ການແຂ່ງຂັນບານໂລກ 2018 ທີ່ລັດເຊຍ ເປັນເຈົ້າພາບ ເປີດສາກຂຶ້ນຢ່າງເປັນທາງການ - ອິດສະຫຼະ

ການແຂ່ງຂັນບານໂລກ 2018 ທີ່ລັດເຊຍ ເປັນເຈົ້າພາບ ເປີດສາກຂຶ້ນຢ່າງເປັນທາງການ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 14 ມິຖຸນາ 2018 ວ່າ: ການແຂ່ງຂັນບານໂລກ 2018 ໄດ້ເປີດສາກຂຶ້ນແລ້ວຢ່າງຍິ່ງວໃຫຍ່ ທີ່ສະໜາມລຸສນິກີ ສະເຕດ້ຽມ ທີ່ມີຄວາມຈຸຜູ້ຊົມໄດ້ 81,000 ຄົນ ໃນນະຄອນຫຼວງມົດສະກູ ປະເທດລັດເຊຍ ເມື່ອເວລາ 21:30 ນາທີ ຂອງວັນພະຫັດ 14 ມິຖຸນາ 2018 ຕາມເວລາໃນປະເທດລາວ ໂດຍມີທ່ານ ປູຕິນ ປະທານປະເທດລັດເຊຍ ຮ່ວມເປັນປະທານໃນພິທີ.


ສຳລັບພິທີເປີດຄັ້ງນີ້ ເນັ້ນໄປທີ່ການສະແດງປະກອບດົນຕີທີ່ສະທ້ອນໃຫ້ເຫັນເຖິງທຸກຢ່າງທີ່ເປັນລັດເຊຍ ໂດຍມີນັກສະແດງປະມານ 500 ຄົນ ແຕ່ຈຸດເດັ່ນຂອງງານແມ່ນຢູ່ທີ່ການສະແດງຈາກ ຣັອບບີ ວິນລຽມ ນັກຮ້ອງຊື່ດັ່ງຈາກອັງກິດ ທີ່ລົງສະແດງໂດຍການຮ້ອງເພງ Let Me Entertain You, Feel ແລະ Rock DJ ລວມທັງການສະແດງຂອງ ໄອດາ ກາຣິຟູລລິນາ ນັກຮ້ອງຊາວລັດເຊຍ, ປິດທ້າຍດ້ວຍການສະແດງອອກໄມ້ໄຟຢ່າງຍິ່ງໃຫຍ່.

ສຳລັບການສະແດງທັງໝົດໃຊ້ເວລາປະມານ 30 ນາທີ ຫຼື ພຽງເຄິ່ງຊົ່ວໂມງກ່ອນໜ້າທີ່ເກມການແຂ່ງຂັນນັດເປີດສະໜາມລະຫວ່າງເຈົ້າພາບລັດເຊຍ ພົບກັບ ອາຣັບບີ ຊາອູດິດ ຈະເລີ່ມເຂ່ຍບານໃນເວລາ 22:00 ຕາມເວລາໃນປະເທດລາວ.





No comments

Powered by Blogger.