ຈີນ ເຕືອນ ສ.ອາເມຣິກາ ເລື່ອງສົງຄາມການຄ້າວ່າ: ຕ້ອງການເຈັບຕົວທັງຄູ່ ຫຼື ຕ້ອງການຕ່າງຝ່າຍຕ່າງມີຜົນປະໂຫຍດ - ອິດສະຫຼະ

ຈີນ ເຕືອນ ສ.ອາເມຣິກາ ເລື່ອງສົງຄາມການຄ້າວ່າ: ຕ້ອງການເຈັບຕົວທັງຄູ່ ຫຼື ຕ້ອງການຕ່າງຝ່າຍຕ່າງມີຜົນປະໂຫຍດ



ສຳນັກຂ່າວຕ່າງປະເທດລາຍງານ 15 ມິຖຸນາ 2018 ວ່າ: ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ໃຫ້ການຕ້ອນຣັບທ່ານ ໄມ ພອມແພວ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ທີ່ມະຫາສາລາປະຊາຊົນ ໃນນະຄອນຫຼວງປັກກິ່ງ ເມື່ອວັນພະຫັດ 14 ມິຖຸນາ 2018 ທີ່ຜ່ານມາ ເຊິ່ງຜູ້ນຳຈີນກ່າວໃນຕອນໜຶ່ງຂອງການສົນທະນາ ສະແດງຄວາມຫວັງວ່າລັດຖະບານສະຫະລັດ ອາເມຣິກາ ຈະແກ້ໄຂຢ່າງເໝາະສົມກັບບັນຫາທີ່ລະອຽດອ່ອນຫຼາຍບັນຫາ ເຊິ່ງກ່ຽວຂ້ອງກັບສາຍພົວພັນສອງຝ່າຍ ບໍ່ວ່າຈະເປັນກໍລະນີຂອງໄຕ້ຫວັນ ແລະ ຄວາມຂັດແຍ່ງທາງການຄ້າລະຫວ່າງສະຫະລັດ ອາເມຣິກາ ກັບ ຈີນ.

ໃນສ່ວນຂອງບັນຫາເກົາຫຼີເໜືອນັ້ນ, ຜູ້ນຳຈີນກ່າວວ່າ ລັດຖະບານຈີນມຸ່ງຫວັງທີ່ຈະເຫັນຂະບວນການປົດອາວຸດນິວເຄຼຍຢູ່ແຫຼມເກົາຫຼີເປັນໄປດ້ວຍດີ ຄຽງຄູ່ໄປກັບສະຖຽນລະພາບ ແລະ ສັນຕິພາບໃນພູມມິພາກ, ຂະນະທີ່ທ່ານ ໄມ ພອມແພວ ກ່າວວ່າໃນຖານະຜູ້ແທນຂອງທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຂໍຂອບໃຈຈີນເປັນຢ່າງຍິ່ງ ສຳລັບຄຳແນະນຳທີ່ສຳຄັນ ໃນການແກ້ໄຂສະຖານະການຢູ່ແຫຼມເກົາຫຼີ.


ຕໍ່ຈາກນັ້ນ, ທ່ານ ໄມ ພອມແພວ ໄດ້ພົບປະຫາລືກັບທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ເຊິ່ງບັນຫາທີ່ຖືກຍົກຂຶ້ນມາເວົ້າເພີ່ມເຕີມຄືສະຖານະການໃນທະເລຈີນໃຕ້ ໂດຍລັດຖະມົນຕີກຊວງການຕ່າງປະເທດສະຫະລັດ ອາເມຣິກາກ່າວເຖິງ ຄວາມເປັນຫ່ວງດ້ວຍຄວາມເຄົາລົບຕໍ່ການເຄື່ອນໄຫວທາງການທະຫານຂອງຈີນທີ່ມີຕໍ່ພື້ນທີ່ຄວາມຂັດແຍ່ງໃນທະເລຈີນໃຕ້ ວ່າຈະສົ່ງຜົນກະທົບຕໍ່ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນບໍລິເວນດັ່ງກ່າວ.

ໃນດ້ານຂອງທ່ານ ຫວັງ ອີ້ ຍັງກ່າວປະຕິເສດຄຳຖະແຫຼງຂອງທ່ານ ໄມ ພອມແພວ ແລະ ກ່າວເຖິງບັນຫາການຄ້າວ່າ ສະຫະລັດ ອາເມຣິກາ ມີທາງເລືອກ 2 ທາງຄື: ການຮັກສາລະດັບການຮ່ວມມືເພື່ອຜົນປະໂຫຍດຮ່ວມກັນ ຫຼື ການປະເຊີນໜ້າແລ້ວຕ່າງຝ່າຍຕ່າງເສຍຫາຍໄປພ້ອມໆກັນ ແລະ ຫວັງວ່າລັດຖະບານສະຫະລັດ ອາເມຣິກາ ຈະເລືອກທາງເດີນດ້ວຍຄວາມສະຫຼາດ ເຊິ່ງຄຳກ່າວຂອງທ່ານ ຫວັງ ອີ້ ເກີດຂຶຶ້ນໃນເວລາດຽວກັນກັບທີ່ມີລາຍງານຈາກນະຄອນຫຼວງວໍຊິງຕັນວ່າ ທ່ານ ສະຕີບ ມະນູຊິນ ລັດຖະມົນຕີກະຊວງການເງິນ ຕ້ອງການໃຫ້ຜູ້ນຳສະຫະລັດ ອາເມຣິກາ ເລື່ອນການຕັ້ງກຳແພງພາສີຕໍ່ຈີນອອກໄປກ່ອນອີກໄລຍະໜຶ່ງ ແຕ່ທ່ານ ໂດໂນ ທຣຳ ບໍ່ເຫັນດີນຳ ແລະ ກ່າວວ່າທ່ານ ກຳລັງພິຈາລະນາລາຍຊື່ສຸດ້ທາຍຂອງລາຍການສິນຄ້າ ເຊິ່ງຈະຕ້ອງພົບກັບກຳແພງພາສີມູນຄ່າ 50,000 ລ້ານໂດລາສະຫະລັດ ແລະ ຈະມີການປະກາດພາຍໃນວັນສຸກ 15 ມິຖຸນາ 2018 ນີ້ ແຕ່ລາຍຊື່ສິນຄ້າຈະຫຼົດລົງຈາກ 1,300 ລາຍການ ເຫຼືອ 800 ລາຍການ.

No comments

Powered by Blogger.