(ວິດີໂອ) ໄຟໄໝ້ທາດໄມ້ສູງທີ່ສຸດໃນອາຊີ ອາຍຸເກົ່າແກ່ຫຼາຍຮ້ອຍປີຂອງຈີນ - ອິດສະຫຼະ

(ວິດີໂອ) ໄຟໄໝ້ທາດໄມ້ສູງທີ່ສຸດໃນອາຊີ ອາຍຸເກົ່າແກ່ຫຼາຍຮ້ອຍປີຂອງຈີນ



ສຳນັກຂ່າວຊິນຫົວຂອງຈີນລາຍງານວ່າ: ເມື່ອວັນທີ 10 ທັນວາ 2017 ເວລາ 12:40 ນາທີ ຕາມເວລາທ້ອງຖິ່ນຂອງຈີນ ໄດ້ເກີດເຫດໄຟໄໝ້ວັດຈິ່ວຫຼົງ ເຊິ່ງເປັນວັດດັງທາງພາກຕາເວັນຕົກສຽງໃຕ້ຂອງມົນທົນເສສວນ ຂອງຈີນ.

ໄຟໄດ້ລຸກໄໝ້ທາດໄມ້ສູງ 15 ຊັ້ນ, ເຊິ່ງໄດ້ຊື່ວ່າເປັນທາດທີ່ເຮັດດ້ວຍໄມ້ສູງທີ່ສຸດໃນອາຊີຢ່າງຮຸນແຮງກ່ອນທາດດັ່ງກ່າວຈະພັງລົງມາຕໍ່ໜ້າປະຊາຊົນ ແລະ ນັກທ່ອງທ່ຽວ​, ນອກຈາກນີ້ໄຟຍັງໄດ້ລຸກລາມໄປໄໝ້ອາຮາມຫຼັກຂອງວັດອີກ 2 ຫຼັງຈົນເສຍຫາຍທັງໝົດເຊັ່ນກັນ.


ລາຍງານຂ່າວລະບຸວ່າ ເຈົ້າໜ້າທີ່ໃຊ້ເວລາກວ່າ 4 ຊົ່ວໂມງ ຈຶ່ງສາມາດຄວບຄຸມເພິ່ງໄວ້ໄດ້ ແລະ ບໍ່ມີລາຍງານຜູ້ບາດເຈັບ ຫຼື ເສຍຊີວິດຈາກເກດການທີ່ເກີດຂຶ້ນ.

ທາດດັ່ງກ່າວສ້າງຂຶ້ນຕັ້ງແຕ່ສະຕະວັດທີ 16 ໄດ້ເກີດຄວາມເສຍຫາຍໜັກຈາກແຜ່ນດິນໄຫວໃຫຍ່ຂະໜາດ 8 ຣິກເຕີໃນມົນທົນເສສວນ ເມື່ອວັນທີ 12 ພຶດສະພາ 2008 ທີ່ຂ້າຊີວິດຄົນໄປເກືອບ 90,000 ຄົນ, ບາດເຈັບອີກກວ່າ 370,000 ຄົນ, ທາງການໄດ້ເລີ່ມບູລະນະປະຕິສັງຂອນມາຕັ້ງແຕ່ປີ 2010 ໂດຍທີ່ຍັງບໍ່ທັນໄດ້ສຳເລັດ ແລະ ໄດ້ເກີດໄຟໄໝ້ກ່ອນເຫຼືອແຕ່ຊາກ.







No comments

Powered by Blogger.