ຜູ້ນຳ ສ.ອາເມຣິກາ ຈະເຊີນຜູ້ນຳເກົາຫຼີເໜືອ ຢ້ຽມຢາມປະເທດ ຫາກການປະຊຸມຮ່ວມກັນດຳເນີນໄປດ້ວຍດີ - ອິດສະຫຼະ

ຜູ້ນຳ ສ.ອາເມຣິກາ ຈະເຊີນຜູ້ນຳເກົາຫຼີເໜືອ ຢ້ຽມຢາມປະເທດ ຫາກການປະຊຸມຮ່ວມກັນດຳເນີນໄປດ້ວຍດີ



ສຳນັກຂ່າວຕ່າງປະເທດລາຍງານ 8 ມິຖຸນາ 2018 ວ່າ:​ ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຮ່ວມຖະແຫຼງຂ່າວທີ່ທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ ພາຍຫຼັງການຕ້ອນຮັບທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ເດີນທາງຢ້ຽມຢາມສະຫະລັດ ອາເມຣິກາ ໂດຍກ່າວວ່າ: ຈົດໝາຍທີ່ທ່ານໄດ້ຮັບເມື່ອອາທິດທີ່ຜ່ານມາຈາກທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອນັ້ນ ມີເນື້ອໃນຈິດໃຈທີ່ອົບອຸ່ນຫຼາຍ ແລະ ຫວັງວ່າການປະຊຸມສຸດຍອດລະຫວ່າງທ່ານ ກັບ ຜູ້ນຳສູງສຸດຂອງເກົາຫຼີເໜືອທີ່ຈະເກີດຂຶ້ນຢູ່ປະເທດສິງກະໂປ ໃນວັນທີ 12 ມິຖຸນາ 2018 ນີ້ຈະເປັນຈຸດເລີ່ມຕົ້ນຂອງຂະບວນການຍົກລະດັບສາຍພົວພັນ, ນອກຈາກນັ້ນແລ້ວຫາກທຸກຢ່າງດຳເນີນໄປດ້ວຍດີ ທ່ານກໍ່ກຳລັງພິຈາລະນາທີ່ຈະເຊີນທ່ານ ຄິມ ຈອງ-ອຶນ ໃຫ້ມາຢ້ຽມຢາມສະຫະລັດ ອາເມຣິກາ.


ໃນດ້ານຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນກ່າວວ່າ: ທ່ານປາດຖະໜາທີ່ຈະໄດ້ພົບປະໂອ້ລົມກັບຜູ້ນຳເກົາຫຼີເໜືອໂດຍກົງ ທັງນີ້ກໍ່ເພື່ອຫາແນວທາງທີ່ຈະແກ້ໄຂບັນຫາທີ່ຄົງຄ້າງມາດົນ ນັ້ນກໍ່ຄືການລັກພາຕົວຊາວຍີ່ປຸ່ນໃຫ້ໝົດໄປໂດຍໄວ.

ເຊິ່ງຜູ້ນຳສະຫະລັດ ອາເມຣິກາ ໄດ້ຮັບປາກທີ່ຈະຍົກບັນຫາລະອຽດອ່ອນເລື່ອງປະຊາຊົນຍີ່ປຸ່ນ ທີ່ຖືກເກົາຫຼີເໜືອລັກພາຕົວໄປໃນຊຸມປີ 1970-1980 ຂຶ້ນມາໂອລົ້ມກັບທ່ານ ຄິມ ຈອງ-ອຶນດ້ວຍ.

ທ່ານນາຍົກລັດຖະມົນຕີຍີ່ປຸ່ນຍັງກ່າວອີກວ່າ ຈະບໍ່ມີການປ່ຽນແປງນະໂຍບາຍຂອງຍີ່ປຸ່ນທີ່ຈະເດີນໜ້າເພື່ອໃຫ້ເກີດສັນຕິພາບທີ່ແທ້ຈິງໃນພູມມິພາກອາຊີຕາເວັນອອກສຽງເໜືອ ແລະ ຫາກເກົາຫຼີເໜືອກ້າວເດີນໄປໃນທິດທາງທີ່ຖືກຕ້ອງແລ້ວກໍ່ຈະເກີດອະນາຄົດທີ່ສົດໃສ.

No comments

Powered by Blogger.