ເກົາຫຼີເໜືອພ້ອມເຈລະຈາກັບ ສ.ອາເມຣິກາ ແລະ ລັດເຊຍພ້ອມທີ່ຈະເປັນຄົນກາງ - ອິດສະຫຼະ

ເກົາຫຼີເໜືອພ້ອມເຈລະຈາກັບ ສ.ອາເມຣິກາ ແລະ ລັດເຊຍພ້ອມທີ່ຈະເປັນຄົນກາງ



ສຳນັກຂ່າວຕ່າງປະເທດລາຍງານ 10 ທັນວາ 2017 ວ່າ: ທ່ານ ເຊີເກ ລາວະຣົບ ລັດຖະມົນຕີກະຊວງການຕ່າງປະເທດລັດເຊຍ ເປີດເຜີຍວ່າ ທ່ານໄດ້ແຈ້ງໃຫ້ທ່ານ ເຣັກ ທິວເລີສັນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ອາເມຣິກາ ຮັບຮູ້ແລ້ວວ່າ: ລັດຖະບານເກົາຫຼີເໜືອ ພ້ອມເປີດການເຈລະຈາໂດຍກົງກັບສະຫະລັດ ອາເມຣິກາ ເພື່ອໃຫ້ສະຫະລັດ ອາເມຣິກາຮັບຮອງວ່າຈະບໍ່ມີການໂຈມຕີເກົາຫຼີເໜືອ ແລະ ລັດເຊຍພ້ອມທີ່ຈະເປັນຄົນກາງໃນການຈັດຕັ້ງການເຈລະຈາ ເພື່ອຜ່ອນຄາຍຄວາມຂັດແຍ່ງດ້ານນິວເຄຼຍລະຫວ່າງ 2 ປະເທດ.

ເຖິງຢ່າງໃດກໍ່ຕາມ ຍັງບໍ່ມີທ່າທີໃດໆອອກມາຈາກລັດຖະບານສະຫະລັດ ອາເມຣິກາຕໍ່ກັບຂໍ້ສະເໜີນີ້ ແຕ່ກ່ອນໜ້ານີ້ລັດຖະບານຂອງທ່ານ ໂດໂນ ທຣຳ ຢືນຢັນວ່າຫາກຈະເຂົ້າສູ່ການເຈລະຈາ ເກົາຫຼີເໜືອຕ້ອງຍຸດຕິໂຄງການພັດທະນານິວເຄຼຍກ່ອນເທົ່ານັ້ນ.

ຂະນະດຽວກັນທ່ານ ເຈບຟຼີ ເຟດແມນ ຮອງເລຂາທິການສະຫະປະຊາຊາດ ຜູ້ຮັບຜິດຊອບວຽກງານການເມືອງ ທີ່ຫາກໍ່ກັບຈາກການເດີນທາງຢ້ຽມຢາມເກົາຫຼີເໜືອທາງເປັນທາງການກ່າວວ່າ ສິ່ງທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດໃນການຫຼີກລ້ຽງສົງຄາມທີ່ອາດເກີດຂຶ້ນໄດ້ທຸກເວລາ ນັ້ນກໍ່ຄືການເລັ່ງເປີດຊ່ອງທາງການເຈລະຈາ ເພື່ອປ້ອງກັນຄວາມເຂົ້າໃຈຜິດ ແລະ ການປະເມີນສະຖານະການທີ່ຄາດເຄື່ອນຈາກການສື່ສານທີ່ບໍ່ຊັດເຈນລະຫວ່າງເກົາຫຼີເໜືອກັບປະຊາຄົມໂລກ.

ທ່ານ ເຟດແມນ ເປັນເຈົ້າໜ້າທີ່ລະດັບສູງສຸດຂອງສະຫະປະຊາຊາດທີ່ຢ້ຽມຢາມເກົາຫຼີເໜືອໃນຮອບຫຼາຍປີທີ່ຜ່ານມາ ເຊິ່ງທ່ານເປັນນັກການທູດຊາວອາເມຣິກາ ແລະ ເຄີຍເຮັດວຽກໃຫ້ກັບລັດຖະບານຂອງທ່ານ ຈອດ ດັບເບີຢູ ບູສ ອະດີດປະທານປະເທດສະຫະລັດ ອາເມຣິກາ, ເຖິງຢ່າງໃດກໍ່ຕາມ ກະຊວງການຕ່າງປະເທດສະຫະລັດ ອາເມຣິກາຢືນຢັນວ່າ ການເດີນທາງຢ້ຽມຢາມເກົາຫຼີເໜືອໃນຄັ້ງນີ້ ທ່ານບໍ່ໄດ້ນຳສານໃດໆຈາກລັດຖະບານສະຫະລັດ ອາເມຣິກາ ໄປຍັງເກົາຫຼີເໜືອ.

ສະຖານະການຢູ່ແຫຼມເກົາຫຼີທີ່ເຄັ່ງຕຶງມາຕະຫຼອດໄລຍະປີນີ້ ຍົກລະດັບຂຶ້ນສູງສຸດເມື່ອເກົາຫຼີເໜືອທົດລອງຂີປະນາວຸດຂ້າມທະວີບຄັ້ງຫຼ້າສຸດເມື່ອວັນທີ 30 ພະຈິກ 2017 ທີ່ຜ່ານມາ ໂດຍເປັນຂີປະນາວຸດທີ່ດີທີ່ສຸດຂອງເກົາຫຼີເໜືອເທົ່າທີ່ເຄີຍທົດລອງຜ່ານມາ ເຮັດໃຫ້ນັກວິເຄາະຍອມຮັບວ່າຂະນະນີ້ເກົາຫຼີເໜືອໄດ້ເປັນມະຫາອຳນາດນິວເຄຼຍຢ່າງສົມບູນ ແລະ ມີຄວາມສາມາດໃນການໂຈມຕີແຜ່ນດິນໃຫຍ່ສະຫະລັດ ອາເມຣິກາໄດ້ທຸກບ່ອນ.

ເຊິ່ງໃນປີ 1994 ສະຫະລັດ ອາເມຣິກາເຄີຍປະເມີນວ່າ ຫາກຕ້ອງການເຮັດສົງຄາມກັບເກົາຫຼີເໜືອຈິງ ຈະສາມາດເອົາຊະນະໄດ້ຢ່າງແນ່ນອນ ແຕ່ຈະມີຜູ້ບາດເຈັບ ແລະ ເສຍຊີວິດມະຫາສານ ໂດຍຄາດວ່າທະຫານອາເມຣິກາ 52,000 ຄົນ ແລະ ທະຫານເກົາຫຼີໃຕ້ 490,000 ຄົນ ຈະເສຍຊີວິດພາຍໃນ 3 ເດືອນທຳອິດຂອງການສູ້ຮົບ.

No comments

Powered by Blogger.