ສະມັດຊາໃຫຍ່ UN ປະນາມອິດສະຣາແອນ ທີ່ໃຊ້ຄວາມຮຸນແຮງໃນເຂດກາຊາ - ອິດສະຫຼະ

ສະມັດຊາໃຫຍ່ UN ປະນາມອິດສະຣາແອນ ທີ່ໃຊ້ຄວາມຮຸນແຮງໃນເຂດກາຊາ



ສຳນັກຂ່າວຕ່າງປະເທດລາຍງານ ເມື່ອວັນທີ 13 ມິຖຸນາ 2018 ທີ່ຜ່ານມາວ່າ: ສະມັດຊາໃຫຍ່ສະຫະປະຊາຊາດ (UNGA) ຈັດຕັ້ງການລົງມະຕິແບບເປີດເຜີຍ ໃນລະຫວ່າງກອງປະຊຸມເມື່ອວັນພຸດ ທີ່ຜ່ານມາກ່ຽວກັບຮ່າງມະຕິທີ່ສະເໜີໂດຍຕວັກກີ ແລະ ອານເຊຣີໃນນາມຕົວແທນກຸ່ມປະເທດອາຣັບ ວ່າດ້ວຍການກ່າວຕຳໜິ “ພຶດຕິກຳບໍ່ເໝາະສົມ” ຂອງກອງທັບອິດສະຣາແອນຕໍ່ປະຊາຊົນປາເລສໄຕ (ປາແລັດສະຕິນ) ແລະ ການຂໍໃຫ້ມີການຄຸ້ມຄອງພົນລະເມືອງປາເລສໄຕໃນເຂດກາຊາ ຈາກການໃຊ້ຄວາມຮຸນແຮງຂອງອິດສະຣາແອນ ໂດຍທ່ານ ອັນໂຕນິໂອ ກູເຕເຣສ ເລຂາທິການໃຫຍ່ສະຫະປະຊາຊາດ ຈັດຕັ້ງກົນໄກການຄຸ້ມຄອງລະຫວ່າງປະເທດສຳລັບເຂດກາຊາ.


ເຊິ່ງຜົນການລົງຄະແນນສຽງປາກົດວ່າ: ສະມາຊິກ 120 ປະເທດຮັບຮອງຮ່າງປະຕິດັ່ງກ່າວ, 45 ປະເທດງົດອອກສຽງ ແລະ ມີ 20 ປະເທດບໍ່ເຂົ້າຮ່ວມການປະຊຸມ ໂດຍໃນສ່ວນຂອງ 10​ ປະເທດອາຊຽນ ຟິລິບປິນ ແລະ ສິງກະໂປງົດອອກສຽງ, ມຽນມາບໍ່ເຂົ້າຮ່ວມກອງປະຊຸມ ສ່ວນສະມາຊິກອາຊຽນອີກ 7 ປະເທດຮັບຮອງຮ່າງປະຕິໄດ້ແກ່: ສປປ.ລາວ, ຫວຽດນາມ,​ ກຳປູເຈຍ, ໄທ, ອິນໂດເນເຊຍ, ບຣູໄນ ແລະ ມາເລເຊຍ.

ຂະນະທີ່ປະເທດທີ່ອອກສຽງຄັດຄ້ານມີ 8 ປະເທດ ແນ່ນອນວ່ານຳໂດຍ ສະຫະລັດ ອາເມຣິກາ ແລະ ອິດສະຣາແອນ ບວກກັບອົດສະຕຣາລີ, ມາດໂຊນ ອິດສະແລນ, ໄມໂຄຣເນເຊຍ, ນາອູຣູ, ຊາໂລມົງ ແລະ ໂຕໂກ, ສ່ວນກົວເຕມາລາ ແລະ ປຣາກວາຍ ເຊິ່ງເປັນ 2 ປະເທດທີ່ເປີດສະຖານເອກອັກຄະລັດຖະທູດໃນນະຄອນເຢຣູຊາເລມ ຕາມຫຼັງສະຫະລັດ ອາເມຣິກາ ເມື່ອເດືອນພຶດສະພາ ທີ່ຜ່ານມາ ງົດອອກສຽງ.


