ອອກໝາຍຈັບ ລູກອະດີດນາຍົກມາເລເຊຍ ພົວພັນການສໍ້ລາດບັງຫຼວງກອງທຶນພັດທະນາແຫ່ງຊາດ - ອິດສະຫຼະ

ອອກໝາຍຈັບ ລູກອະດີດນາຍົກມາເລເຊຍ ພົວພັນການສໍ້ລາດບັງຫຼວງກອງທຶນພັດທະນາແຫ່ງຊາດ



ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2018 ວ່າ: ຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງມາເລເຊຍ ໄດ້ອອກໝາຍຈັບທ່ານ ໂຈ ໂລວ ນັກທຸລະກິດເຊິ່ງເປັນລູກລ້ຽງຂອງທ່ານ ນາຈິບ ຣາຊັກ ອະດີດນາຍົກລັດຖະມົນຕີມາເລເຊຍ ແລະ ອອກໝາຍຈັບທ່ານ ນິກ ໄຟຊານ ອາຣີບ ຄາມິວ ຜູ້ອຳນວຍການກອງທຶນ SRC International ເຊິ່ງເປັນໜຶ່ງໃນກອງທຶນຍ່ອຍຂອງກອງທຶນ 1MDB ໃນຂໍ້ຫາຮ່ວມກັນສໍ້ບາດບັງຫຼວງຈາກກອງທຶນພັດທະນາແຫ່ງຊາດ.
ຂະນະດຽວກັນ, ຍັງມີລາຍງານວ່າ ຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງມາເລເຊຍ ຍັງຢູ່ໃນລະຫວ່າງການກຽມອອກໝາຍຈັບທ່ານ ໂຣເບິດ ອຶ້ງ ອະດີດນັກການທະນາຄານຂອງ Goldman Sachs ແລະ ທ່ານ ຊາໂລ ຮັນມີ ອະດີດເຈົ້າໜ້າທີ່ລະດັບສູງຂອງກອງທຶນ 1MDB, ເຖິງຢ່າງໃດກໍ່ຕາມ ຜູ້ຕ້ອງສົງໄສກ່ອນໜ້ານີ້ອີກ 4 ຄົນ ໄດ້ພົ້ນຈາກຂໍ້ກ່າວຫາ, ໃນດ້ານຂອງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ແລະ ທະນາຍຄວາມຂອງທັງທ່ານ ໂຈ ໂລວ ແລະ ທ່ານ ນິກ ໄຟຊານ ອາຣີບ ຄາມິວ ປະຕິເສດທີ່ຈະສະແດງຄວາມຄິດເຫັນຕໍ່ລາຍງານດັ່ງກ່າວ ແຕ່ກ່ອນໜ້ານັ້ນພຽງວັນດຽວ ຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງມາເລເຊຍໄດ້ເຕືອນໃຫ້ທັງສອງຄົນນັ້ນຕິດຕໍ່ກັບໂດຍດ່ວນທີ່ສຸດ ເພື່ອໃຫ້ຂໍ້ມູນກ່ຽວກັບການສືບສວນສອບສວນຂອງເຈົ້າໜ້າທີ່ ເຊິ່ງທ່ານ ໂຈ ໂລວ ທີ່ຫຼາຍຝ່າຍເຊື່ອວ່າປັດຈຸບັນຫຼົບລີ້ຢູ່ຕ່າງປະເທດ ໄດ້ຢືນຢັນຜ່ານທະນາຍຄວາມວ່າຈະໃຫ້ຄວາມຮ່ວມມືຢ່າງເຕັມທີ່.


ເຊິ່ງທ່ານ, ນາຈິບ ຣາຊັກ ແລະ ທ່ານ ນາງ ຣອສມາ ມານຊໍ ພັນລະຍາ ໄດ້ເຂົ້າພົບເຈົ້າໜ້າທີ່ສືບສວນສອບສວນຂອງຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງ ກ່ຽວກັບທີ່ມາທີ່ໄປຂອງເງິນຈຳນວນ 10.6 ລ້ານໂດລາສະຫະລັດ ເຊິ່ງມີການໂອນເຂົ້າສູ່ບັນຊີຂອງທ່ານ ນາຈິບ ຣາຊັກ ເມື່ອປີ 2015 ໂດຍຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງເຊື່ອວ່າເປັນເງິນຂອງ SRC International ແຕ່ເງິນຈຳນວນນີ້ເປັນພຽງສ່ວນໜຶ່ງຈາກເງິນ 681 ລ້ານໂດລາສະຫະລັດ ທີ່ປາກົດຢູ່ໃນບັນຊີສ່ວນຕົວຂອງອະດີດນາຍົກມາເລເຊຍທ່ານດັ່ງກ່າວ ແລະ ຄະນະກຳມາທິການຕໍ່ຕ້ານການສໍ້ລາດບັງຫຼວງເຊື່ອວ່າເງິນທັງໝົດກ່ຽວຂ້ອງກັບກອງທຶນ 1MDB ຫຼື ກອງທຶນພັດທະນາແຫ່ງຊາດ ໂດຍມີທ່ານ ໂຈ ໂລວ ເປັນຜູ້ໃຫ້ການສະໜັບສະໜູນ.

ນອກຈາກນີ້, ຝ່າຍສືບສວນສອບສວນຍັງເຊື່ອວ່າທະນາຄານ Goldman Sachs ຊ່ວຍເຫຼືອ 1MDB ປະດົມທຶນໄດ້ຫຼາຍເຖິງ 6,500 ລ້ານໂດລາສະຫະລັດ ໂດຍການອອກພັນທະບັດ 3 ແບບ ໃນລະຫວ່າງປີ 2012 ເຖິງ 2013 ສຳລັບການລົງທຶນໃນໂຄງການພັດທະນາພະລັງງານ ແລະ ສັງຫາລິມະຊັບເພື່ອກະຕຸ້ນເສດຖະກິດຂອງມາເລເຊຍ.



No comments

Powered by Blogger.