WWF ກ່າວ ສປປ.ລາວ ຈະກາຍເປັນຜູ້ນຳໃນພາກພື້ນ ເລື່ອງການອະນຸລັດສັດປ່າ ຈາກຄຳສັ່ງຂອງນາຍົກ - ອິດສະຫຼະ

WWF ກ່າວ ສປປ.ລາວ ຈະກາຍເປັນຜູ້ນຳໃນພາກພື້ນ ເລື່ອງການອະນຸລັດສັດປ່າ ຈາກຄຳສັ່ງຂອງນາຍົກ



ສຳນັກຂ່າວສານປະເທດລາວລາຍງານ ເມື່ອວັນທີ 4 ມິຖຸນາ 2018 ທີ່ຜ່ານມາວ່າ: ຄຳສັ່ງຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ.ລາວ ສະບັບຫຼ້າສຸດ ເລກທີ 05/ນຍ ລົງວັນທີ 8 ພຶດສະພາ 2018 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ກວດກາສັດປ່າ ແລະ ພືດປ່າຫວງຫ້າມຈະເປັນບາດກ້າວອັນສຳຄັນຕໍ່ການຢຸດຕິການຄ້າ-ຂາຍສັດປ່າທີ່ຜິດກົດໝາຍ, ລວມທັງການສ້າງຟາມເສືອ ແລະ ຟາມໝີ,​ ການລ່າສັດ ແລະ ຄ້າ-ຂາຍສັດປ່າປະເພດຫວງຫ້າມ. ຖ້າຫາກຄຳສັ່ງດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເຂັ້ມງວດ ປະເທດລາວຈະກາຍເປັນຜູ້ນຳໃນລະດັບພາກພື້ນ ຕໍ່ການຢຸດຢັ້ງຂະບວນການຄ້າ-ຂາຍສັດປ່າ ທີ່ມີມູນຄ່າຫຼາຍພັນລ້ານໂດລາສະຫະລັດ ທີ່ສົ່ງຜົນໃຫ້ສັດຫຼາຍຊະນິດເຊັ່ນ: ເສືອ, ຊ້າງ, ລິ່ນ ແລະ ໝີ ສູນພັນໄດ້.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ເນັ້ນເຖິງບັນດາລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງທົ່ວປະເທດລາວ ໃຫ້ເພີ່ມທະວີຄວາມເຂັ້ມງວດ ຕໍ່ການຈັດຕັ້ງປະຕິບັດວຽກງານບັງຄັບໃຊ້ກົດໝາຍ ວ່າດ້ວຍການຄຸ້ມຄອງ ແລະ ກວດກາການຄ້າ-ຂາຍສັດປ່າ ເພື່ອໃຫ້ສອດຄ່ອງກັບກົດໝາຍພາຍໃນປະເທດ ແລະ ສົນທິສັນຍາສາກົນ.

ທ່ານ ສົມພອນ ບົວສະຫວັນ ຫົວໜ້າອົງການ WWF-Laos ໄດ້ສະແດງຄວາມຊົມເຊີຍລັດຖະບານລາວ ທີ່ຈະສຸມໃສ່ການແກ້ໄຂບັນຫາການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍອັນເປັນໄພຂົ່ມຂູ່ໃຫ້ແກ່ສັດປ່າ ໂດຍສະເພາະຊະນິດທີ່ໃກ້ສູນພັນເຊັ່ນ: ເສືອ, ຊ້າງ, ໝີ ແລະ ລິ່ນ ພ້ອມຢືນຢັນວ່າ ເປັນໂອກາດອັນສຳຄັນຂອງ ສປປ.ລາວ ທີ່ຈະສະແດງອອກໃນຂັ້ນພາກພື້ນໃນການຕໍ່ຕ້ານການຄ້າ-ຂາຍສັດປ່າ ທີ່ຜິດກົດໝາຍ ແລະ ເພື່ອເຮັດໃຫ້ສັດປ່າໄດ້ຮັບການຄຸ້ມຄອງ.

