WMO ບອກວ່າ ໂລກປີ 2016 ຮ້ອນຫຼາຍກວ່າປີທີ່ຜ່ານມາ - ອິດສະຫຼະ

WMO ບອກວ່າ ໂລກປີ 2016 ຮ້ອນຫຼາຍກວ່າປີທີ່ຜ່ານມາ



ອົງການອຸຕຸນິຍົມສາກົນ (WMO) ເປີດເຜີຍຂໍ້ມູນລະບຸຊັດເຈນອຸນຫະພູມສະເລ່ຍຂອງໂລກຕະຫຼອດໄລຍະປີ 2016 ເພີ່ມສູງທີ່ສຸດນັບຕັ້ງແຕ່ໄລຍະປີ 1961-1990 ໂດຍອຸນຫະພູມເພີ່ມສະເລ່ຍ 0.77 ອົງສາເຊ ສະເພາະເດືອນກັນຍາທີ່ຜ່ານມາອຸນຫະພູມໂລກເພີ່ມສູງສະເລ່ຍ 0.88 ອົງສາເຊ ແລະ ຫາກນັບຕັ້ງແຕ່ໄລຍະເດືອນມັງກອນ-ກັນຍາ ພົບວ່າອຸນຫະພູມເພີ່ມສູງສະເລ່ຍເຖິງ 1.2 ອົງສາເຊ ເຮັດໃຫ້ນັກທະຍາສາດເຊື່ອໝັ້ນ 90% ວ່າສະພາບອາກາດໂລກປີນີ້ສະເລ່ຍອົບອຸ່ນຂຶ້ນກວ່າປີທີ່ຜ່ານມາ

ຜູ້ຊ່ຽວຊານລະບຸປາກົດການທຳມະຊາດເອວນິນໂຢກ່ຽວຂ້ອງກັບສະພາບອາກາດໂລກຜັນຜວນ ແຕ່ປັດໄຈເລື່ອງຊັ້ນບັນຍາກາດໂລກປ່ຽນແປງຄືຕົວການສຳຄັນທີ່ເຮັດໃຫ້ເກີດຄວາມປ່ຽນແປງດ້ານສະພາບອາກາດຢ່າງຮຸນແຮງກະທັນຫັນ ຄວາມປ່ຽນແປງເຫຼົ່ານີ້ຄືຫຼັກຖານຊັດເຈນວ່າອຸນຫະພູມສະເລ່ຍຂອງໂລກແຕ່ລະປີສູງຂຶ້ນເລື້ອຍໆ.

No comments

Powered by Blogger.