ກະທຽມ : ຮັກສາໂລກຫົວໃຈ - ອິດສະຫຼະ

ກະທຽມ : ຮັກສາໂລກຫົວໃຈ



ກະທຽມ ເປັນອາຫານ ແລະ ສະໝຸນໄພທີ່ມີການໃຊ້ມາຕັ້ງແຕ່ສະໄໝບູຮານ ຕຳລາຢາຈີນລະບຸວ່າກະທຽມມີລິດຮ້ອນ, ລົດເຜັດ ຊ່ວຍໃຫ້ຈະເລີນອາຫານ, ຂັບລົມໃນລຳໄສ້ແກ້ບິດ, ແກ້ໄອ, ແກ້ກາກແກ້ກ້ຽນ ມີຜົນງານວິໄຈໃນຄົນຫຼາຍຜົນງານພົບວ່າ ກະທຽມສາມາດຊ່ວຍຫຼຸດລະດັບໄຂມັນທີ່ບໍ່ດີໃນເລືອດ, ຫຼຸດລະດັບໄຕຣກີເຊີໄຣ ແລະ ເພີ່ມລະດັບຂອງໄຂມັນຊະນິດດີ ເຊິ່ງຈະຊ່ວຍຫຼຸດຄວາມສ່ຽງຕໍ່ການເປັນໂລກລະບົບຫຼອດເລືອດຫົວໃຈ ນອກຈາກນີ້ ກະທຽມຍັງມີລິດຫຼຸດຄວາມດັນເລືອດອີກດ້ວຍ

ປະລິມານກະທຽມທີ່ແນະນຳໃຫ້ໃຊ້ຄື ກະທຽມສົດ 2-5 ກຣາມຕໍ່ມື້ ໂດຍກິນພ້ອມອາຫານເພື່ອຫຼຸດອາການພວນທ້ອງ ເວລາກິນໃຫ້ບົດກະທຽມໃຫ້ລະອຽດ ແລະ ກິນທັນທີ ຂໍ້ເສຍຈາກການກິນກະທຽມຄື: ກິ່ນປາກ ເຊິ່ງສາມາດແກ້ໂດຍການຫຍໍ້າໃບຊາແກ່ໆ ມ້ວນປາກຫຼັງຈາກກິນກະທຽມ.

No comments

Powered by Blogger.