ກຸ່ມປະເທດອາຣັບ ລະດົມໃຊ້ມາດຕະການຂວໍ້າບາດ ສ.ອາເມຣິກາ ຕໍ່ບັນຫາເຢຣູຊາເລມ - ອິດສະຫຼະ

ກຸ່ມປະເທດອາຣັບ ລະດົມໃຊ້ມາດຕະການຂວໍ້າບາດ ສ.ອາເມຣິກາ ຕໍ່ບັນຫາເຢຣູຊາເລມ



ສຳນັກຂ່າວຕ່າງປະເທດລາຍງານ 10 ທັນວາ 2017 ວ່າ: ລັດຖະມົນຕີກະຊວງການຕ່າງປະເທດຂອງ 22 ປະເທດສະມາຊິກສະຫະພັນອາຣັບ ໄດ້ມີການປະຊຸມສຸກເສີນຮ່ວມກັນທີ່ນະຄອນຫຼວງໄຄໂຣ ປະເທດເອຢິບ ເມື່ອວັນເສົາທີ່ຜ່ານມາຕາມເວລາທ້ອງຖິ່ນ ເພື່ອປຶກສາຫາລືສະຖານະການທີ່ເປັນຜົນມາຈາກການທີ່ທ່ານ ໂດໂນ ທຣຳ ປະທານປະເທດສະຫະລັດ ອາເມຣິກາ ຮັບຮອງເອົານະຄອນເຢຣູຊາເລມເປັນເມືອງຫຼວງຂອງອິດສະຣາແອນ ແລະ ກຽມຍ້າຍສະຖານທູດສະຫະລັດ ອາເມຣິກາ ອອກຈາກນະຄອນຫຼວງເທວອາວິບໃຫ້ໄປຕັ້ງຢູ່ນະຄອນເຢຣູຊາເລມແທນ ໂດຍໃນກອງປະຊຸມມີຖະແຫຼງການຮ່ວມກັນໃນຕອນເຊົ້າຂອງວັນອາທິດນີ້ ປະນາມການຕັດສິນໃຈຂອງຜູ້ນຳສະຫະລັດ ອາເມຣິກາ ທີ່ເປັນການລະເມີດກົດໝາຍລະຫວ່າງປະເທດຢ່າງຮ້າຍແຮງ ແລະ ບໍ່ມີຜົນຜູກພັນທາງກົດໝາຍທຸກປະການ.

ຂະນະທີ່ທ່ານ ອາເໝັດ ອາບູນ-ເກອິດ ເລຂາທິການໃຫຍ່ສະຫະພັນອາຣັບ ກ່າວຮຽກຮ້ອງໃຫ້ທ່ານ ທຣຳ ທວນຄືນການຕັດສິນໃຈຕໍ່ກັບບັນຫາດັ່ງກ່າວ ໂດຍກ່າວເຕືອນວ່າ ການເຄື່ອນໄຫວຂອງລັດຖະບານສະຫະລັດ ອາເມຣິກາ ກຳລັງທຳລາຍຄວາມເຊື່ອໝັ້ນຂອງປະຊາຄົມອາຣັບທີ່ມີຕໍ່ສະຫະລັດ ອາເມຣິກາ ແລະ ຍິ່ງເປັນການເພີ່ມຄວາມຄອນແຄນສົງໄສໃຫ້ກັບສະຫະພັນອາຣັບ ຕໍ່ຈຸດປະສົງ ແລະ ຈຸດມຸ່ງໝາຍທີ່ແທ້ຈິງຂອງອີກຝ່າຍ ໃນການຮ່ວມກັນສ້າງສັນຕິພາບລະຫວ່າງອິດສະຣາແອນ ກັບ ປາເລສໄຕ.

ໃນດ້ານຂອງທ່ານ ເກບຼານ ບາສຊິນ ລັດຖະມົນຕີກະຊວງການຕ່າງປະເທດລີບັງ ສະເໝີໃຫ້ມີການໃຊ້ມາດຕະການຕອບໂຕ້ສະຫະລັດ ອາເມຣິກາ ເລີ່ມຈາກມາດຕະການທາງການທູດ ຕໍ່ດ້ວຍມາດຕະການທາງການເມືອງ ແລະ ມາດຕະການຂວໍ້າບາດທາງເສດຖະກິດ, ເຊິ່ງທີ່ຜ່ານມາປະຊາຄົມອາຣັບເຄີຍຮ່ວມກັນໃຊ້ມາດຕະການເຫຼົ່ານີ້ຕໍ່ສະຫະລັດ ອາເມຣິກາເມື່ອເດືອນຕຸລາ 1973 ດ້ວຍການຍຸດຕິຂາຍນ້ຳມັນໃຫ້ສະຫະລັດ ອາເມຣິກາ ເພື່ອຕອບໂຕ້ປະເທດທີ່ສະໜັບສະໜູນອິດສະຣາແອນໃນສົງຄາມຄິບປູ ຫຼື ສົງຄາມຣໍມະດອນ ທີ່ສະໜາມຮົບສ່ວນໃຫຍ່ຢູ່ບໍລິເວນແຫຼມໄຊນາຍ ແລະ ພູພຽງໂກລັນ ທີ່ເກີດຈາກເຫດການທີ່ເອຢິບຕ້ອງການເປີດຄອງສູເອດອີກຄັ້ງ ໂດຍພັນທະມິດອາຣັບເປີດສາກໂຈມຕີອິດສະຣາແອນໃນວັນຄິບປູ ເຊິ່ງເປັນວັນສຳຄັນຂອງສາສະໜາຢູດາ ແລະ ໄດ້ກົງກັບເດືອນຣໍມະດອນພໍດີ ເຖິງແມ່ນວ່າອິດສະຣາແອນເປັນຝ່າຍຊະນະທາງການທະຫານ ແຕ່ເອຢິບໄດ້ພື້ນທີ່ຝັ່ງຕາເວັນອອກຂອງຄອງສູເອດ ແລະ ລາຄານ້ຳມັນໃນສະຫະລັດໄດ້ຂຶ້ນສູ່ລະດັບສູງຈົນເກີດພາວະຊັອກຕະຫຼາດ.


No comments

Powered by Blogger.