ໄຮໄລ້ ໄຊຊະນະຂອງທີມຊາດລັດເຊຍ 5-0 ນັດເປີດສະໜາມບານໂລກ 2018 ກັບ ຊາອູດິດ (ວິດີໂອ) - ອິດສະຫຼະ

ໄຮໄລ້ ໄຊຊະນະຂອງທີມຊາດລັດເຊຍ 5-0 ນັດເປີດສະໜາມບານໂລກ 2018 ກັບ ຊາອູດິດ (ວິດີໂອ)



ການແຂ່ງຂັນບານໂລກ 2018 ນັດເປີດສະໜາມ ໃນຮອບທຳອິດ ກຸ່ມ A ທີ່ສະໜາມລຸສນິກີ ສະເຕດ້ຽມ ນະຄອນຫຼວງມົດສະກູ ປະເທດລັດເຊຍ ເມື່ອວັນພະຫັດ 14 ມິຖຸນາ 2018 ທີ່ຜ່ານມາ ລັດເຊຍ ປະເທດເຈົ້າພາບພົບກັບ ອາຣັບບີ ຊາອູດິດ ເຄິ່ງເວລາທຳອິດເຈົ້າພາບ ທີ່ບໍ່ເຄີຍຊະນະມາ 7 ນັດຕິດຕໍ່ກັນ ສາມາດຫຼິ້ນເກມໄດ້ເໜືອກວ່າຢ່າງຊັດເຈນ ແລະ ອອກນຳໄປກ່ອນ 2-0 ຈາກ ຢູຣິ ກາຊິນສະກີ ນາທີທີ 12 ແລະ ເດນິສ ເຊີຣີເຊບ ນາທີທີ 43, ເຂົ້າສູ່ເຄິ່ງເວລາທີສອງ ລັດເຊຍຍັງເຮັດຜົນງານໄດ້ດີເລີດ ແລະ ນຳໄປເປັນ 3-0 ຈາກການເອົາຫົວຕີບານຂອງ ອາເຕມ ຊູບາ ນາທີທີ 71 ຈາກນັ້ນຊ່ວງທົດເວລາບາດເຈັບນາທີທີ 90+1 ເຊີຣີເຊບ ກໍ່ມາຍິງປະຕູທີ 2 ຂອງຕົນເອງ ແລະ ເປັນປະຕູໃຫ້ລັດເຊຍຂຶ້ນນຳຫ່າງ 4-0 ເທົ່ານັ້ນຍັງບໍ່ພໍ ໃນຊ່ວງທົດເວລາບາດເຈັບນາທີທີ 90+4 ອະເລັກຊານເດີ ໂກໂລວິນ ປັ່ນຟຣີຄິກເຂົ້າປະຕູໃຫ້ລັດເຊຍ ຊະນະຢ່າງຂາດລອຍ 5-0 ເກັບ 3 ຄະແນນໄປຄອງຢ່າງສວຍງາມ.

ພາຍຫຼັງຈົບການແຂ່ງຂັນ, ທ່ານ ສະຕານິລາບ ເຊີເຊຊັອບ ຜູ້ຄຸມທີມຊາດລັດເຊຍ ໄດ້ຖະແຫຼງຂ່າວວ່າ: ໝັ້ນໃຈໃນລູກທີມວ່າຈະມີຄວາມຕັ້ງໃຈເຊັ່ນເດີມໃນນັດຕໍ່ໄປ ພາຍຫຼັງທີ່ມີບົດຮຽນມາແລ້ວໃນ FIFA Confederations Cup 2017 ທີ່ຊະນະໃນນັດເປີດສະໜາມເຊັ່ນກັນ ແຕ່ສຸດທ້າຍກໍ່ຢຸດຢູ່ທີ່ແຕ່ຮອບທຳອິດເທົ່ານັ້ນ.

ໃນລະຫວ່າງການໃຫ້ສຳພາດກັບນັກຂ່າວ ທ່ານ ສະຕານິລາບ ເຊີເຊຊັອບ ໄດ້ຢຸດນັກຮັບສາຍຈາກທ່ານ ປູຕິນ ປະທານປະເທດລັດເຊຍ ທີ່ໂທເຂົ້າມາສະແດງຄວາມຍິນດີ ແລະ ຝາກຂອບໃຈໄປຍັງນັກເຕະທີມຊາດທຸກຄົນ ທີ່ຮ່ວມແຮງຮ່ວມໃຈກັນສູ່ຈົນສາມາດຍາດໄດ້ໄຊຊະເໜືອ ອາຣັບບີ ຊາອູດິດ ຢ່າງງົດງາມ.







No comments

Powered by Blogger.