ຈີນມອບຫຼຽນໄຊມິດຕະພາບຂັ້ນສູງສຸດ ໃຫ້ແກ່ຜູ້ນຳລັດເຊຍ - ອິດສະຫຼະ

ຈີນມອບຫຼຽນໄຊມິດຕະພາບຂັ້ນສູງສຸດ ໃຫ້ແກ່ຜູ້ນຳລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 9 ມິຖຸນາ 2018 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ມຽນຫຼຽນໄຊມິດຕະພາບໃຫ້ແກ່ທ່ານ ປູຕິນ ປະທານປະເທດລັດເຊຍ ເຊິ່ງພິທີໄດ້ຈັດຂຶ້ນຢູ່ມະຫາສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ເມື່ອວັນສຸກ ທີ່ຜ່ານມາ, ໂດຍຫຼຽນໄຊດັ່ງກ່າວນີ້ເປັນເຄື່ອງໝາຍກຽດຕິຍົດສູງສຸດທີ່ລັດຖະບານຈີນສ້າງຂຶ້ນມາໃໝ່ ແລະ ທ່ານ ປູຕິນ ຖືເປັນປະມຸກແຫ່ງລັດຕ່າງປະເທດຄົນທຳອິດທີ່ໄດ້ຮັບ.


ເຊິ່ງຜູ້ນຳຈີນກ່າວເຖິງການມອບຫຼຽນໄຊດັ່ງກ່າວໃຫ້ແກ່ທ່ານ ປູຕິນວ່າ: ເພື່ອຍ້ອງຍໍການທຸ້ມເທອຸທິດຕົນອັນໂດດເດັ່ນ ຂອງປະທານປະເທດລັດເຊຍ ໃນດ້ານການພັດດທະນາປະເທດໃຫ້ມີຄວາມຈະເລີນກ້າວໜ້າ ແລະ ການມີສ່ວນຮ່ວມກັບຂະບວນການຮັກສາສັນຕິພາບໃນໂລກ, ໃນດ້ານຂອງທ່ານ ປູຕິນ ກ່າວເຖິງສາຍພົວພັນລະຫວ່າງລັດເຊຍ-ຈີນ ວ່າ: ເປັນທັງເພື່ອນມິດທີ່ດີ, ເພື່ອນບ້ານທີ່ດີ ແລະ ສາຍພົວພັນລະຫວ່າງກັນພັດທະນາໄປເກີນກວ່າການເປັນຮຸ້ນສ່ວນທາງຍຸດທະສາດແລ້ວ.


ພາຍຫຼັງສຳເລັດພິທີທີ່ນະຄອນຫຼວງປັກກິ່ງ ຜູ້ນຳຈີນ ແລະ ລັດເຊຍໄດ້ເດີນທາງໄປຊົມການແຂ່ງຂັນຮັອກກີ້ນ້ຳແຂງມິດຕະພາບ ລະຫວ່າງທີມເຍົາວະຊົນຂອງທັງສອງປະເທດ ທີ່ນະຄອນທຽນຈິນ ກ່ອນເດີນທາງຕໍ່ໄປຍັງເມືອງຊິງເຕົາ ໃນມົນທົນຊານຕົງ ທາງພາກຕາເວັນອອກຂອງຈີນ ເພື່ອເຂົ້າຮ່ວມພິທີປະຊຸມສຸດຍອດຜູ້ນຳສະມາຊິກການຄວາມມືຊຽງໄຮ (SCO) ໃນທ້າຍອາທິດນີ້, ໂດຍນັບຕັ້ງແຕ່ທ່ານ ສີ ຈິ້ນຜິງ ຂຶ້ນສູ່ອຳນາດເມື່ອປີ 2013 ຜູ້ນຳຈີນໄດ້ພົບປະກັບທ່ານ ປູຕິນ ແລ້ວ 25 ຄັ້ງ ໃນຈຳນວນນີ້ 5 ຄັ້ງເກີດຂຶ້ນເມື່ອປີທີ່ຜ່ານມາ.



No comments

Powered by Blogger.