ອົງການ WWF ພ້ອມທີ່ຈະໃຫ້ການສະໜັບສະໜູນດ້ານວິຊາການ ໃຫ້ແກ່ລັດຖະບານແຫ່ງ ສປປ.ລາວ ເພື່ອໃຫ້ທຸກພາກສ່ວນໄດ້ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ເຊິ່ງຈະກາຍເປັນບາດກ້າວອັນສຳຄັນ ໃຫ້ແກ່ການອະນຸລັກສັດປ່າ. ຄຳສັ່ງສະບັບນີ້, ຍັງໄດ້ເນັ້ນໃຫ້ທຸກພາກສ່ວນກ່ຽວຂ້ອງບັງຄັບໃຊ້ກົດໝາຍທີ່ຫວງຫ້າມ, ທັງໃຫ້ຢຸດຕິການສ້າງຟາມສັດປ່າ ແລະ ຟາມທີ່ມີຢູ່ແລ້ວ ໃຫ້ຫັນໄປສູ່ການລ້ຽງແບບຟາມເປີດ ຫຼື ສວນສັດ ເພື່ອການອະນຸລັກ, ການທ່ອງທ່ຽວ ແລະ ການຄົ້ວຄວ້າທາງວິທະຍາສາດເທົ່ານັ້ນ. ໃນຂະນະດຽວກັນ, ໃຫ້ບັນດາເຈົ້າໜ້າທີ່ເຂັ້ມງວດໃນການກວດກາ ແລະ ລາດຕະເວັນຕາມເຂດທີ່ຫຼໍ່ແຫຼມ, ດ້ານຂາເຂົ້າ-ຂາອອກ, ເຂດເສດຖະກິດພິເສດ ແລະ ເຂດອື່ນໆ. ຜູ້ກະທຳຜິດກ່ຽວກັບການຄ້າຂາຍ, ເຄື່ອນຍ້າຍສັດປ່າ ຈະຖືກດຳເນີນການສືບສວນ-ສອບສວນ ແລະ ດຳເນີນຄະດີ. ພ້ອມດຽວກັນນັ້ນ, ຍັງໃຫ້ມີການຢຸດຕິການນຳເຂົ້າສັດປ່າໃນດ່ານພາສີສາກົນ ແລະ ຕາມເຂດຊາຍແດນ.

ປັດຈຸບັນ, ອົງການ WWF ໄດ້ສະໜັບສະໜູນແຜນງານ ການຕໍ່ຕ້ານການຄ້າຂາຍສັດປ່າໃນພາກພື້ນແມ່ນ້ຳຂອງ, ລວມທັງ ສປປ.ລາວ ເຊິ່ງການລ່າສັດປ່າ ແລະ ການຄ້າສັດປ່າແບບຜິດກົດໝາຍ ສົ່ງຜົນໃຫ້ມີການຫຼຸດລົງຂອງປະຊາກອນຂອງສັດປ່າທີ່ໃກ້ຈະສູນພັນ. ຈຸດປະສົງລວມຂອງແຜນງານກໍ່ເພື່ອຫຼຸດຜ່ອນຄວາມຕ້ອງການຂອງຜະລິດຕະພັນທີ່ເຮັດມາຈາກສັດປ່າ ແລະ ສະໜັບສະໜູນການປັບປຸງຄວາມອາດສາມາດຂອງໜ່ວຍງານລາດຕະເວັນ ແລະ ກິດຈະກຳການບັງຄັບໃຊ້ກົດໝາຍສັດປ່າ ແລະ ກິດຈະກຳສ້າງຄວາມອາດສາມາດ ໃຫ້ກັບກົມກວດກາປ່າໄມ້ ແລະ ພະແນກທີ່ກ່ຽວຂ້ອງຂັ້ນແຂວງ.


ຂ່າວທີ່ກ່ຽວຂ້ອງ:


No comments

Powered by Blogger.