ສ.ອາເມຣິກາຖືກໂດດດ່ຽວໃນກຸ່ມ G7 ເພາະນະໂຍບາຍຂັດແຍ່ງກັບສະມາຊິກປະເທດອື່ນໆ - ອິດສະຫຼະ

ສ.ອາເມຣິກາຖືກໂດດດ່ຽວໃນກຸ່ມ G7 ເພາະນະໂຍບາຍຂັດແຍ່ງກັບສະມາຊິກປະເທດອື່ນໆ



ສຳນັກຂ່າວຕ່າງປະເທດລາຍງານ 10 ມິຖຸນາ 2018 ວ່າ: ກອງປະຊຸມສຸດຍອດຜູ້ນຳກຸ່ມປະເທດອຸດສາຫະກຳຊັ້ນນຳຂອງໂລກ 7 ປະເທດ ຫຼື G7 ທີ່ຈັດຂຶ້ນຢູ່ເມືອງລາ ມັລເບ ໃນລັດຄວິເບກ ທາງພາກຕາເວັນອອກຂອງການາດາ ໃນວັນສຸກ ທີ 8 ມິຖຸນາ ທີ່ຜ່ານມາ ຍັງບໍ່ມີການອອກຖະແຫຼງການຮ່ວມກັນ ແຕ່ມີລາຍງານວ່າທ່ານ ຈັສຕິນ ທຣູໂດ ຜູ້ນຳການາດາ ເຊິ່ງເຮັດໜ້າທີ່ເປັນປະທານ G7 ໃນປີນີ້ ກ່າວເຖິງກຳແພງພາສີເຫຼັກ ແລະ ອະລູມິນຽມຂອງສະຫະລັດ ອາເມຣິກາວ່າ “ຜິດກົດໝາຍ” ໃນດ້ານຂອງທ່ານ ນາງ ເທເຣຊາ ເມ ນາຍົກລັດຖະມົນຕີອັງກິດ ກ່າວເຕືອນທຸກຝ່າຍໃນເລື່ອງການຂຶ້ນພາສີຕອບໂຕ້ເຊິ່ງກັນ ແລະ ກັນ ພ້ອມທັງຮຽກຮ້ອງໃຫ້ເປັນເອກະພາບກັນພາຍໃນກຸ່ມ ເພື່ອຕໍ່ສູ້ກັບການທຸ້ມຕະຫຼາດເຫຼັກ ແລະ ອະລູມິນຽມຂອງຈີນ.


ເຊິ່ງລັດຖະບານການາດາໄດ້ປະກາດມາດຕະການຕອບໂຕ້ດ້ວຍການຕັ້ງກຳແພງພາສີສິນຄ້າຂອງສະຫະລັດ ອາເມຣິກາຫຼາຍລາຍການ ສ່ວນໃຫຍ່ເປັນສິນຄ້າກະສິກຳ ມີມູນຄ່າລວມປະມານ 16,600 ລ້ານໂດລາສະຫະລັດ ໂດຍຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 1 ກໍລະກົດ ນີ້ເປັນຕົ້ນໄປ ແລະ ໄດ້ຮ້ອງຟ້ອງເລື່ອງກຳແພງພາສີຂອງສະຫະລັດ ອາເມຣິກາ ຕໍ່ອົງການການຄ້າໂລກ (WTO) ອີກດ້ວຍ.


ຂະນະທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ເຊິ່ງເດີນທາງເຖິງກອງປະຊຸມເປັນຜູ້ສຸດທ້າຍ ກ່າວວ່າມາດຕະການກຳແພງພາສີເຫຼັກ ແລະ ອະລູມິນຽມໃນອັດຕາ 25% ແລະ 10% ຕາມລຳດັບນັ້ນ ເພື່ອຮັກສາຄວາມໝັ້ນຄົງຂອງຊາດ ແຕ່ປະຕິເສດທີ່ຈະລົງເລິກໃນລາຍລະອຽດ ແລະ ສະເໜີໃຫ້ມີການຟື້ນຟູ G8 ທີ່ມີລັດເຊຍຮ່ວມຢູ່ນຳ ພ້ອມທັງຫວັງວ່າສຸດທ້າຍແລ້ວກອງປະຊຸມຈະສາມາດອອກປະຕິຍານຮ່ວມກັນໄດ້.

ເຖິງຢ່າງໃດກໍ່ຕາມ, ແຫຼ່ງຂ່າວໃນກອງປະຊຸມຫຼາຍຄົນເປີດເຜີຍວ່າ ອາດຈຳເປັນຕ້ອງອອກຖະແຫຼງການແຍກເປັນແຕ່ລະລາຍບັນຫາ ສອດຄ່ອງກັບຄຳກ່າວຂອງທ່ານ ໂດໂນ ທັສ ປະທານຄະນະມົນຕີເອີຣົບ ວ່າສະຫະລັດ ອາເມຣິກາ ກັບ ສະມາຊິກກຸ່ມ G7 ອີກ 6 ປະເທດຍັງມີຄວາມຄິດເຫັນທີ່ແຕກຕ່າງກັນຫຼາຍໃນເລື່ອງການຄ້າ, ບັນຫາສິ່ງແວດລ້ອມໂລກ ແລະ ສະຖານະການໃນອີຣານ, ຂະນະທີ່ທ່ານ ນາງ ອັງເກລາ ແມເຄີ ຜູ້ນຳເຢຍລະມັນ ຄັດຄ້ານຂໍ້ສະເໜີຂອງທ່ານ ໂດໂນ ທຣຳ ໃນການເຊີນລັດຖະບານລັດເຊຍເຂົ້າຮ່ວມກຸ່ມ ໂດຍທ່ານ ນາງ ໃຫ້ເຫດຜົນວ່າ ຄວນລໍຖ້າໄປຈົນກວ່າສະຖານະການໃນອູແກຣນຈະດີຂຶ້ນກວ່ານີ້ກ່ອນ.

ນອກຈາກນີ້, ມີລາຍງານອີກວ່າ, ທ່ານ ໂດໂນ ທຣຳ ມີແຜນເດີນທາງອອກຈາກການາດາໄວກວ່າກຳນົດຫຼາຍຊົ່ວໂມງ ເພື່ອເດີນທາງຕໍ່ໄປຍັງສິງກະໂປ ເຊິ່ງຈະເປັນສະຖານທີ່ຈັດກອງປະຊຸມຄັ້ງປະຫວັດສາດລະຫວ່າງຜູ້ນຳສະຫະລັດ ອາເມຣິກາ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ໃນວັນອັງຄານທີ 12 ມິຖຸນາ 2018 ນີ້.

No comments

Powered by Blogger.