອງປະຊາຊົນຈົນນັບບໍ່ຖ້ວນ. ໃນນັ້ນມີເຫດການໜຶ່ງທີ່ທຸກຄົນອາດລືມໄດ້ນັ້ນກໍ່ຄື ໂສກອະນາດຕະກຳຈາກການຍິງລູກສອນໄຟໃສ່ຖ້ຳປິວ, ເມືອງຄຳ, ແຂວງຊຽງຂວາງ  ຂອງກຳລັງອາກາດສະຫະລັດອາເມລິກາ ໃນມື້ວັນທີ່ 24 ພະຈິກ 1968 ອັນໄດ້ເຂັນຂ້າປະຊາຊົນ ທີ່ລີ້ໄພຢູ່ໃນນັ້ນ ເສຍຊີວິດພາບດຽວ 374 ຄົນໃນພຽງສ້ຽວວິນາທີ.

ດັ່ງນັ້ນ ໃນວັນທີ່ 24 ຂອງທຸກໆປີ ຈຶ່ງກາຍເປັນວັນຄຽດແຄ້ນສົງຄາມຮຸກຮານ, ເປັນວັນລະນຶກ ແລະ ໄຫວ້ອາໄລເຖິງດວງວິນຍານຂອງພໍ່ແມ່ປະຊາຊົນຜູ້ບໍລິສຸດ ຊຶ່ງຕົກເປັນເຫື່ຍອເຄາະຮ້າຍຈາກເຫດການຄັ້ງນັ້ນ. ພວກເພິ່ນໄດ້ສະຫຼະຊີວິດເລືອດເນື້ອ ເພື່ອເອກະລາດແຫ່ງຊາດ ເພື່ອຄວາມສົມດູນພູນສຸກຂອງພວກເຮົາໃນວັນນີ້.

ຈາກ: ສຳນັກງານປົກຄອງແຂວງຊຽງຂວາງ

No comments

Powered by Blogger.