ທ່ານນາຍົກຈະເຂົ້າຮ່ວມກອງປະຊຸມ ACMECS ແລະ CLMV ທີ່ນະຄອນຫຼວງບາງກອກ ປະເທດໄທ - ອິດສະຫຼະ

ທ່ານນາຍົກຈະເຂົ້າຮ່ວມກອງປະຊຸມ ACMECS ແລະ CLMV ທີ່ນະຄອນຫຼວງບາງກອກ ປະເທດໄທ



ສຳນັກຂ່າວສານປະເທດລາວ (KPL) ລາຍງານລາຍວ່າ: ໃນວັນທີ 15 ມິຖຸນາ 2018 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍພັນລະຍາ ຈະນຳພາຄະນະຜູ້ແທນ ສປປ.ລາວ ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດຍຸດທະສາດການຮ່ວມມືດ້ານເສດຖະກິດ ແມ່ນ້ຳອີຣະວະດີ-ແມ່ນ້ຳເຈົ້າພະຍາ-ແມ່ນ້ຳຂອງ (ACMECS) ຄັ້ງທີ 8 ແລະ ກອງປະຊຸມສຸດຍອດຂອບການຮ່ວມມືກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 9, ໃນວັນທີ 15-16 ມິຖຸນານີ້, ທີ່ນະຄອນຫຼວງບາງກອງ ປະເທດໄທ ຕາມການເຊື້ອເຊີນຂອງທ່ານ ພົນເອກ ປຣະຍຸດ ຈັນໂອຊາ ນາຍົກລັດຖະມົນຕີຂອງໄທ ທີ່ເປັນປະທານກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ແລະ ສົມເດັດ ເຕໂຊ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ທີ່ເປັນປະທານກອງປະຊຸມສຸດຍອດ CLMV ຄັ້ງທີ 9.

ກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຈະດຳເນີນໄປພາຍໃຕ້ຫົວຂໍ້ “ກ້າວໄປສູ່ການເຊື່ອມໂຍງ ແລະ ເຊື່ອມຈອດປະຊາຄົມແມ່ນ້ຳຂອງ” (Towards an Integrated and Connected Mekong Community) ເພື່ອໃຫ້ບັນດາຜູ້ນຳໄດ້ແລກປ່ຽນທັດສະນະ ກ່ຽວກັບການທົບທວນ ແລະ ຕີລາຄາຄືນການຮ່ວມມືໃນໄລຍະຜ່ານມາ ແລະ ທິດທາງໃນຕໍ່ໜ້າ ແນໃສ່ສ້າງຄວາມເຂັ້ມແຂງ ໃນຂະບວນການຮ່ວມມື ແລະ ເຊື່ອມໂຍງເສດຖະກິດພາກພື້ນ ແລະ ສາກົນ ແລະ ສອດຄ່ອງກັບໃນໄລຍະຂ້າມຜ່ານຂອງຍຸກສະໄໝແຫ່ງໂລກາພິວັດ ກອງປະຊຸມຄັ້ງນີ້, ຈະຮັບຮອງເອົາຖະແຫຼງການບາງກອກ ແລະ ແຜນແມ່ບົດ ACMECS 2019-2023 ເພື່ອເປັນທິດທາງການຮ່ວມມືໃນຕໍ່ໜ້າ.

ກອງປະຊຸມສຸດຍອດ CLMV ຄັ້ງທີ 9 ຈະດຳເນີນໄປພາຍໃຕ້ຫົວຂໍ້ “ເພື່ອການເຊື່ອມໂຍງເສດຖະກິດ ແລະ ເຊື່ອມຈອດໃຫ້ຫຼາຍຂຶ້ນກວ່າເກົ່າ” (For Greater Economic Integration and Connectivity) ເພື່ອໃຫ້ຜູ້ນຳ 4 ປະເທດໄດ້ຕີລາຄາຄືນຜົນການຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດ CLMV ຄັ້ງທີ 8 ໃນປີ 2016 ທີ່ຜ່ານມາ ແລະ ທິດທາງການຮ່ວມມືໃນ 2 ປີຕໍ່ໜ້າ. ທັງນີ້, ກໍ່ເພື່ອແນ່ໃສ່ຮັດແຄບຊ່ອງຫວ່າງຄວາມແຕກໂຕນດ້ານການພັດທະນາລະຫວ່າງປະເທດກຳປູເຈຍ-ລາວ-ມຽນມາ-ຫວຽດນາມ ແລະ ສະມາຊິກອາຊຽນເກົ່າໃຫ້ຍັບເຂົ້າໃຫ້ກັນເທື່ອລະກ້າວ ແລະ ປະກອບສ່ວນເຂົ້າໃນການສ້າງປະຊາຄົມອາຊຽນ. ກອງປະຊຸມຄັ້ງນີ້, ຈະຮັບຮອງເອົາຖະແຫຼງການຮ່ວມ ເພື່ອເປັນທິດທາງໃນການຮ່ວມມືໃນຕໍ່ໜ້າ.

ໃນໂອກາດດັ່ງກ່າວ, ປະຊຸມ ACMECS CEO Forum ຈະຖືກຈັດຂຶ້ນເປັນຄັ້ງທຳອິດ ເພື່ອໂຄສະນາເຜີຍແຜ່ບັນດາທ່າແຮງບົ່ມຊ້ອນ ແລະ ກາລະໂອກາດໃນບັນດາປະເທດ ACMECS ໃຫ້ແກ່ພາກເອກະຊົນ, ຄູ່ຮ່ວມພັດທະນາ, ສະຖາບັນການເງິນ ແລະ ອົງການຈັດຕັ້ງພາກພື້ນ ແລະ ສາກົນ ລວມທັງບັນດາປະເທດທີ່ມີຄວາມສົນໃຈ ຕໍ່ຂອບການຮ່ວມມື ACMECS ແນ່ໃສ່ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ພາກພື້ນນີ້ ໃຫ້ນັບມື້ນັບຫຼາຍຂຶ້ນ ຄຽງຄູ່ກັນນີ້, ຈະມີການຈັດງານວາງສະແດງຮູບພາບ ແລະ ວິດີໂອ ທີ່ສະທ້ອນໃຫ້ເຫັນເຖິງຜົນສຳເລັດ ແລະ ຄວາມຄາດຫວັງຂອງການຮ່ວມມືໃນອະນາຄົດຂອງຂອບການຮ່ວມມືດັ່ງກ່າວ.

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຈະໄດ້ພົບປະສອງຝ່າຍກັບນາຍົກລັດຖະມົນຕີຂອງຫວຽດນາມ ແລະ ນາຍົກລັດຖະມົນຕີຂອງໄທ ອີກດ້ວຍ.

No comments

Powered by Blogger.