ກອງທັບມຽນມາໂຈມຕີກຸ່ມຫົວຮຸນແຮງໂຣຮິນຈາ ເສຍຊີວິດ 70 ຄົນ - ອິດສະຫຼະ

ກອງທັບມຽນມາໂຈມຕີກຸ່ມຫົວຮຸນແຮງໂຣຮິນຈາ ເສຍຊີວິດ 70 ຄົນ



ສຳນັກຂ່າວຕ່າງປະເທດລາຍງານວ່າ ກອງທັບມຽນມາອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາ (14 ພະຈິກ 2016) ວ່າຜົນຈາກປະຕິບັດການຮັກສາຄວາມສະຫງົບໃນລັດຍະໄຂ່ ລະຫວ່າງວັນທີ 9 ຕຸລາ-14 ພະຈິກ 2016 ສົ່ງຜົນໃຫ້ມີສະມາຊິກກຸ່ມຕິດອາວຸດຊາວໂຣຮິນຈາເສຍຊີວິດຢ່ອງໜ້ອຍ 69 ຄົນ ແລະ ມີຜູ້ຖືກບາດເຈັບ 234 ຄົນ ນອກຈາກນີ້ຍັງມີທະຫານອີກຢ່າງໜ້ອຍ 7 ຄົນ ແລະ ຕຳຫຼວດອີກຢ່າງໜ້ອຍ 10 ຄົນ ເສຍຊີວິດໃນເຫດການຄັ້ງນີ້ດ້ວຍ.

ຂະນະດຽວກັນກອງທັບມຽນມາຍັງວິຈານລາຍງານຂອງອົງກອນສິດທິມະນຸດ ເຊິ່ງເປີດເຜີຍພາບຖ່າຍດາວທຽມອ້າງເປັນຄວາມເສຍຫາຍທີ່ເກີດຂຶ້ນກັບບ້ານເຮືອນຂອງຊາວໂຣຮິນຈາຫຼາຍກວ່າ 400 ແຫ່ງໃນລັດຍະໄຂ່ ວ່າເປັນຜົນຈາກການຈູດໄຟເຜົາທຳລາຍຂອງເຈົ້າໜ້າທີ່ "ບໍ່ແມ່ນຄວາມຈິງແຕ່ຢ່າງໃດ" ໂດຍກ່າວວ່າມີເຮືອນ 227 ຫຼັງເທົ່ານັ້ນທີ່ຖືກຮັບຄວາມເສຍຫາຍ ແລະ ເປັນຜົນຈາກການຈູດໄຟເຜົາທຳລາຍໂດຍກຸ່ມຊາວໂຣຮິນຈາໃນເຂດນັ້ນດ້ວຍກັນເອງ ເຊິ່ງຖືເປັນ "ການກໍ່ການຮ້າຍ" ເພື່ອທຳລາຍຄວາມໜ້າເຊື່ອຖື ແລະ ພາບລັກຂອງລັດຖະບານ ແລະ ກອງທັບມຽນມາ.

ທັງນີ້ ກອງທັບ ແລະ ຕຳຫຼວດມຽນມາສົນທິກຳລັງເຂົ້າໄປປະຕິບັດການດ້ານຄວາມໝັ້ນຄົງໃນລັດຍະໄຂ່ຕັ້ງແຕ່ເດືອນຕຸລາຜ່ານມາ ຫຼັງເກີດເຫດໂຈມຕີຈຸດກວດຫຼາຍແຫ່ງຂອງເຈົ້າໜ້າທີ່ໃນເມືອງໝ່ອງຕໍ ເຊິ່ງສະຖານະການຄວາມຮຸນແຮງໄດ້ຢືດເຍື້ອໃນລັດຍະໄຂ່ລະຫວ່າງກຸ່ມປະຊາຊົນຕ່າງສາສະໜາຖືເປັນໜຶ່ງໃນ "ຄວາມທ້າທາຍ" ຄັ້ງສຳຄັນຂອງລັດຖະບານພາຍໃຕ້ການນຳພາຂອງທ່ານ ນາງ ອອງ ຊານ ຊູຈີ ເຊິ່ງເຂົ້າມາບໍລິຫານປະເທດໃນໄລຍະທີ່ຜ່ານມາ ແລະ ຫຼາຍຝ່າຍເລີ່ມຕັ້ງຄຳຖາມກ່ຽວກັບ "ຄວາມເຂັ້ມແຂງ" ແລະ ປະສິດທິພາບຂອງລັດຖະບານໃນການຄວບຄຸມສະຖານະການໃນເຂດຄວາມຂັດແຍ້ງດັ່ງກ່າວ ທີ່ເລີ່ມມາແຕ່ປີ 2012 ແລະ ສົ່ງຜົນໃຫ້ປະຊາຊົນຫຼາຍກວ່າ 100,000 ຄົນບໍ່ມີທີ່ຢູ່ອາໄສ ເຊິ່ງສ່ວນໃຫຍ່ເປັນຊາວໂຣຮິນຈາທີ່ລັດຖະບານມຽນມາຮຽກວ່າ "ຊາວເບັງກາລີ"

No comments

Powered by Blogger.