UN ບໍ່ຍອມຮັບຄຳປະນາມກຸ່ມຮາມາສ ຂອງ ສ.ອາເມຣິກາ ທີ່ຕ້ອງການປົກປ້ອງອິດສະຣາແອນ - ອິດສະຫຼະ

UN ບໍ່ຍອມຮັບຄຳປະນາມກຸ່ມຮາມາສ ຂອງ ສ.ອາເມຣິກາ ທີ່ຕ້ອງການປົກປ້ອງອິດສະຣາແອນ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ມິຖຸນາ 2018 ທີ່ຜ່ານມາວ່າ: ກອງປະຊຸມຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ໄດ້ລົງຄະແນນສຽງຕໍ່ຮ່າງມະຕິທີ່ສະເໜີໂດຍສະຫະລັດ ອາເມຣິກາ ທີ່ຕ້ອງການປະນາມສະຖານະການຄວາມຮຸນແຮງໃນເຂດກາຊາ ວ່າເປັນຜົນມາຈາກການກະທຳຂອງກຸ່ມຮາມາສ ແລະ ປົກປ້ອງອິດສະຣາແອນ ບໍ່ໄດ້ຮັບການຮອບຮອງ ໂດຍມີການງົດອອກສຽງ 11​ ສຽງ, ຄັດຄ້ານ 3 ສຽງ ຄື: ໂບລີວີ, ກູເວດ ແລະ ລັດເຊຍເຊິ່ງເປັນສະມາຊິກຖາວອນ ບໍ່ຜ່ານຮ່າງມະຕິດັ່ງກ່າວ, ເຊິ່ງການປະນາມກຸ່ມຮາມາສວ່າເປັນຜູ້ຢູ່ເບື້ອງຫຼັງສະຖານະການຄວາມຮຸນແຮງໃນເຂດກາຊາ ທີ່ແກ້ຍາວມາໄດ້ປະມານ 2 ເດືອນແລ້ວນັ້ນ ເພາະຕ້ອງການຢືນຢັນວ່າອິດສະຣາແອນໃຊ້ສິດຕາມກົດໝາຍໃນການປົກປ້ອງເຂດແດນ ແນ່ນອນວ່າມີພຽງສະຫະລັດ ອາເມຣິກາ ເທົ່ານັ້ນທີ່ຍົກມືສະໜັບສະໜູນຮ່າງມະຕິຂອງຕົນເອງ ແລະ ທ່ານ ນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳສະຫະປະຊາຊາດ ກ່າວຕຳໜິກອງປະຊຸມວ່າ ມີອັກຄະຕິຕໍ່ອິດສະຣາແອນ.


ແຕ່ກ່ອນໜ້ານັ້ນພຽງບໍ່ພໍເທົ່າໃດນາທີ ທ່ານ ນາງ ນິກກີ ເຮລີ ໃນຖານະຜູ້ແທນຂອງສະຫະລັດ ອາເມຣິກາ ເຊິ່ງເປັນສະມາຊິກຖາວອນ ໄດ້ໃຊ້ສິດຢຸດຢັ້ງປະຕິເສດຮ່າງມະຕິຂອງກູເວດ ເຊິ່ງສະເໜີໃນນາມຜູ້ແທນຂອງປະຊາຄົມອາຣັບ ຮຽກຮ້ອງໃຫ້ມີການຕັ້ງຄະນະກຳມາທິການພິເສດ ເພື່ອຄຸ້ມຄອງປະຊາຊົນປາເລສໄຕ (ປາແລັດສະຕິນ) ເຖິງຢ່າງໃດກໍ່ຕາມ, ຮ່າງມະຕິຂອງກູເວດໄດ້ຮັບການສະໜັບສະໜູນຈາກສະມາຊິກ 10 ປະເທດ ລວມເຖິງຝຣັ່ງ, ຈີນ ແລະ ລັດເຊຍ ເຊິ່ງເປັນສະມາຊິກຖາວອນ ໃນຂະນະທີ່ອັງກິດງົດອອກສຽງ.


ໃນດ້ານຂອງທ່ານ ມານຊູ ອັນ-ໂອໄທບີ ເອກອັກຄະລັດຖະມທູດກູເວດປະຈຳສະຫະປະຊາຊາດ ກ່າວວ່າການໃຊ້ສິດຢຸດຢັ້ງ ເພື່ອປະຕິເສດບໍ່ໃຫ້ຮ່າງມະຕິດັ່ງກ່າວຖືກຮັບຮອງຂອງສະຫະລັດ ອາເມຣິກາບໍ່ພຽງແຕ່ຈະຍິ່ງເພີ່ມຄວາມໝົດຫວັງໃຫ້ກັບປະຊາຊົນປາເລດໄຕ ແຕ່ໃນເວລດຽວກັນຈະຍິ່ງກະຕຸ້ນໃຫ້ສະຖານະການຄວາມຮຸນແຮງແກ່ຍາວອີກຕໍ່ໄປອີກ, ໂດຍຈຳນວນຜູ້ເສຍຊີວິດຈາກເຫດປະທະລະຫວ່າງປະຊາຊົນປາເລສໄຕ ກັບ ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອິດສະຣາແອນ ຕັ້ງແຕ່ວັນທີ 30 ມີນາ 2018 ທີ່ຜ່ານມາ ມີຢ່າງໜ້ອຍ 123 ຄົນ ໃນຈຳນວນນີ້ຢ່າງໜ້ອຍ 60 ຄົນເສຍຊີວິດໃນການປະທະນອງເລືອດສະເພາະໃນວັນທີ 14 ພຶດສະພາ ທີ່ຜ່ານມາ ເຊິ່ງເປັນມື້ເປີດສະຖານທູດສະຫະລັດ ອາເມຣິກາ ປະຈຳນະຄອນເຢຣູຊາເລມ.

No comments

Powered by Blogger.