ທ່ານ ປູຕິນ ສົ່ງສານເຖິງຜູ້ນຳເກົາຫຼີເໜືອ ໃຫ້ເດີນທາງຢ້ຽມຢາມລັດເຊຍ - ອິດສະຫຼະ

ທ່ານ ປູຕິນ ສົ່ງສານເຖິງຜູ້ນຳເກົາຫຼີເໜືອ ໃຫ້ເດີນທາງຢ້ຽມຢາມລັດເຊຍ



ສຳນັກຂ່າວຕ່າງປະເທດລາຍງານ 15 ມິຖຸນາ 2018 ວ່າ: ທ່ານ ປູຕິນ ປະທານປະເທດລັດເຊຍ ກ່າວໃນລະຫວ່າງການພົບປະກັບທ່ານ ຄິມ ຢອງ-ນຳ ປະທານສະພາປະຊາຊົນສູງສຸດແຫ່ງຊາດເກົາຫຼີເໜືອ ທີ່ທຳນຽມເຄຣມລິນ ໃນນະຄອນຫຼວງມົດສະກູ ເມື່ອວັນພະຫັດ 14 ມິຖຸນາ 2018 ທີ່ຜ່ານມາ ວ່າລັດເຊຍມີຄວາມຍິນດີເປັນຢ່າງຍິ່ງຕໍ່ຜົນການປະຊຸມສຸດຍອດລະຫວ່າງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ ກັບທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ທີ່ສິງກະໂປ ເມື່ອວັນທີ 12 ມິຖຸນາ 2018 ທີ່ຜ່ານມາ ແລະ ຊົມເຊີຍການຕິດຕໍ່ລະຫວ່າງລັດຖະບານເກົາຫຼີເໜືອ ກັບ ລັດຖະບານເກົາຫຼີໃຕ້ທີ່ເກີດຂຶ້ນຢ່າງສະໝ່ຳສະເໝີ ແລະ ດີຂຶ້ນເລື້ອຍໆໃນໄລຍະນີ້.


ໃນໂອກາດດຽວກັນນີ້, ທ່ານ ປູຕິນ ໄດ້ກ່າວວ່າ: ທ່ານໄດ້ມອບສານຜ່ານທ່ານ ຄິມ ຢອງ-ນຳ ໃນການເຊື້ອເຊີນຜູ້ນຳສູງສຸດຂອງເກົາຫຼີເໜືອຢ້ຽມຢາມລັດເຊຍ ໃນເດືອນກັນຍາ 2018 ນີ້ ເຊິ່ງເປັນຊ່ວງທີ່ລັດຖະບານລັດເຊຍຈະເປັນເຈົ້າພາບຈັດຕັ້ງກອງປະຊຸມເສດຖະກິດຕາເວັນອອກ ທີ່ເມືອງວະລາດິວອສຕັອກ. ເຊິ່ງໃນດ້ານຂອງທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ທີ່ກຳລັງສະແຫວງຫາໂອກາດໃນການພົບປະເຈລະຈາກັບທ່ານ ຄິມ ຈອງ-ອຶນ ກໍ່ມີກຳນົດການເຂົ້າຮ່ວມການປະຊຸມດັ່ງກ່າວນີ້ເຊັ່ນກັນ.

ເຊິ່ງທ່ານ ຄິມ ຢອງ-ນຳ ຢ້ຽມຢາມນະຄອນຫຼວງມົດສະກູໃນຖານະຜູ້ແທນພິເສດຂອງລັດຖະບານເກົາຫຼີເໜືອ ເຂົ້າຮ່ວມຊົມພິທີເປີດການແຂ່ງຂັນບານໂລກ ຄັ້ງທີ 21 ທີ່ລັດເຊຍໄດ້ຮັບກຽດໃຫ້ເປັນເຈົ້າພາບ.


No comments

Powered by Blogger.