ອິດສະຣາແອນໂຈມຕີທາງອາກາດໃນເຂດກາຊາ ນັກຮົບຮາມາສຕາຍ 2 - ອິດສະຫຼະ

ອິດສະຣາແອນໂຈມຕີທາງອາກາດໃນເຂດກາຊາ ນັກຮົບຮາມາສຕາຍ 2



ສຳນັກຂ່າວຕ່າງປະເທດລາຍງານ 10 ທັນວາ 2017 ວ່າ: ກອງກຳລັງປ້ອງກັນອິດສະຣາແອນ (IDF) ອອກຖະແຫຼງການວ່າ ໄດ້ປະຕິບັດການໂຈມຕີທາງອາກາດຕໍ່ເປົ້າໝາຍ 4 ແຫ່ງໃນເຂດກາຊາ ເມື່ອວັນເສົາທີ່ຜ່ານມາ ເພື່ອຕອບໂຕ້ການລະດົມຍິງຈະຫຼວດຂ້າມຊາຍແດນຂອງກຸ່ມຮາມາສຫຼາຍຄັ້ງເມື່ອວັນສຸກທີ່ຜ່ານມາ ໂດຍຈະຫຼວດສ່ວນໃຫຍ່ຕົກລົງໃນເຂດເມືອງສະເດີຣອດ ທີ່ຢູ່ທາງພາກໃຕ້ຂອງປະເທດ ສົ່ງຜົນໃຫ້ປະຊາຊົນຈຳນວນຫຼາຍຕ້ອງພົບພະຍົມໄປອາໄສຢູ່ສູນພັກເຊົາຊົ່ວຄາວຂອງທາງການ ທ່າມກາງຄວາມເປັນຫ່ວງຂອງປະຊາຊົນໃນທ້ອງຖິ່ນວ່າ ສະຖານະການອາດທະວີຄວາມຮຸນແຮງຂຶ້ນ ເນື່ອງຈາກກອງທັບອິດສະຣາແອນກັບກຸ່ມຮາມາສເຮັດສົງຄາມກັນມາແລ້ວ 3 ຄັ້ງ ໃນຮອບ 1 ທົດສະວັດທີ່ຜ່ານມາ.


ໃນດ້ານຂອງກຸ່ມຮາມາສເອງກໍ່ອອກຖະແຫຼງການວ່າມີສະມາຊິກຢ່າງໜ້ອຍ 2 ຄົນເສຍຊີວິດຈາກການໂຈມຕີຂອງອິດສະຣາແອນໃນຄັ້ງນີ້ ແລະ ຍັງມີຜູ້ໄດ້ຮັບບາດເຈັບອີກ 20 ຄົນ ໂດຍມີປະຊາຊົນລວມຢູ່ນຳອີກດ້ວຍ ພ້ອມທັງປະນາມວ່າອິດສະຣາແອນເປັນຝ່າຍກະຕຸ້ນໃຫ້ເກີດຄວາມຮຸນແຮງ ຈົນມີຜູ້ເສຍຊີວິດລວມຢ່າງໜ້ອຍ 4 ຄົນ ຕັ້ງແຕ່ກາງອາທິດທີ່ຜ່ານມາ ແລະ ຈຳນວນຜູ້ໄດ້ຮັບບາດເຈັບເພີ່ມເປັນເກືອບ 200 ​ຄົນແລ້ວ, ເຖິງຢ່າງໃດກໍ່ຕາມ ກຸ່ມຮາມາສຢືນຢັນວ່າການພ້ອມໃຈກັນລຸກຮືຂຶ້ນຂອງປະຊາຄົມອາຣັບຍັງຈະດຳເນີນຕໍ່ໄປ ຈົນກວ່າຈະບັນລຸເປົ້າໝາຍຄືການໄດ້ນະຄອນເຢຣູຊາເລມກັບຄືນຈາກ "ຂະບວນການໄຊອໍນິສ".


ຂະນະທີ່ສະຖານະການໂຮມຊຸມນຸມປະທ້ວງຕໍ່ຕ້ານສະຫະລັດ ແລະ ອິດສະຣາແອນໃນເຂດກາຊາ, ເຂດເວດແບັງ ແລະ ໃນຝັ່ງຕາເວັນອອກຂອງນະຄອນເຢຣູຊາເລມ ຕະຫຼອດຮອດໃນຕ່າງປະເທດລວມທັງໃນອິນໂດເນເຊຍ ເຊິ່ງເປັນປະເທດມຸດສະລິມຂະໜາດໃຫຍ່ທີ່ສຸດຂອງໂລກ ຍັງເກີດຂຶ້ນຢ່າງຕໍ່ເນື້ອງນັບຕັ້ງແຕ່ກຸ່ມຮາມາສ ແລະ ກຸ່ມຮິບບອນເລາະປຸກລະດົມໃຫ້ປະຊາຊົນປາເລສໄຕ ແລະ ຊາວມຸດສະລິມທົ່ວທຸກມຸມໂລກຮ່ວມກັນລຸກຮືຂຶ້ນສະແດງພະລັງຕໍ່ຕ້ານ ການທີ່ສະຫະລັດ ອາເມຣິກາ ຮັບຮ້ອງເອົານະຄອນເຢຣູຊາເລມໃນຖານະເມືອງຫຼວງຂອງອິດສະຣາແອນ ແລະ ກຽມຍ້າຍສະຖານທູດສະຫະລັດ ອາເມຣິກາຈາກນະຄອນຫຼວງເທວອາວິບໃຫ້ໄປຕັ້ງຢູ່ໃນເຢຣູຊາເລມໃນອີກບໍ່ພໍເທົ່າໃດປີຂ້າງໜ້າ ໄດ້ເຮັດໃຫ້ເກີດສຽງປະນາມຢ່າງໜັກໜ່ວງໄປທົ່ວທັງຕາເວັນອອກາງ, ໂລກອາຣັບ ແລະ ບັນດາປະເທດຕ່າງໆໃນຕາເວັນອອກ ລວມທັງພັນທະມິດຂອງສະຫະລັດ ອາເມຣິກາເອງ.



No comments

Powered by Blogger.