ເກົາຫຼີເໜືອປະນາມ ສ.ອາເມຣິກາ ຄືຜູ້ທຳລາຍສັນຕິພາບທີ່ແທ້ຈິງ ກໍລະນີເຢຣູຊາເລມ - ອິດສະຫຼະ

ເກົາຫຼີເໜືອປະນາມ ສ.ອາເມຣິກາ ຄືຜູ້ທຳລາຍສັນຕິພາບທີ່ແທ້ຈິງ ກໍລະນີເຢຣູຊາເລມ



ສຳນັກຂ່າວກາງເກົາຫຼີ (KCNA) ຂອງທາງການເກົາຫຼີເໜືອເຜີຍແຜ່ຖະແຫຼງການຂອງກະຊວງການຕ່າງປະເທດເກົາຫຼີເໜືອ ເມື່ອວັນເສົາ ທີ່ຜ່ານມາ (9 ທັນວາ) ປະນາມເຫດການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ປະກາດເມື່ອກາງອາທິດທີ່ຜ່ານມາ ຮັບຮອງເອົານະຄອນເຢຣູຊາເລມເປັນເມືອງຫຼວງຂອງອິດສະຣາແອນວ່າ ເປັນການສະແດງຈຸດຢືນຂອງສະຫະລັດ ອາເມຣິກາ ທີ່ຂາດການຄິດຢ່າງຮອບຄອບ ແລະ ເປັນການຕັດສິນໃຈທີ່ຊົ່ວຮ້າຍທີ່ສຸດ.

ເຖິງແມ່ນວ່າໃນຄວາມເປັນຈິງແລ້ວ ການກະທຳດັ່ງກ່າວຂອງລັດຖະບານສະຫະລັດ ອາເມຣິກາຖືໄດ້ວ່າບໍ່ເໜືອຄວາມຄາດໝາຍ ເມື່ອວິເຄາະຈາກຜູ້ນຳປະເທດທີ່ເປັນ "ຜູ້ເຖົ້າທີ່ຂາດສະຕິ" ທີ່ເຄີຍເຖິງຂັ້ນກ່າວຮຽກຮ້ອງໃຫ້ປະຊາຄົມໂລກທຳລາຍສະຖຽນລະພາບຂອງລັດອະທິປະໄຕໃນເວທີສະຫະປະຊາຊາດ (UN) ມາແລ້ວ, ແຕ່ໃນກໍລະນີຂອງນະຄອນເຢຣູຊາເລມເປັນການກະທຳທີ່ບົ່ງບອກໄດ້ຢ່າງຊັດເຈນວ່າ ແມ່ນໃຜກັນແທ້ຄືຜູ້ທຳລາຍສັນຕິພາບ ແລະ ຄວາມໝັ້ນຄົງຢູ່ໃນໂລກນີ້ ແລະ ປະເທດໃດສົມຄວນໄດ້ຮັບການຮຽກວ່າເປັນອັນທະພານ ແລະ ເປັນຕາຊັງທີ່ສຸດຈາກປະຊາຄົມໂລກ.

ລາຍງານຂອງ KCNA ຍັງລະບຸວ່າ ເກົາຫຼີເໜືອມີຈຸດຢືນຢ່າງໜັກແໜ້ນໃນການສະໜັບສະໜູນປາເລສໄຕ ແລະ ປະຊາຄົມອາຣັບໃນການຕໍ່ສູ້ເພື່ອທວງຄືນສິດທິອັນຖືກຕ້ອງ, ໃນຂະນະທີ່ສະຫະລັດ ອາເມຣິກາເອງກໍ່ຕ້ອງຮັບຜິດຊອບກັບຜົນການກະທຳທັງໝົດທີ່ມາຈາກການກະທຳທີ່ຂາດຄວາມຄິດ ແລະ ຊົ່ວຮ້າຍຂອງຕົນເອງ.

ເຊິ່ງສະຫະລັດ ອາເມຣິກາ ຖືເປັນປະເທດທຳອິດໃນໂລກທີ່ຍອມຮັບໃຫ້ນະຄອນເຢຣູຊາເລມເປັນນະຄອນຫຼວງຂອງອິດສະຣາແອນ ນັບຕັ້ງແຕ່ມີການສະຖາປະນາລັດອິດສະຣາແອນເມື່ອປີ 1948 ແລະ ກຽມເປັນປະເທດທຳອິດຂອງໂລກອີກເຊັ່ນກັນທີ່ຈະຍ້າຍສະຖານທູດຈາກນະຄອນເທວອາວິບໃຫ້ໄປຕັ້ງຢູ່ໃນນະຄອນເຢຣູຊາເລມແທນ ເຮັດໃຫ້ເກີດສຽງປະນາມຢ່າງໜັກໜ່ວງຈາກປະຊາຄົມໂລກໂດຍສະເພາະຈາກປະຊາຄົມອາຣັບ.


No comments

Powered by Blogger.