ໃນດ້ານຂອງທ່ານນາງ ນິກກີ ເຮລີ ເອກອັກຄະລັດຖະທູດສະຫະລັດ ອາເມຣິກາປະຈຳສະຫະປະຊາຊາດ ກ່າວປະນາມການລົງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດວ່າ ເປັນການຟັງຄວາມຂ້າງດຽວ ແລະ ຕຳໜິລັດຖະບານຂອງກຸ່ມປະຊາຄົມອາຣັບວ່າ ໃຊ້ມະຕິປະນາມອິດສະຣາແອນໃນເວທີສະມັດຊາໃຫຍ່ ເປັນການຫາສຽງພາຍໃນປະເທດຕົນເອງ, ຂະນະທີ່ທ່ານ ແດນນີ ດານອນ ເອກອັກຄະລັດຖະທູດອິດສະຣາແອນ ປະຈຳສະຫະປະຊາຊາດ ກ່າວວ່າລັດຖະບານອິດສະຣາແອນ ເສຍໃຈ ແລະ ຜິດຫວັງເປັນຢ່າງຍິ່ງທີ່ສະມັດຊາໃຫຍ່ສະຫະປະຊາຊາດ ສະໜັບສະໜູນການກໍ່ການຮ້າຍໃນເຂດກາຊາ ເຊິ່ງໝາຍເຖິງກຸ່ມຮາມາສ.

ສຳລັບການລົງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດໃນຄັ້ງນີ້ ເກີດຂຶ້ນພາຍຫຼັງທີ່ສະຫະລັດ ອາເມຣິກາ ເຊິ່ງເປັນ 1​ ໃນ 5 ສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ ໄດ້ໃຊ້ສິດຢຸດຢັ້ງເພື່ອບໍ່ຮັບຮອງເອົາຮ່າງມະຕິຂອງກອງປະຊຸມ ທີ່ຕ້ອງການປະນາມກໍລະນີທີ່ເຈົ້າໜ້າທີ່ຝ່າຍຄວາມໝັ້ນຄົງຂອງອິດສະຣາແອນຂ້າປະຊາຊົນປາເລສໄຕຢ່າງໜ້ອຍ 129 ຄົນ ໃນການປະທ້ວງຕໍ່ຕ້ານອິດສະຣາແອນທີ່ເກີດຂຶ້ນຕັ້ງແຕ່ທ້າຍເດືອນ ມີນາ 2018 ທີ່ຜ່ານມາ, ໃນຈຳນວນນັ້ນ 60 ຄົນເສຍຊີວິດເມື່ອວັນທີ 14 ພຶດສະພາ 2018 ເຊິ່ງເປັນວັນທີ່ສະຫະລັດ ອາເມຣິກາ ຈັດຕັ້ງພິທີເປີດສະຖານເອກອັກຄະລັດຖະທູດສະຫະລັດ ອາເມຣິກາ ປະຈຳນະຄອນເຢຣູຊາເລມ ໃນຖານະນະຄອນຫຼວງຂອງອິດສະຣາແອນ.

ນອກຈາກນີ້, ຫວນຄືນກັບໄປເມື່ອທ້າຍເດືອນ ທັນວາ 2017 ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດມີສຽງສ່ວນໃຫຍ່ 128 ສຽງ ໃນການຮັບຮອງເອົາມະຕິວ່າ: ສະຖານະຂອງນະຄອນເຢຣູຊາເລມ ຕ້ອງເປັນໄປຕາມການຕົກລົງເຫັນດີຢ່າງເປັນເອກະພາບ ຕາມການເຈລະຈາທາງການທູດລະຫວ່າງອິດສະຣາແອນ ກັບ ປາເລສໄຕ ເທົ່ານັ້ນ, ຄວາມພະຍາຍາມ ແລະ ການຕັດສິນໃຈອື່ນໃດກໍ່ຕາມເພື່ອຕ້ອງການປ່ຽນແປງສະຖານະດັ່ງກ່າວ ບໍ່ຖືວ່າມີຜົນຜູກພັນທາງກົດໝາຍໃນທຸກກໍລະນີ, ເຖິງແມ່ນວ່າສະຫະລັດ ອາເມຣິກາຂົ່ມຂູ່ວ່າຈະຕັດງົບປະມານການຊ່ວຍເຫຼືອທຸກປະເທດທີ່ລົງມະຕິຮັບຮອງມະຕິດັ່ງກ່າວກໍ່ຕາມ. ເຖິງວ່າການລົງມະຕິຂອງສະມັດຊາໃຫຍ່ສະຫະປະຊາຊາດບໍ່ມີຜົນໃນທາງກົດໝາຍລະຫວ່າງປະເທດ ແຕ່ກໍ່ຖືວ່າ ມີນ້ຳໜັກ ແລະ ມີຄວາມໝາຍໃນທາງການທູດ.


No comments

Powered by Blogger.