ກວດພົບສານເຄມີອັນຕະລາຍ ຢູ່ສວນກ້ວຍ 3 ແຂວງພາກເໜືອ - ອິດສະຫຼະ

ກວດພົບສານເຄມີອັນຕະລາຍ ຢູ່ສວນກ້ວຍ 3 ແຂວງພາກເໜືອ



ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປີດເຜີຍຜົນການເກັບກຳຂໍ້ມູນຕົວຈິງຢູ່ພື້ນທີ່ປູກກ້ວຍສາມແຂວງພາກເໜືອ ເຊິ່ງພົບມີການນຳໃຊ້ຢາຂ້າຫຍ້າທີ່ເປັນອັນຕະລາຍ ແລະ ຫ້າມໃຊ້.

ທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ຄວາມກະຈ່າງແຈ້ງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ກ່ຽວກັບບັນຫາມົນລະພິດຕ່າງໆທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມວ່າ: ໄປຄຽງຄູ່ກັບການພັດທະນາຂະແໜງການຕ່າງໆ ( ບໍ່ແຮ່, ກະສິກຳ, ອຸດສາ ຫະກຳ….) ມັນໄດ້ກໍ່ໃຫ້ເກີດມົນລະພິດ ແລະ ສິ່ງເສດເຫຼືອອອກສູ່ສິ່ງແວດລ້ອມ ແລະ ທຳມະຊາດອັນໄດ້ສົ່ງຜົນກະທົບທາງ ກິ່ນ, ສຽງ ໂດຍສະເພາະແມ່ນຕໍ່ຄຸນນະພາບຂອງນ້ຳເພື່ອດື່ມກິນ ແລະ ຊົມໃຊ້ຂອງປະຊາຊົນ ແລະ ສັດ ເຊິ່ງນັບມື້ເກີດຂື້ນຢູ່ຫຼາຍສະຖານທີ່ເປັນຕົ້ນແມ່ນບັນຫາການນຳໃຊ້ຢາປາບສັດຕູພືດ ແລະ ຢາຂ້າຫຍ້າເພື່ອປູກກ້ວຍຫອມຢູ່ບັນດາແຂວງພາກເໜືອ, ການປູກຢາງພາລາ ຢູ່ບັນດາແຂວງໃຂອບເຂດທົ່ວປະເທດ.

ທ່ານກ່າວຕື່ມວ່າ: ຈາກການລົງເກັບກຳຂໍ້ມູນຕົວຈິງຢູ່ 03 ແຂວງພາກເໜືອລະຫວ່າງເດືອນພະຈິກ 2015 ຫາເດືອນ ກໍລະກົດ 2016 ຄື: ບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ ເພື່ອກວດກາເບິ່ງພື້ນທີ່ປູກກ້ວຍຫອມພ້ອມທັງເກັບຕົວຢ່າງນ້ຳ ແລະ ດິນໄດ້ສົ່ງຕົວຢ່າງເຫຼົ່ານັ້ນໄປວິໄຈຢູ່ຫ້ອງທົດລອງ ເຊິ່ງຜົນການທົດລອງໄດ້ຢັ້ງຢືນວ່າມີສານເຄມີທີ່ເປັນອັນຕະລາຍ ແລະ ຖືກຫ້າມນຳໃຊ້ ແລະ ໄດ້ຮັບການຢັ້ງຢືນເປັນທາງການຈາກກະຊວງວິທະຍາສາດ – ເຕັກໂນໂລຊີ ແລະ ກະຊວງສາທາລະນະສຸກ ວ່າບັນດາສານເຄມີເຫຼົ່ານັ້ນເປັນອັນຕະລາຍຕໍ່ຄົນ ແລະ ສັດຕາມໜັງສືຢັ້ງຢືນເລກທີ 0416/ກວຕ, ລົງວັນທີ 06 ກໍລະກົດ ແລະ ເລກທີ 1015/ສທ, ລົງວັນທີ 29 ກໍລະກົດ 2016.

