ລົງເລິກລາຍລະອຽດທີມຊາດລັດເຊຍ - ອາຣັບບີ ຊາອູດິດ ກ່ອນເລີ່ມເກມເປີດສາກບານໂລກ 2018 ໃນຄືນນີ້ - ອິດສະຫຼະ

ລົງເລິກລາຍລະອຽດທີມຊາດລັດເຊຍ - ອາຣັບບີ ຊາອູດິດ ກ່ອນເລີ່ມເກມເປີດສາກບານໂລກ 2018 ໃນຄືນນີ້



ບານໂລກ 2018 ທີ່ຈະເປີດສາກຂຶ້ນຢ່າງເປັນທາງການໃນວັນພະຫັດ 14 ມິຖຸນາ 2018 ນີ້ ຈະເລີ່ມຕົ້ນດ້ວຍທີມປະເທດເຈົ້າພາບລັດເຊຍ ພົບກັບ ທີມຊາດອາຣັບບີ ຊາອູດິດ ເຊິ່ງແຕ່ລະທີມຈະມີຄວາມໜ້າສົນໃຈແນວໃດນັ້ນ ພວກເຮົາອ່ານພາບລວມຂອງທັງ 2 ທີມນຳກັນ:

ຮອບທຳອິດ ກຸ່ມ A : ລັດເຊຍ - ອາຣັບບີ ຊາອູດິດ
ທີ່ສະໜາມລຸສນີກີ ສະເຕດ້ຽມ, ນະຄອນຫຼວງມົດສະກູ ວັນພະຫັດ 14 ມິຖຸນາ 2018 ເວລາ 22:00 ໂມງ (ຕາມເວລາໃນລາວ).


ທີມຊາດລັດເຊຍ ແມ່ນຢູ່ພາຍໃຕ້ການຄຸມທີມຂອງທ່ານ ສະຕານິສລາບ ເຊີເຊຊັອບ ແຕ່ຜົນງານບໍ່ຄ່ອຍດີປານໃດໃນໄລຍະອຸ່ນເຄື່ອງ, ບໍ່ຊະນະທີມໃດເລີຍມາ 7 ນັດແລ້ວນັບຕັ້ງແຕ່ເດືອນກັນຍາ 2017, ເກມທີ່ຊະນະຫຼ້າສຸດແມ່ນພົບກັບເກົາຫຼີໃຕ້ 4-2 ຕັ້ງແຕ່ວັນທີ 7 ກັນຍາ 2017 ທີ່ຜ່ານມາ, ຫຼັງຈາກນັ້ນ ສະເໝີ 3 ແລະ ເສຍ 4 ເກມ, ຫຼ້າສຸດອຸ່ນເຄື່ອງກັບ ຕວັກກີ ທີ່ນະຄອນຫຼວງມົດສະກູ ສະເໝີ 1-1. ໂດຍຄາດວ່າທີມຊາດລັດເຊຍ ຈະໃຊ້ລະບົບ 5-3-2.


ທີມຊາດອາຣັບບີ ຊາອູດິດ ມະຫາເສດຖີນ້ຳມັນ ຜ່ານຮອບຄັດເລືອກໃນຖານະອັນດັບ 2 ຂອງຮອບຄັດເລືອກຮອບສຸດທ້າຍ ໂຊນອາຊີ ແຕ່ມີບັນຫາພໍສົມຄວນ ໃນໄລຍະຮອບຄັດເລືອກ ໂດຍທ່ານ ເບິດ ຟານ ມາໄວ ຜູ້ຄຸມທີມຖືກໄລ່ອອກ ພ້ອມທັງໄດ້ຕັ້ງເອົາທ່ານ ເອດກາໂດ ເບົາຊາ ຊາວອາກຊັງຕິນ (ອາເຈນຕິນາ) ມາຄຸມທີມແທນ ແຕ່ກໍ່ຄຸມໄດ້ພຽງແຕ່ 5 ເກມ ແລະ ຖືກແທນທີ່ໂດຍທ່ານ ຮວນ ອັນໂຕນິໂອ ປິສຊີ ອະດີດດາວເຕະທີມຊາດແອັດສະປາຍ (ສະເປນ) ທີ່ຫາກໍ່ພາທີມຊາດ ຊີລີ ຕົກຮອບຄັດເລືອກບານໂລກໂຊນອາເມຣິກາໃຕ້.

ອາຣັບບີ ຊາອູດິດຜົນງານກໍ່ຄ່ອຍດີເຊັ່ນກັນໃນຮອບອຸ່ນເຄື່ອງ ໂດຍເສຍມາ 3 ເກມລວດ, ເຖິງນັດຫຼ້າສຸດຈະເສຍໃຫ້ທີມແຂງແບບ ເຢຍລະມັນ ຢ່າງຫວຸດຫວິດ 2-1 ກໍ່ຕາມ, ໂດຍຜູ້ຫຼິ້ນຊຸດນີ້ ມີບາງຄົນທີ່ຖືກສົ່ງໄປຫຼິ້ນກັບຫຼາຍສະໂມສອນໃນແອັດສະປາຍ (ສະເປນ) ແຕ່ກໍ່ບໍ່ມີໂອກາດໄດ້ລົງສະໜາມຫຼາຍປານໃດ ນອກຈາກນັ້ນແມ່ນຫຼິ້ນຢູ່ໃນປະເທດຕົວເອງທັງໝົດ. ໂດຍຄາດວ່າທີມຊາດອາຣັບບີ ຊາອູດິດ ຈະໃຊ້ລະບົບ 4-2-3-1.

