ສປປ.ລາວ ສົ່ງຄືນກະດູກທະຫານອາເມຣິກາ ທີ່ຫາຍສາບສູນປາງສົງຄາມກັບຄືນປະເທດ - ອິດສະຫຼະ

ສປປ.ລາວ ສົ່ງຄືນກະດູກທະຫານອາເມຣິກາ ທີ່ຫາຍສາບສູນປາງສົງຄາມກັບຄືນປະເທດ



ສຳນັກຂ່າວສານປະເທດລາວລາຍງານເມື່ອວັນທີ 7 ທັນວາ 2017 ທີ່ຜ່ານມາວ່າ: ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ໄດ້ຈັດພິທີມອບ-ຮັບກະດູກ ແລະ ສິ່ງເສດເຫລືອຂອງທະຫານອາເມລິກາ ທີ່ເສຍຊິີວິດໃນປາງສົງຄາມຢູ່ລາວ ຈາກຜົນຂອງການປະຕິບັດງານ ຮ່ວມລາວ -ອາເມລິກາ (MIA), ຄັ້ງທີ 01 ປະຈໍາສົກປີ 2017-2018, ຢູ່ກໍລະນີ 1791 ຢູ່ບໍລິເວນບ້ານສີບຸນເຮືອງ, ເມືອງຮຸນ, ແຂວງອຸດົມໄຊ, ກໍລະນີ 1541, ຢູ່ບໍລິເວນບ້ານນາກູດ, ເມືອງຮ້ຽມ ແຂວງຫົວພັນ ແລະ ກໍລະນີ 0802, ຢູ່ບໍລິເວນບ້ານບານ ເມືອງຄໍາ ແຂວງຊຽງຂວາງ.


ເປັນກຽດເຂົ້າຮ່ວມໃນພິທີມອບ-ຮັບ ໃນຄັ້ງນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນທ່ານ ຂວັນຕາ ຜາລີວົງ ຫົວໜ້າກົມເອີຣົບ-ອາເມລິກາ, ກະຊວງການຕ່າງປະເທດ, ຄະນະຊີ້ນຳວຽກງານ MIA, ເປັນຜູ້ກ່າວມອບ ແລະ ຕາງໜ້າໃຫ້ແກ່ລັດຖະບານສະຫະລັດ ອາເມລິກາ ແມ່ນທ່ານ ໄມໂຄຄລາຍ ອຸປະທູດ ແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ.ລາວ, ເປັນຜູ້ກ່າວຮັບ. ມີບັນດາເຈົ້າໜ້າທີ່ຂັ້ນສູງ ຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ພ້ອມດ້ວຍຄະນະວິຊາການ ລາວ-ອາເມລິກາ ທີ່ປະຕິບັດວຽກງານຕົວຈິງ ໃນພາກສະໜາມ ເຂົ້າຮ່ວມນໍາ.

ໂດຍສືບຕໍ່ປະຕິບັດນະໂຍບາຍດ້ານມະນຸດສະທຳ ອັນສະເໝີຕົ້ນສະເໝີປາຍ ຂອງລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ມີຕໍ່ຄອບຄົວ ກໍຄື ຍາດພີ່ນ້ອງຂອງຜູ້ຫາຍສາບສູນໃນປາງສົງຄາມຢູ່ລາວ ແລະ ອີງຕາມການຮ້ອງຂໍຂອງລັດຖະບານອາເມລິກາ ໃນການແກ້ໄຂບັນຫາດັ່ງກ່າວ, ໃນໄລຍະຜ່ານມາຈົນເຖິງປັດຈຸບັນ ການຮ່ວມມືສອງຝ່າຍລາວ-ອາເມລິກາໃນວຽກງານສໍາຫລວດ ແລະ ຂຸດຄົ້ນເພື່ອຊອກຫາຮ່ອງຮອຍ ແລະ ສິ່ງເສດເຫລືອຂອງທະຫານ ອາເມລິກາ ທີ່ຫາຍສາບສູນໃນປາງສົງຄາມຢູ່ລາວ, ຊຶ່ງສາມາດຄົ້ນພົບສິ່ງເສດເຫລືອທະຫານອາເມລິກາ ທີ່ເສຍຊີວິດຢູ່ລາວ ໄດ້ແລ້ວຈຳ ນວນ 279 ຄົນ ແລະ ຍັງເຫລືອອີກ ຈຳນວນ 294 ຄົນ ຈາກຈຳນວນທັງໝົດ 573 ຄົນ, ຊຶ່ງຈະໄດ້ຮ່ວມ ມືກັນສືບຕໍ່ສໍາຫລວດ ແລະ ຄົ້ນຫາ ໃນການປະຕິບັດງານຄັ້ງຕໍ່ໄປ.

ເວົ້າລວມແລ້ວວຽກງານດັ່ງກ່າວ, ຂອງສອງຝ່າຍ ລາວ-ອາເມລິກາ ໄດ້ຮັບໝາກຜົນສຳເລັດອັນດີເປັນກ້າວໆມາ ທັງນີ້, ກໍຍ້ອນການຮ່ວມມືຢ່າງຈິງໃຈຂອງລັດຖະບານ ກໍຄື ເຈົ້າໜ້າທີ່ຂອງລາວທຸກຂັ້ນແຕ່ສູນກາງ ຈົນຮອດທ້ອງຖິ່ນ ແລະ ຂອງປະຊາຊົນບັນດາເຜົ່າມາເຖິງປັດຈຸບັນ.





No comments

Powered by Blogger.