ເຂົ້າໜຽວ ເຂົ້າຈ້າວ ກໍ່ເຂົ້າຄືກັນ ແຕ່ມັນໃຫ້ພະລັງງານຕ່າງກັນ - ອິດສະຫຼະ

ເຂົ້າໜຽວ ເຂົ້າຈ້າວ ກໍ່ເຂົ້າຄືກັນ ແຕ່ມັນໃຫ້ພະລັງງານຕ່າງກັນ



ຂຶ້ນຊື່ວ່າລາວ "ອາຫານຫຼັກ" ກໍ່ຄືເຂົ້າ ແລະ ເຂົ້າຊະນິດທີ່ນິຍົມເປັນຫຼັກຂອງຄົນລາວກໍ່ຄືເຂົ້າໜຽມ ແຕ່ຮູ້ຫຼືບໍ່ວ່າ ເຂົ້າໜຽມ ແລະ ເຂົ້າຈ້າວໃຫ້ພະລັງງານຕ່າງກັນ

1. ເຂົ້າໜຽວ 100 ກຣາມ ໃຫ້ພະລັງງານປະມານ 230 ກິໂລແຄລໍຣີ
ສຳລັບຄົນທີ່ຕ້ອງການຄວບຄຸມນ້ຳໜັກ ເຂົ້າໜຽມ ເປັນສິ່ງທີ່ຄວນຫຼີກລ້ຽງຫຼາຍທີ່ສຸດ ເພາະໃຫ້ພະລັງງານສູງກວ່າ ແຕ່ກໍ່ບໍ່ແມ່ນວ່າຊິເຊົາຕັດຂາດໄປເລີຍ ເພາະຖ້າທ່ານກິນໃນປະລິມານທີ່ເໝາະສົມ ຮັບຮອງວ່າບໍ່ມີຜົນແນ່ນອນ ທາງທີ່ດີແນະນຳໃຫ້ກິນກັບແຈ່ວ ແລະ ລວກຜັກ ໄດ້ທັງຫຸ່ນດີ ແລະ ສຸຂະພາບດີອີກດ້ວຍ...

2. ເຂົ້າຈ້າວ 100 ກຣາມ ໃຫ້ພະລັງງານປະມານ 140 ກິໂລແຄຣໍລີ
ເຖິງແມ່ນວ່າເຂົ້າຈ້າວຈະໃຫ້ພະລັງງານໜ້ອຍກວ່າເຂົ້າໜຽວ ແຕ່ກໍ່ບໍ່ຄວນອັດເຂົ້າໄປສອງຈານຈົນແໜ້ນ ແມ່ນຍັງກໍ່ຕາມທີ່ຢູ່ໃນລະດັບທີ່ເກີນພໍດີ ຍ່ອມບໍ່ເກີດຜົນດີແນ່ນອນ ເພາະແປ້ງທີ່ມາຈາກເຂົ້າເມື່ອເຂົ້າສູ່ຮ່າງກາຍ ແລະ ບໍ່ໄດ້ເຜົາຜານໃຫ້ໝົດ ຈະຖືກດຶງໄປເປັນນ້ຳຕານ (ຕຸ້ຍ)...

No comments

Powered by Blogger.