ຄວາມສຸດຍອດ ຕ້ອງຍີ່ປຸ່ນເທົ່ານັ້ນ ແປງທາງຍຸບໃຊ້ເວລາພຽງ 2 ມື້ - ອິດສະຫຼະ

ຄວາມສຸດຍອດ ຕ້ອງຍີ່ປຸ່ນເທົ່ານັ້ນ ແປງທາງຍຸບໃຊ້ເວລາພຽງ 2 ມື້



ວັນທີ 15 ພະຈິກ 2016 ສຳນັກຂ່າວທ້ອງຖິ່ນລາຍງານວ່າ ຍີ່ປຸ່ນໄດ້ມີການເປີດໃຊ້ງານເສັ້ນທາງບໍລິເວນສີ່ແຍກໄຟແດງໃຈກາງເມືອງ ແຂວງຟຸກຸໂອກະ ໃກ້ສະຖານີລົດໄຟໃຕ້ດິນ JR ຮາກາຕະ ແລ້ວ ພາຍຫຼັງໃຊ້ເວລາໃນການສ້ອມແປງພຽງ 2 ມື້ເຊິ່ງເມື່ອວັນທີ 8 ພະຈິກ 2016 ທີ່ຜ່ານມາໄດ້ເກີດເຫດເສັ້ນທາງຍຸບເປັນໂຜ້ງກວ້າງ 30 ແມັດ ແລະ ເລິກ 15 ແມັດ ເຊິ່ງຄາດວ່າອາດເປັນຜົນກະທົບຈາກການກໍ່ສ້າງລົດໄຟໃຕ້ດິນສ່ວນຕໍ່ຂະຫຍາຍ ເຊິ່ງໂຊກດີເຫດການດັ່ງກ່າວບໍ່ມີຜູ້ໄດ້ຮັບຜົນກະທົບ

No comments

Powered by Blogger.