ທ່ານນາຍົກ ຈະເຂົ້າຮ່ວມກອງປະຊຸມອະນາຄົດອາຊີ ຄັ້ງທີ 24 ທີ່ປະເທດຍີ່ປຸ່ນ - ອິດສະຫຼະ

ທ່ານນາຍົກ ຈະເຂົ້າຮ່ວມກອງປະຊຸມອະນາຄົດອາຊີ ຄັ້ງທີ 24 ທີ່ປະເທດຍີ່ປຸ່ນ



ສຳນັກຂ່າວສານປະເທດລາວລາຍງານວ່າ: ໃນວັນທີ 10 ມິຖຸນາ 2018 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີຂອງລາວ ພ້ອມດ້ວຍຄະນະຈະເດີນທາງເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ ຄັ້ງທີ 24 ຕາມການເຊື້ອເຊີນຂອງສຳນັກໜັງສືພິມເສດຖະກິດ ຍີ່ປຸ່ນ ຫຼື ນິກເກ (NIKKEI) ໃນວັນທີ 11-12 ມິຖຸນາ 2018 ທີ່ໂຕກຽວ, ປະເທດຍີ່ປຸ່ນ.

ກອງປະຊຸມຄັ້ງນີ້, ຈະດຳເນີນໄປພາຍໃຕ້ຫົວຂໍ້ “ສືບຕໍ່ເປີດກວ້າງອາຊີ-ຈະເຮັດແນວໃດ ເພື່ອບັນລຸຄວາມວັດທະນາຖາວອນ ແລະ ມີສະຖຽນລະພາບ” (Keeping Asia Open-How to Achieve Prosperity and Stability), ເຊິ່ງທ່ານນາຍົກລັດຖະມົນຕີ ຈະໃຫ້ກຽດຂຶ້ນກ່າວບົດປາໄສຕໍ່ຫົວຂໍ້ດັ່ງກ່າວ ແລະ ຈະໃຫ້ສຳພາດຂ່າວທີ່ປິ່ນອ້ອມວຽກງານການພັດທະນາເສດຖະກິດ-ັສັງຄົມ ຂອງ ສປປ.ລາວ ແລະ ທັດສະນະຕໍ່ການເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນໃນປັດຈຸບັນ.


ໃນໂອກາດເຄື່ອນໄຫວຢູ່ປະເທດຍີ່ປຸ່ນຄັ້ງນີ້, ທ່ານ ທອງລຸນ ສີສຸລິດ ຈະໄດ້ພົບປະສອງຝ່າຍກັບທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນຢ່າງເຕັມຮູບແບບ ແລະ ຮັບການເຂົ້າຢ້ຽມຂ່ຳນັບຂອງບັນດາການນຳທີ່ຈະເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ແລະ ບັນດາອົງການ/ສະມາຄົມທີ່ສຳຄັນຂອງປະເທດຍີ່ປຸ່ນອີກດ້ວຍ.


ກອງປະຊຸມສາກົນກ່ຽວກັບອະນາຄົດຂອງອາຊີ ແມ່ນໄດ້ຈັດຂຶ້ນທຸກໆປີ ນັບແຕ່ປີ 1995 ເປັນຕົ້ນມາ ໂດຍສຳນັກໜັງສືພິມນິກເກ ຂອງຍີ່ປຸ່ນ, ເຊິ່ງໄດ້ເຊື້ອເຊີນບັນດາຜູ້ນຳ, ຜູ້ບໍລິຫານຂັ້ນສູງຂອງພາກລັດ ແລະ ເອກະຊົນ ລວມທັງອະດີດການນຳ, ຜູ້ຊົງຄຸນນະວຸດທິ, ປະທານອົງການ ແລະ ສະຖາບັນພາກພື້ນ ແລະ ສາກົນ ໃນທົ່ວພາກພື້ນອາຊີເຂົ້າຮ່ວມເພື່ອລະດົມແນວຄວາມຄິດ ແລະ ມີຂໍ້ສະເໜີແນະໃໝ່ໆທີ່ສ້າງສັນ ແນ່ໃສ່ສືບຕໍ່ພັດທະນາພາກພື້ນອາຊີ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ເຊິ່ງທ່ານນາຍົກລັດຖະມົນຕີກໍ່ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວໃນປີ 2017 ທີ່ຜ່ານມາ.

No comments

Powered by Blogger.