ຜູ້ນຳ ສ.ອາເມຣິກາຢືນຢັນ ການພົບປະເຈລະຈາກັບຜູ້ນຳເກົາຫຼີເໜືອ ຈະເກີດຂຶ້ນຕາມກຳນົດການເດີມ - ອິດສະຫຼະ

ຜູ້ນຳ ສ.ອາເມຣິກາຢືນຢັນ ການພົບປະເຈລະຈາກັບຜູ້ນຳເກົາຫຼີເໜືອ ຈະເກີດຂຶ້ນຕາມກຳນົດການເດີມ



ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ມິຖຸນາ 2018 ທີ່ຜ່ານມາວ່າ: ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ໄດ້ໃຫ້ການຕ້ອນຮັບທ່ານ ຄິມ ຢອງ-ຊອນ ຮອງປະທານພັກແຮງງານເກົາຫຼີ ທີ່ທຳນຽບຂາວ ເມື່ອວັນສຸກ ທີ່ຜ່ານມາ ວ່າການພົບປະເຈລະຈາລະຫວ່າງທ່ານ ກັບ ທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ຈະເກີດຂຶ້ນຕາມກຳນົດການເດີມ ຄືໃນວັນທີ 12 ມິຖຸນາ 2018 ນີ້ ທີ່ປະເທດສິງກະໂປ ຖືເປັນຄຳຕອບທີ່ກໍ່ໃຫ້ເກີດຄວາມສັບສົນຈາກຫຼາຍຝ່າຍ ພາຍຫຼັງທີ່ຜູ້ນຳສະຫະລັດ ອາເມຣິກາໄດ້ສົ່ງຈົດໝາຍເຖິງທ່ານ ຄິມ ຈອງ-ອຶນ ວ່າການປະຊຸມຮ່ວມກັນໃນເວລານີ້ຍັງບໍ່ເໝາະສົມ.

ເຖິງຢ່າງໃດກໍ່ຕາມ, ທ່ານ ໂດໂນ ທຣຳ ກ່າວວ່າທ່ານບໍ່ໄດ້ຄາດຫວັງວ່າຈະມີການລົງນາມໃນຂໍ້ຕົກລົງໃດໆກັບເກົາຫຼີເໜືອ ແຕ່ເຊື່ອໝັ້ນວ່າການປະຊຸມຄັ້ງນີ້ຈະເປັນສັນຍານເລີ່ມຕົ້ນທີ່ດີ ຂອງການຟື້ນຟູສາຍພົວພັນລະຫວ່າງສະຫະລັດ ອາເມຣິກາ ກັບ ເກົາຫຼີເໜືອ ແລະ ເພື່ອຢຸດຕິສົງຄາມເກົາຫຼີຢ່າງເປັນທາງການ, ຂະນະດຽວກັນ ຜູ້ນຳສະຫະລັດ ອາເມຣິກາຍັງກ່າວອີກວ່າ ມາດຕະການກົດດັນຂັ້ນສູງສຸດບໍ່ຄວນເປັນບັນຫາທີ່ຈະຍົກຂຶ້ນມາກ່າວ ໃນຂະນະທີ່ສະຫະລັດ ອາເມຣິກາກຳລັງປັບປຸງສາຍພົວພັນກັບເກົາຫຼີເໜືອ ແລະ ກ່າວເຖິງການໄດ້ຮັບຈົດໝາຍຈາກຜູ້ນຳເກົາຫຼີເໜືອອີກດ້ວຍ ເຊິ່ງທ່ານ ຄິມ ຢອງ-ຊອນ ເປັນຜູ້ມອບໃຫ້, ໂດຍທ່ານ ໂດໂນ ທຣຳ ກ່າວວ່າ: ໜ້າສົນໃຈ ແຕ່ທ່ານຍັງບໍ່ໄດ້ເປີດຈົດໝາຍສະບັບດັ່ງກ່າວ.

ເຊິ່ງທ່ານ ຄິມ ຢອງ-ຊອນ ໄດ້ພົບປະຫາລືກັບຜູ້ນຳສະຫະລັດ ອາເມຣິກາ ປະມານ 90 ນາທີ, ນອກຈາກນີ້ຍັງຖືເປັນເຈົ້າໜ້າທີ່ລະດັບສູງຄົນທຳອິດຂອງເກົາຫຼີເໜືອໃນຮອບ 18 ປີ ທີ່ເດີນທາງຢ້ຽມຢາມສະຫະລັດ ອາເມຣິກາ ແລະ ຍັງມີລາຍຊື່ຢູ່ໃນບັນຊີດຳຂອງສະຫະລັດ ອາເມຣິກາ ແຕ່ໄດ້ຮັບການຍົກເວັ້ນໃນເດີນທາງເຂົ້າສະຫະລັດ ອາເມຣິກາໄດ້ເປັນກໍລະນີພິເສດ ຕໍ່ຈາກທ່ານ ໂຈ ມະຢອງ-ຣັອກ ເມື່ອປີ 2000, ເຊິ່ງກ່ອນຈະເຂົ້າພົບທ່ານ ໂດໂນ ທຣຳ ຜູ້ແທນພິເສດຂອງທ່ານ ຄິມ ຈອງ-ອຶນ ໄດ້ພົບປະຫາລືກັບທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ນະຄອນນິວຢອກ ແຕ່ບໍ່ໄດ້ມີການເປີດເຜີຍລາຍລະອຽດຫຼາຍປານໃດ.


ໃນຂະນະທີ່ທ່ານ ຄິມ ຈອງ-ອຶນ ກໍ່ໄດ້ພົບປະກັບທ່ານ ເຊີເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດຂອງລັດເຊຍ ທີ່ນະຄອນຫຼວງປຽງຢາງ ເມື່ອວັນພະຫັດທີ່ຜ່ານມາ, ໂດຍສຳນັກຂ່າວກາງເກົາຫຼີ (KCNA) ລາຍງານວ່າລັດເຊຍ ແລະ ເກົາຫຼີເໜືອເຫັນດີຮ່ວມກັນວ່າຈະຈັດກອງປະຊຸມຮ່ວມກັນໃນທ້າຍປີນີ້ ພ້ອມທັງໄດ້ຮັບການຢືນຢັນຈາກທ່ານ ຄິມ ຈອງ-ອຶນ ກ່ຽວກັບຈຸດຢືນໃນການປົດອາວຸດນິວເຄຼຍວ່າ ຍັງບໍ່ປ່ຽນແປງ ແລະ ມີຄວາມມຸ່ງໝັ້ນຈະທີ່ເດີນໜ້າປົດອາວຸດນິວເຄຼຍຕໍ່ໄປ ເຖິງແມ່ນວ່າຜູ້ນຳສູງສຸດຂອງເກົາຫຼີເໜືອຈະມີຄວາມມຸ່ງໝັ້ນໃນການປົດອາວຸດນິວເຄຼຍ ແຕ່ຄວາມໝາຍຍັງຄົງຄຸມເຄືອ ແລະ ຫຼາຍຝ່າຍເຊື່ອວ່າເກົາຫຼີເໜືອຍັງຈະຕ້ອງຕັ້ງເງື່ອນໄຂກ່ຽວກັບການໄດ້ຮັບການຄຸ້ມຄອງສະຖຽນລະພາບຄວາມໝັ້ນຄົງ, ການຜ່ອນຄາຍມາດຕະການກົດດັນທາງເສດຖະກິດ ແລະ ອະນາຄົດຂອງຖານທັບສະຫະລັດ ອາເມຣິກາໃນເກົາຫຼີໃຕ້.

.

No comments

Powered by Blogger.