ສ.ອາເມຣິກາ, ຍີ່ປຸ່ນ, ເກົາຫຼີໃຕ້ ຊ້ອມຮົບສະກັດກັ້ນຂີປະນາວຸດເກົາຫຼີເໜືອ - ອິດສະຫຼະ

ສ.ອາເມຣິກາ, ຍີ່ປຸ່ນ, ເກົາຫຼີໃຕ້ ຊ້ອມຮົບສະກັດກັ້ນຂີປະນາວຸດເກົາຫຼີເໜືອ



ສຳນັກຂ່າວຕ່າງປະເທດລາຍງານ 11 ທັນວາ 2017 ວ່າ: ກະຊວງລວມຊາດຂອງເກົາຫຼີໃຕ້ຖະແຫຼງວ່າ ສະຫະລັດ ອາເມຣິກາ, ຍີ່ປຸ່ນ ແລະ ເກົາຫຼີໃຕ້ ເລີ່ມຊ້ອມຕິດຕາມ ແລະ ສະກັດກັ້ນຂີປະນາວຸດທີ່ຍິງຈາກເກົາຫຼີເໜືອຮ່ວມກັນໃນວັນຈັນນີ້ ເຊິ່ງທັງສາມປະເທດໄດ້ຊ້ອມຮົບຮ່ວມກັນບໍລິເວນແຫຼມເກົາຫຼີ ໂດຍມີເຮືອຮົບຕິດຕັ້ງລະບົບປ້ອງກັນຂີປະນາວຸດຈາກສະຫະລັດ ອາເມຣິກາ 2 ລຳ ແລະ ຈາກຍີ່ປຸ່ນ ແລະ ເກົາຫຼີໃຕ້ອີກປະເທດລະ 1 ລຳເຂົ້າຮ່ວມ ເພື່ອກຽມຄວາມພ້ອມຮັບມືກັບຂີປະນາວຸດຈາກເກົາຫຼີເໜືອທີ່ທົດລອງຍິງຂີປະນາວຸດຂ້າມທະວີບຢ່າງຕໍ່ເນື້ອງໃນໄລຍະບໍ່ພໍເທົ່າໃດເດືອນຜ່ານມາ.


ການຊ້ອມສະກັດກັ້ນຂີປະນາວຸດຈາກເກົາຫຼີເໜືອຮ່ວມກັນຂອງທັງ 3 ປະເທດຈະສຳເລັດໃນມື້ອື່ນ (12 ທັນວາ) ແລະ ຄັ້ງນີ້ຖືເປັນການຊ້ອມຄັ້ງທີ 6 ແລ້ວ, ນັບຕັ້ງແຕ່ເດືອນມິຖຸນາທີ່ຜ່ານມາ, ເຊິ່ງອາທິດທີ່ຜ່ານມາກອງທັບອາກາດຂອງສະຫະລັດ ອາເມຣິກາ ແລະ ເກົາຫຼີໃຕ້ຫາກໍ່ສຳເລັດການເຝິກຊ້ອມຮົບຄັ້ງຍິ່ງໃຫຍ່ທາງອາກາດຮ່ວມກັນ ໂດຍເກົາຫຼີເໜືອປະນາມວ່າເປັນການຊ້ອມຮົບທີ່ມີເປົ້າໝາຍຮຸກຮານເກົາຫຼີເໜືອຢ່າງຊັດເຈນ.


No comments

Powered by Blogger.