ພິເສດຢາຂ້າຫຍ້າ Paraquat ແມ່ນເປັນສານເຄມີທີ່ຫ້າມນຳໃຊ້ຢູ່ທົ່ວໂລກ. ສ່ວນຢູ່ບັນດາປະເທດອາຊຽນເຊັ່ນ: ໄທ, ຟີລິບປິນ, ມາເລເຊຍ…..ແມ່ນຫ້າມເດັດຂາດບໍ່ໃຫ້ນຳໃຊ້ແຕ່ວ່າສານດັ່ງກ່າວພັດຖືກນຳໃຊ້ຢູ່ບັນດາແຂວງພາກເໜືອຂອງລາວ. ຢ່າງໃດກໍ່ຕາມ, ໃນວັນທີ 10 ພະຈິກ 2016 ກອງປະຊຸມສະໄໝສາມັນເທືອທີ 2 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ຮັບຮອງຮ່າງກົດໝາຍວ່າດ້ວຍການຄຸ້ມຄອງເຄມີຢ່າງເປັນທາງການ ເຊິ່ງຈະເປັນສ່ວນສຳຄັນໃນການຄຸ້ມຄອງການຕິດຕາມກວດກາຈັດຕັ້ງການເຄື່ອນໄຫວວຽກງານເຄມີແນໃສ່ເຮັດໃຫ້ການດຳເນີນທຸລະກິດ ແລະ ການນຳໃຊ້ເຄມີມີປະສິດທິພາບ ແລະ ຮັບປະກັນຄວາມປອດໄພຕໍ່ສຸຂະພາບ, ຊີວິດ, ຊັບສິນສິ່ງແວດລ້ອມ ແລະ ສັງຄົມ.

ໃນມາດຕາທີ 9 ປະເພດເຄມີ ໂດຍແບ່ງເປັນ 4 ປະເພດຄື: ເຄມີອັນຕະລາຍປະເພດໜຶ່ງມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຮ້າຍແຮງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມບໍ່ອະນຸຍາດໃຫ້ດຳເນີນທຸລະກິດ ຫຼື ນຳໃຊ້ຍົກເວັ້ນການນຳໃຊ້ເພື່ອການຄົ້ນຄວ້າ, ການພັດທະນາເຕັກໂນໂລຊີການປ້ອງກັນ, ການສະກັດກັ້ນ ການຈຳກັດ ແລະ ການລະງັບອັນຕະລາຍທີ່ອາດຈະເກີດຂຶ້ນຕໍ່ສຸຂະພາບຊີວິດ ຊັບສິນ ແລະ ສິ່ງແວດລ້ອມ; ເຄມີອັນຕະລາຍປະເພດສອງມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍສູງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ສາມາດມາດຜະລິດນ້ຳເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ຕາມການອະນຸຍາດຂອງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງຢ່າງເຂັມງວດ; ເຄມີອັນຕະລາຍປະເພດສາມມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍປານກາງຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມສາມາດຜະລິດ, ນຳເຂົ້າ, ສົ່ງອອກ, ຄອບຄອງ ແລະ ນຳໃຊ້ໄດ້ຕາມການອະນຸຍາດຂອງກະຊວງອຸດສາຫະກຳ ແລະ ການຄ້າຢູ່ພາຍໃຕ້ການຄຸ້ມຄອງຂອງກະຊວງ, ອົງການລັດທຽບເທົ່າກະຊວງທີ່ກ່ຽວຂ້ອງຢ່າງເຂັມງວດ. ແລະ ເຄມີອັນຕະລາຍປະເພດສີ່ມີຄຸນລັກສະນະເປັນພິດ ແລະ ເປັນອັນຕະລາຍຕໍ່າຕໍ່ສຸຂະພາບ, ຊີວິດ, ຊັບສິນ ແລະ ສິ່ງແວດລ້ອມ ເຊິ່ງສາມາດນຳໃຊ້ໄດ້ ໂດຍທີ່ບໍ່ຕ້ອງອະນຸຍາດແຕ່ຕ້ອງແຈ້ງໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ແລະ ຕ້ອງປະຕິບັດຕາມລະບຽບຫຼັກການຂອງຂະແໜງການກ່ຽວຂ້ອງຢ່າງເຂັ້ມງວດ.

ມາດຕາ 52 ພັນທະຂອງຜູ້ນຳໃຊ້ເຄມີມີຄື: ເຄົາລົບ ແລະ ປະຕິບັດກົດໝາຍ ແລະ ລະບຽບການກ່ຽວກັບເຄມີຢ່າງເຂັ້ມງວດ, ບຳບັດ ແລະ ກຳຈັດສິ່ງເສດເຫຼືອຈາການນຳໃຊ້ເຄມີ, ລາຍງານກ່ຽວກັບຄວາມເປັນອັນຕະລາຍຈາກການນຳໃຊ້ເຄມີຕໍ່ຂະແໜງການອຸດສາຫະກຳ ແລະ ການຄ້າ ພາກສ່ວນອື່ນກ່ຽວຂ້ອງກ່ອນນຳໃຊ້ເຄມີ, ເຂົ້າຮ່ວມຂະບວນການຮັກສາສຸຂະພາບ ແລະ ປົກປັກຮັກສາສິ່ງແວດລ້ອມ, ຮັບຜິດຊອບຕໍ່ຜົນກະທົບຈາກການນຳໃຊ້ເຄມີຂອງຕົນ ແລະ ປະຕິບັດພັນທະອື່ນຕາມການກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ຈາກ: ເສດຖະກິດ-ການຄ້າ

No comments

Powered by Blogger.