ຮູ້ຫຼືຍັງ ? 5 ຂໍ້ດີ ຂອງການມີແຟນຂີ້ຫຶງ - ອິດສະຫຼະ

ຮູ້ຫຼືຍັງ ? 5 ຂໍ້ດີ ຂອງການມີແຟນຂີ້ຫຶງ



ອາການ "ຂີ້ຫຶງ" ທີ່ບໍ່ເຂົ້າໃຜອອກໃຜ ບາງຄັ້ງມັນອາດເຮັດໃຫ້ອີກຝ່າຍຮູ້ສຶກອຶດອັດດ້ວຍຄວາມຫວາດລະແວງຫຼາຍເກີນໄປ ແຕ່ບາງຄັ້ງມັນກໍ່ເຮັດໃຫ້ຮູ້ສຶກດີໄດ້ເຊັ່ນກັນ ເພາະຢ່າງໜ້ອຍມັນກໍ່ເຮັດໃຫ້ຮູ້ວ່າອີກຝ່າຍຮັກເຮົາຫຼາຍປານໃດ ແລະ ຫຶງຫວງເຮົາຫຼາຍໜ້ອຍຊ່ຳໃດ ດັ່ງ 5 ຂໍ້ດີຂ້າງລຸ່ມນີ້ທີ່ຈະເຮັດໃຫ້ທ່ານຮູ້ວ່າ... ການມີແຟນຂີ້ຫຶງມັນດີແບບໃດ..?..

1. ເຂົາຈະກາຍເປັນຄົນຖະໜອມຄວາມສຳພັນ ຈາກຜົນວິໄຈເລື່ອງປະສົບການທີ່ຝັງຢູ່ໃນຄວາມຊົງຈຳ-ຍາກທີ່ຈະລົບອອກ ມີຜົນຕໍ່ອາລົມ ແລະ ສະພາບຈິດໃຈຂອງບຸກຄົນນັ້ນເຊັ່ນ: ຄົນທີ່ພໍ່ແມ່ແຍກທາງກັນກໍ່ເຮັດໃຫ້ຢ້ານຄວາມຮັກທີ່ບໍ່ສົມຫວັງ, ຄົນທີ່ມີພໍ່ ຫຼື ແມ່ມັກຫຼິ້ນມັກກິນ ເວລາມີຄົນຮັກກໍ່ອາດລະແວງລະວັງໄປໝົດ ເຖິງຢ່າງໃດກໍ່ຕາມເລື່ອງຂອງປະສົບການຄອບຄົວບໍ່ແມ່ນວ່າຈະມີຜົນຕໍ່ຄົນຮັກເຫຼົ່ານີ້ໃນດ້ານບໍ່ດີທຸກຢ່າງ ໃນດ້ານດີກໍ່ມີ ເມື່ອຄົນເຫຼົ່ານີ້ມີຄວາມຮັກຈະຂ້ອນຂ້າງລະມັດລະວັງ ແລະ ຖະນຸນະໜອມຄວາມສຳພັນ ເພື່ອບໍ່ໃຫ້ເລື່ອງເຫຼົ່ານີ້ເກີດຂຶ້ນຊ້ຳຮອຍກັບອະດີດຂອງຕົນເອງອີກ

2. ຄົນຂີ້ຫຶງມັກຈະບໍ່ເຈົ້າຊູ້ໃສ່ໃຜ ເກືອບໝົດຫ່ວງໄປໄດ້ເລີຍວ່າ ຄົນຂີ້ຫຶງຈະບໍ່ເຈົ້າຊູ້ໃສ່ຄົນອື່ນ ນັ້ນກໍ່ເພາະວ່າເຂົາຈະບໍ່ເຮັດໃນສິ່ງທີ່ເປັນປໍລະປັກກັນແນ່ນອນ

3. ເປັນການສະແດງອອກວ່າຮັກຢ່າງຊັດເຈນ ເຂົາອາດເລີ່ມຕົ້ນດ້ວຍການໂທນຳ ຫຼື ອີກຝ່າຍຕ້ອງໂທລາຍງານ ເຖິງຈະເປັນເລື່ອງເລັກເລື່ອງນ້ອຍກໍ່ຕາມ ແລະ ຈະມີພຶດຕິກຳມັກຈົດຈຳມື້ສຳຄັນຕ່າງໆ ແລະ ມັກຊຶ້ນັ້ນຊື້ນີ້ມາຝາກຢູ່ສະເໝີ

4. ຄວາມຈິງແລ້ວຄົນຂີ້ຫຶງເປັນຄົນໜ້າຮັກ ແລະ ຄັ້ງເປັນຕາອິດູຕົນ ຈາກຄົນທີ່ເຄີຍໄວ້ໃຈ ເຊື່ອໃຈກັນທຸກຢ່າງເບິ່ງໂລກໃນດ້ານດີ ແຕ່ເມື່ອຖືກ (ອະດີດ) ຄົນຮັກຂອງຕົນນອກໃຈ ເປັນເຫດໃຫ້ເວລາມີຮັກຄັ້ງໃໝ່ຈຶ່ງອອກອາກາດຫຶງຫຼາຍກວ່າປົກກະຕິ ເພາະຢ້ານປະວັດສາດຊ້ຳຮອຍ ຢ້ານວ່າຄົນຮັກຄົນປັດຈຸບັນຈະສ້າງເລື່ອງໃຫ້ເສຍໃຈຄືກັບຄົນເກົ່າ ສິ່ງສຳຄັນສຳລັບເຂົາເຈົ້າກໍ່ຄື ກາຍເປັນຄົນທີ່ລະອຽດອ່ອນທາງຄວາມຮູ້ສຶກ ແລະ ຕ້ອງການຢາກໃຫ້ມີຄົນເຂົ້າໃຈໃນຄວາມຂີ້ຫຶງຂອງເຂົາເຈົ້າເທົ່ານັ້ນເອງ

5. ເຂົາຈະບໍ່ມີມື້ລືມເວລາດີໆທີ່ຢູ່ກັບເຈົ້າ ໂດຍປົກກະຕິແລ້ວ ຄົນຂີ້ຫຶງ ມັກຈະເປັນເຈົ້າຂອງດຽວກັນກັບຄົນຂີ້ນ້ອຍໃຈ ດັ່ງນັ້ນ, ເຂົາຈະໃຫ້ຄວາມສຳຄັນກັບຄວາມສຳພັນຂອງຄົນເປັນອັນດັບໜຶ່ງ ເມື່ອເຂົາເກີດຄວາມຮູ້ສຶກປະທັບໃຈໃຜຄົນໃດຄົນໜຶ່ງແລ້ວ ເຂົາກໍ່ຈະຮັກຄົນໆນັ້ນຫຼາຍກວ່າທີ່ອີກຝ່າຍຄາດຄິດໄວ້ສະເໝີ ຫຼື ເປັນສອງເທົ່າຈາກທີ່ເຄີຍໄດ້ຮັບ ບໍ່ດີບໍ່? ຖ້າຈະມີໃຜຜູ້ໃດຜູ້ໜຶ່ງທີ່ຮັກເຈົ້າໃນລະດັບທີ່ຫຼາຍຂະໜາດນັ້ນ.

No comments

Powered by Blogger.