+ ສິ່ງທີ່ໜ້າຮູ້ກ່ອນເກມການແຂ່ງຂັນຈະເລີ່ມ:
- ລັດເຊຍ ກັບ ອາຣັບບີ ຊາອູດິດ ເຄີຍພົບກັນມາຄັ້ງດຽວເທົ່ານັ້ນ ໃນເກມມິດຕະພາບ ເມື່ອເດືອນຕຸລາ 1993 ເຊິ່ງທີມຊາດອາຣັບບີ ຊາອູດິດ ເປັນຝ່າຍຊະນະ 4-2.

- ນັບຕັ້ງແຕ່ການລົ້ມສະຫຼາຍຂອງສະຫະພາບໂຊວຽດ ທີມຊາດລັດເຊຍ ບໍ່ເຄີຍຜ່ານເຂົ້າເຖິງຮອບນັອກເອົ້າຂອງບານໂລກໄດ້ເລີຍ ໃນການລົງຫຼິ້ນສຸດທ້າຍ 3 ຄັ້ງ (1994, 2002, 2014) ໂດຍທັງ 3 ຄັ້ງດັ່ງກ່າວ ທີມຊາດລັດເຊຍຈົບຢູ່ທີ່ຮອບທຳອິດ ດ້ວຍອັນດັບ 3 ຂອງກຸ່ມທຸກຄັ້ງ.

- ຝຣັ່ງ ຄືຊາດສຸດທ້າຍທີ່ເປັນເຈົ້າພາບເຕະບານໂລກ ແລ້ວໄດ້ແຊັມ ເມື່ອປີ 1998 ແຕ່ປະເທດເຈົ້າພາບ ມັກຈະຜ່ານເຂົ້າຮອບ 2 ໄດ້ເປັນສ່ວນໃຫຍ່ ຍົກເວັ້ນຄັ້ງດຽວຄືເມື່ອປີ 2010 ທີ່ອາຟຣິກາໃຕ້ ເປັນເຈົ້າພາບ ແລະ ຕົກແຕ່ຮອບທຳອິດ.

- ລັດເຊຍ ບໍ່ຊະນະທີມໃດເລີຍ ໃນການລົງສະໜາມແຂ່ງບານໂລກ ຮອບສຸດທ້າຍ 5 ນັດຫຼ້າສຸດ (ສະເໝີ 2, ເສຍ 3) ແລະ ຄວາມຈິງແລ້ວ ລັດເຊຍຊະນະພຽງ 2 ນັດ ນັບຕັ້ງແຕ່ການລົ້ມສະຫຼາຍຂອງສະຫະພາບໂຊວຽດ ແລະ ຍັງເປັນການຊະນະທີມຈາກທະວີບອາຟຣິກາທັງ 2 ຄັ້ງຄື: ຊະນະກາເມີຣູນ 6-1 ເມື່ອປີ 1994 ແລະ ຊະນະຕຸຍນິຊີ 2-0 ເມື່ອປີ 2002.

- ນີ້ຄືບານໂລກຮອບສຸດທ້າຍ ຄັ້ງທີ 5 ຂອງອາຣັບບີ ຊາອູດິດ ແຕ່ເປັນຄັ້ງທຳອິດ ນັບຕັ້ງແຕ່ປີ 2006 ໂດຍທີມດັ່ງກ່າວຈົບຮອບທຳອິດ ດ້ວຍອັນດັບສຸດທ້າຍຂອງກຸ່ມຕະຫຼອດ 3 ຄັ້ງຫຼ້າສຸດທີ່ຜ່ານມາ ແລະ ຜົນງານດີທີ່ສຸດຄືການຜ່ານເຂົ້າຮອບສຸດທ້າຍ ຄັ້ງທຳອິດເມື່ອປີ 1994 ທີ່ສາມາດເຂົ້າເຖິງຮອບ 16 ທີມ ທີ່ຖືກຊູແອດ (ສະວີເດັນ) ປັດຕົກຮອບໄປ.

- ອາຮັບບີ ຊາອູດິດ ບໍ່ຊະນະທີມໃດເລີຍ ໃນເກມການແຂ່ງຂັນບານໂລກ ຮອບສຸດທ້າຍ 10 ນັດຫຼ້າສຸດ ໂດຍເສຍ 8 ນັດ, ສະເໝີ 2 ນັດ ເຊິ່ງໄຊຊະນະຄັ້ງຫຼ້າສຸດຂອງທີມດັ່ງກ່າວຕ້ອງຫວນຄືນກັບໄປໃນເກມຮອບແບ່ງກຸ່ມ ເມື່ອປີ 1994 ທີ່ຊະນະແບນຊິກ (ເບວຢຽມ) 1-0.

- ອາຣັບບີ ຊາອູດິດ ບໍ່ເຄີຍຊະນະໃນເກມເປີດສະໜາມບານໂລກຂອງຕົວເອງ (ສະເໝີ 1, ເສຍ 3).

No comments

Powered by Blogger.